ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ

ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ສັງເກດຄືນວຽກງານຜ່ານມາ
ໃນວັນທີ 23 ມີນານີ້ ທີ່ສະໂມສອນເມືອງອຸທຸມພອນ ແຂວງສະຫວັນນະເຂດ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ (ສສງ) ໄດ້ສະຫຼຸບສັງເກດຕີລາຄາຄືນກ່ຽວກັບຜົນງານການເຄື່ອນໄຫວວຽກງານຜ່ານມາ ແລະ ວາງທິດທາງແຜນການຕໍ່ໜ້າ, ພ້ອມທັງແຈ້ງໂຕເລກເງິນປັນຜົນຮຸ້ນສະມາຊິກປີ 2025 ແກ່ສະມາຊິກ, ໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ປຸລິມະ ທອນທົງເດດ ຕາງໜ້າໃຫ້ທະນາຄານ ແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ.
ສະຫະກອນສນເຊອ ແລະ ເງນຝາກປະຫຍດເຊໂນ ສງເກດຄນວຽກງານຜານມາ - image 1
 

ທ່ານ ໜູເຊືອນ ໂພທິສານ ປະທານສະພາບໍລິຫານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນ ໄດ້ລາຍງານວ່າ: ໃນທ້າຍປີ 2024 ທາງສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດເຊໂນພວກເຮົາມີສະມາຊິກ 4,799 ຄົນ, ຈໍານວນຮຸ້ນ 16,914 ຮຸ້ນ, ເປັນມູນຄ່າ 1 ຕື້ 619 ລ້ານກວ່າກີບ, ຮອດທ້າຍປີ 2025 ສສງ ເຊໂນ ໄດ້ມີຜູ້ຖືຮຸ້ນ 4,849 ຄົນ, ຈໍານວນຮຸ້ນ 15,501 ຮຸ້ນ ເປັນມູນຄ່າ 1 ຕື້ 550 ລ້ານກວ່າກີບ, ໃນປີ 2025 ມີສະມາຊິກຜູ້ກູ້ຢືມ 252 ຄົນ, ຈໍານວນບັນຊີຜູ້ກູ້ຢືມທີ່ຍັງເຄື່ອນໄຫວ 388 ບັນຊີ, ເງິນປ່ອຍກູ້ສະສົມໃນປີ ຈໍານວນ 8 ຕື້ 827 ລ້ານກວ່າກີບ, ຍອດເຫຼືອເງິນກູ້ 11 ຕື້ 046 ລ້ານກວ່າກີບ,ປະເພດຂອງການກູ້ຢືມຂອງສະມາຊິກສ່ວນຫຼາຍຈະມີກະສິກໍາ 87 ຄົນ, ຄ້າຂາຍ 300 ຄົນ, ແກ້ໄຂຄອບຄົວ ແລະ ອື່ນໆ 1 ຄົນ, ເປັນເງິນຈໍານວນ 11 ຕື້ກວ່າກີບ

ສໍາລັບພາກຈໍານວນບັນຊີເງິນຝາກປະຫຍັດຕາມແຜນໃນປີ 2025, ມີ 5,863 ຄົນ, ປະຕິບັດໄດ້ 4,474 ຄົນ, ເປັນເງິນ 5 ຕື້ 706 ລ້ານກວ່າກີບ,ໃນແຜນປີ 2026 ສຶບຕໍ່ຂະຫຍາຍໃຫ້ໄດ້ 5,206 ບັນຊີ, ເປັນເງິນ 10 ຕື້ກີບ, ຈາກນັ້ນ, ທ່ານ ນາງ ນະຫະໄທ ເຄືອສີນຸກຸນ ຜູ້ອໍານວຍການ ສສງ ຍັງໄດ້ແຈ້ງໂຕເລກເງິນປັນຜົນຮຸ້ນສະມາຊິກປີ 2025 ແກ່ສະມາຊິກວ່າ: ກໍາໄລກ່ອນຫັກອາກອນ 616 ລ້ານກ່ວາກີບ, ອາກອນກໍາໄລ 20%, ມີ 123 ລ້ານກວ່າກີບ, ກໍາໄລຫຼັງຫັກອາກອນ ມີ 493 ລ້ານກວ່າກີບ, ຄັງສໍາຮອງ 5% (ຂອງ ທຫລ) ຈໍານວນ 24 ລ້ານກວ່າກີບ, ຄັງສະສົມ 10% (ຂອງ ທຫລ) ຈໍານວນ 49 ລ້ານກວ່າກີບ, ຍອດເຫຼືອຈໍານວນ 419 ລ້ານ ກວ່າກີບ. ສໍາລັບເງິນປັນຜົນທັງໝົດໃນປີ 2025 ( 12%ຕໍ່ຮຸ້ນ ) ມີ 178 ລ້ານກວ່າກີບ, ເຫຼືອ 240 ລ້ານກວ່າກີບ ແລະ ກໍາໄລສະສົມ 240 ລ້ານກວ່າກີບ.

(ຂ່າວ: ບຸນຊູ ພົມມະເທບ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ເພີ່ມເຕີມ