ປາຖະກະຖາຂອງ ທ່ານ ທອງຈັນ ພູມີພັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ.
ພິທີດັ່ງກ່າວ, ມີທ່ານອະນຸສັກ ພົງສະຫວັດ ຮອງປະທານຄະນະບໍລິຫານງານ ສະຫະພັນກໍາມະບານ ກະຊວງ ພບ ແລະ ທ່ານ ເກີທ້າວ ເຈີຈີ່ງ ຮອງປະທານຄະນະບໍລິຫານງານ ສະຫະພັນກໍາມະບານ ອຄ, ມີຄະນະບໍລິຫານງານ, ສະມາຊິກກໍາມະບານ 2 ສະຫະພັນກໍາມະບານກະຊວງ ເຂົ້າຮ່ວມຈໍານວນ 300 ທ່ານ.
ການເລົ່າຄືນມູນເຊື້ອ ແລະ ໂຮມຊຸມນຸມສະເຫຼີມສະຫຼອງວັນກໍາມະກອນສາກົນຄັ້ງນີ້ ດຳເນີນພາຍໃຕ້ບັນຍາກາດທີ່ເບີກບານມ່ວນຊື່ນ, ຄຶກຄື້ນເປັນຢ່າງຍິ່ງ ແລະ ຍົກລະດັບການກໍາແໜ້ນມູນເຊື້ອ ແລະການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ຕະຫຼອດໄລຍະ 139 ປີທີ່ຜ່ານມາກໍຄືຂະບວນການເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ພາຍໃຕ້ການນໍາພາຂອງພັກ ແລະຍັງໄດ້ເປັນການປຸກລະດົມກໍາລັງໃຈ, ເປັນການປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຄວາມເຊື່ອໝັ້ນຕໍ່ບົດບາດ, ກຳລັງແຮງຂອງຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານທີ່ມີຕໍ່ປະເທດຊາດອີກດ້ວຍ.
(ຂ່າວ: ໄພວັນ, ພາບ: ສູນທອງ)
ຄໍາເຫັນ