ກະຊວງດັ່ງກ່າວລະບຸວ່າ: ວີຊາທີ່ຖືກຍົກເລີກຈຳນວນຫຼວງຫຼາຍຍັງເກີດຈາກການຂັບຂີ່ທີ່ບໍ່ລະມັດລະວັງ, ການລ່ວງລະເມີດທາງເພດ, ການທາລຸນເດັກ, ການສໍ້ໂກງ ແລະ ການຍັກຍອກຊັບສິນ, ລວມທັງອາຊະຍາກຳອື່ນໆ. ໂດຍກະຊວງດັ່ງກ່າວຈະສືບຕໍ່ໃຊ້ເຄື່ອງມືທັງໝົດທີ່ມີຢູ່ເພື່ອປົກປ້ອງຊຸມຊົນຈາກການໃຊ້ວີຊາ ສະຫະລັດ ອາເມຣິກາ ໃນທາງທີ່ຜິດ, ໂດຍເນັ້ນໜັກວ່າ "ວີຊາສະຫະລັດ ອາເມຣິກາ ແມ່ນສິດທິພິເສດ, ບໍ່ແມ່ນສິດ."
ນັບຕັ້ງແຕ່ທ່ານ ໂດໂນ ທຣຳ ກັບຄືນສູ່ຕຳແໜ່ງປະທານາທິບໍດີ, ລັດຖະບານສະຫະລັດ ອາເມຣິກາ ໄດ້ດຳເນີນນະໂຍບາຍການເຂົ້າເມືອງທີ່ເຂັ້ມງວດກວ່າເກົ່າ, ປາບປາມການເຂົ້າເມືອງຜິດກົດໝາຍ ແລະ ເພີ່ມການກວດສອບຜູ້ຖືວີຊາ ສະຫະລັດ ອາເມຣິກາ.
ຄໍາເຫັນ