ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ

ສະຫະປະຊາຊາດ ຮຽກຮ້ອງຈຳນວນເງິນ 1.5 ຕື້ໂດລາ ຊ່ວຍເຫຼືອປະຊາຊົນຊູດັງ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານຫວ່າງມໍ່ໆມານີ້ວ່າ: ສະຫະປະຊາຊາດ ພ້ອມກັບບັນດາຄູ່ຮ່ວມມື ແລະ ລັດຖະບານ ຊູດັງໃຕ້ ໄດ້ປຸກລະດົມການຊ່ວຍເຫຼືອດ້ານມະນຸດສະທຳ ທີ່ມີມູນຄ່າ 1.5 ຕື້ໂດລາ ເພື່ອຊ່ວຍເຫຼືອປະຊາຊົນ ຈຳນວນ 4.3 ລ້ານຄົນ ຢູ່ປະເທດອາຟຣິກາ ໃນປີ 2026.
 ຂ່າວລະບຸວ່າ: ຕາມແຈ້ງການຈາກຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ ປະຈຳ ຊູດັງໃຕ້ (OCHA) ແລ້ວ, ປະເທດນີ້ພວມປະເຊີນໜ້າກັບໜຶ່ງໃນບັນດາວິກິດການສັບສົນທີ່ສຸດໃນໂລກ. ສະນັ້ນ, ບຸລິມະສິດແຖວໜ້າຂອງແຜນການນີ້ແມ່ນລະດົມເງິນຈຳນວນ 1 ຕື້ໂດລາ ໂດຍໄວ ເພື່ອຊ່ວຍເຫຼືອປະຊາຊົນ 4 ລ້ານຄົນ ທີ່ພວມຕົກຢູ່ໃນສະພາບຄວາມສ່ຽງສູງຢູ່ ຊູດັງໃຕ້.
  ສະຫະປະຊາຊາດພວມກະຕຸກຊຸກຍູ້ບັນດາຝ່າຍທີ່ປະທະກັນ ຢຸດຕິການໃຊ້ຄວາມຮຸນແຮງ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ຮຽກຮ້ອງໃຫ້ນັກອຸປະຖຳສາກົນຮີບເລັ່ງປະກອບສ່ວນເງິນເພື່ອຮັກສາການເຄື່ອນໄຫວຊ່ວຍຊີວິດຢ່າງທັນການ.

ຄໍາເຫັນ

ຂ່າວຕ່າງປະເທດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ອີຢູ ແລະ Mercosur ລົງນາມໃນສັນຍາຄູ່ຮ່ວມມືປະຫວັດສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ປະເທດປາຣາກວາຍ, ສະຫະພາບ ເອີຣົບ (ອີຢູ) ແລະ ກຸ່ມຕະຫຼາດລວມ ອາເມຣິກາໃຕ້ (Mercosur) ໄດ້ລົງນາມສັນຍາຄູຮ່ວມມື (EU–Mercosur Partnership Agreement – EMPA) ແລະ ສັນຍາການຄ້າຊົ່ວຄາວ (Interim Trade Agreement – iTA) ຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດໃນການພົວພັນລະຫວ່າງ 2 ພາກພື້ນ ພາຍຫຼັງທີ່ດຳເນີນການເຈລະຈາມາເປັນເວລາກວ່າ 25 ປີ.
WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

WMO ຢືນຢັນ ປີ 2025 ເປັນປີທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມໂລກ (WMO) ໄດ້ຢືນຢັນວ່າປີ 2025 ຕິດອັນດັບໜຶ່ງໃນສາມປີທີ່ມີສະພາບອາກາດຮ້ອນທີ່ສຸດເທົ່າທີ່ເຄີຍມີມາ ຊຶ່ງສະທ້ອນໃຫ້ເຫັນເຖິງອຸນຫະພູມໂລກມີທ່າອ່ຽງຢູ່ໃນລະດັບສູງຢ່າງຕໍ່ເນື່ອງ.
ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ທະນາຄານກາງຂອງຈີນ ແລະ ການາດາ ຮ່ວມກັນຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ

ຂ່າວສານຊີອາໄອລາຍງານວ່າ: ທະນາຄານປະຊາຊົນຈີນ ຊຶ່ງເປັນທະນາຄານກາງຂອງຈີນເປີດເຜີຍໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ທະນາຄານປະຊາຊົນຈີນ ກັບທະນາຄານກາງການາດາ ໄດ້ຕໍ່ສັນຍາແລກປ່ຽນເງິນຕາສອງຝ່າຍ, ຍອດມູນຄ່າການແລກປ່ຽນເງິນຕາລະຫວ່າງສອງຝ່າຍບັນລຸເຖິງ 200 ຕື້ຢວນ, ສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ 5 ປີ ແລະ ສາມາດຕໍ່ອອກໄປໄດ້ໂດຍອີງຕາມຄວາມເຫັນດີຂອງສອງຝ່າຍ.
13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

13 ປີຜ່ານມາ ກົດເຫຼັກ 8 ຂໍ້ໄດ້ນຳເອົາການປ່ຽນແປງມາໃຫ້ແກ່ລະບົບນິເວດທາງ ການເມືອງພາຍໃນປະເທດຈີນ

ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີທ່ານ ສີຈິ້ນຜິງ ເປັນແກນກາງໄດ້ເລີ່ມຕົ້ນຈາກການ ວາງ ແລະ ຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້ ຫຼື ທີ່ຮູ້ກັນວ່າກົດເຫຼັກ 8 ຂໍ້ຂອງສູນກາງ, ຢຶດໝັ້ນ ແຕ່ເທິງລົງລຸ່ມ, ຂັ້ນເທິງນຳພາຂັ້ນລຸ່ມ, ໄດ້ແກ້ໄຂບັນຫາທີ່ວ່າ ພາຍໃຕ້ສະພາບການໃໝ່, ການກໍ່ສ້າງແບບແຜນຄວນສຸມໃສ່ຫຍັງ ແລະ ເຮັດແນວໃດ.
ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ມຽນມາ ທຳລາຍບ່ອນລີ້ຊ່ອນຫຼອກລວງທາງໂທລະຄົມມະນຄົມ

ຂ່າວຕ່າງປະເທດລາຍງານໃນວັນທີ 15 ມັງກອນຜ່ານມາວ່າ: ລັດຖະບານມຽນມາໄດ້ປະກາດວ່າ, ກອງກຳລັງຮັກສາຄວາມປອດໄພໄດ້ປາບປາມການດຳເນີນງານດ້ານໂທລະຄົມມະນາຄົມ ແລະ ການພະນັນທາງອອນລາຍທີ່ຜິດກົດໝາຍຫຼາຍແຫ່ງໃນພາກເໜືອຂອງລັດຊານ ຊຶ່ງນຳໄປສູ່ການຢຶດອຸປະກອນຈຳນວນຫຼາຍ ລວມທັງອຸປະກອນດາວທຽມ Starlink.
ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ການ​ຜະ​ລິດ ແລະ​ ​ຈຳ​ໜ່າຍ​ລົດ​​ຍົນ​ຂອງ​ຈີນ ​​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປີ 2025

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ສະ​ພາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ໄດ້​ເປີດ​ເຜີຍ​ໂຕ​ເລກ​ສະ​ຖິ​ຕິ​ໃໝ່ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2025, ອຸດ​ສາ​ຫະ​ກຳ​ລົດ​ຍົນ​ຂອງ​ຈີນ​​ສືບ​ຕໍ່ມີ​ຄວາມ​ໜຽວ​ແໜ້ນ ແລ​ະ ​ມີ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ. ໂຕ​ເລກ​ສະ​ຖິ​ຕິຫຼາຍ​ຢ່າງ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ.
ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 15 ມັງກອນ ຜ່ານມາວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ປາຖະໜາຢາກສ້າງປະຊາຄົມດີຈີຕອນ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃນກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6 ທີ່ຈັດຂຶ້ນວັນທີ 15 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ນັກຄົ້ນຄວ້າຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ສະມາຄົມປະຫວັດສາດທຳມະຊາດເມືອງຕໍເຣສ ເວດຣາສ ໃນປະເທດປອກຕຸຍການ ໄດ້ເປີດເຜີຍການຄົ້ນພົບຮັງໄດໂນເສົາທີ່ມີໄຂ່ອາຍຸປະມານ 150 ລ້ານປີ ຈາກຍຸກຈູຣາສສິກຕອນປາຍ ບໍລິເວນໜ້າຜາໃກ້ກັບຫາດຊາຍຊານຕາຄຣູຊ ໃກ້ກັບເມືອງຕໍເຣສເວຣາສ ຊຶ່ງຫ່າງຈາກ ນະຄອນຫຼວງລິສບອນ ໄປທາງທິດເໜືອປະມານ 50 ກິໂລແມັດ.
ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ການປ່ຽນແປງນະໂຍບາຍ ກຳລັງສັ່ນສະເທືອນຕະຫຼາດລົດໄຟຟ້າທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ຜ່ານມາວ່າ: ການລົງທະບຽນລົດໄຟຟ້າ (EV) ທົ່ວໂລກເພີ່ມຂຶ້ນ 20% ໃນປີ 2025, ແຕ່ມີທ່າອ່ຽງຈະຊ້າລົງໃນປີ 2026 ເນື່ອງຈາກການຊະລໍຕົວຂອງຕະຫຼາດຈີນ ແລະ ການຜ່ອນຄາຍເປົ້າໝາຍການຫັນປ່ຽນໄປສູ່ພະລັງງານໄຟຟ້າໃນຫຼາຍປະເທດ. ສົ່ງຜົນເຮັດໃຫ້ການເຕີບໂຕຂອງຍອດຂາຍໃນເດືອນທັນວາເພີ່ມຂຶ້ນໃນອັດຕາຕໍ່າທີ່ສຸດນັບຕັ້ງແຕ່ເດືອນກຸມພາ 2024, ອີງຕາມຂໍ້ມູນທີ່ເປີດເຜີຍໃນວັນທີ 14 ມັງກອນ ຜ່ານມາ.
ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ການສົ່ງອອກ ICT ຂອງ ສ ເກົາຫຼີ ເພີ່ມຂຶ້ນຫຼາຍກວ່າ 12% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ກະຊວງວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຂອງ ສ ເກົາຫຼີ ລາຍງານໃນວັນທີ 14 ມັງກອນ ຜ່ານມາວ່າ: ການສົ່ງອອກຜະລິດຕະພັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຂອງ ສ ເກົາຫຼີ ໃນປີ 2025, ເພີ່ມຂຶ້ນ 12.4% ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 264.2 ຕື້ໂດລາ, ທຽບກັບປີ 2024 ຢູ່ທີ່ 235 ຕື້ໂດລາ. ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການທີ່ເຂັ້ມແຂງໃນອຸດສາຫະກຳປັນຍາປະດິດ (AI).
ເພີ່ມເຕີມ