ສະຫະພັນແມ່ຍິງແຂວງບໍລິຄຳໄຊ ມີຜົນງານຫຼາຍດ້ານ

ສະຫະພັນແມ່ຍິງແຂວງບໍລິຄຳໄຊ ມີຜົນງານຫຼາຍດ້ານ
ໂດຍ: ພູວັນ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 114 ປີ (8/3/1910-8/3/2024) ທີ່ຈະມາເຖິງນີ້ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ (6/3/1984-6/3/2024) ຄຽງຄູ່ກັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດຢ່າງເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ, ທ່ານນາງ ວິລະພອນ ພົມມະວົງສາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 5 ມີນານີ້ ທີ່ສຳນັກງານດັ່ງກ່າວ. 
ທ່ານໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງວັນແມ່ຍິງສາກົນ ຄົບຮອບ 114 ປີ ເພື່ອທົບທວນຄືນປະຫວັດມູນເຊື້ອ ແລະ ການເຄື່ອນໄຫວຂະບວນການແມ່ຍິງທົ່ວໂລກ, ພາກພື້ນ, ອາຊຽນ ແລະ ການເຂົ້າຮ່ວມເຄື່ອນໄຫວໃນຂະບວນການດັ່ງກ່າວຂອງສະຫະພັນແມ່ຍິງລາວ, ແມ່ຍິງແຂວງໃນແຕ່ລະໄລຍະ; ເພື່ອເປັນການປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ແຜນພັດທະນາແມ່ຍິງແຂວງ ແລະ ແຜນພັດທະນາແມ່ຍິງຂັ້ນຕົນ ຕິດພັນກັບຂະບວນການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງໃນການຈັດຕັ້ງປະຕິບັດສົນທິສັນຍາ, ຖະແຫຼງການ ແລະ ເປົ້າໝາຍການພັດທະນາແບບຍືນຍົງ(SDGs) ຮອດ 2030.ອີງຕາມແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 97/ສສຍລ, ລົງວັນທີ 2 ກຸມພາ 2024ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມີນາ 2024 ຄົບຮອບ 114 ປີແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 518/ຂບຊ, ລົງວັນທີ 28 ສິງຫາ 2023 ສະຫະພັນແມ່ຍິງແຂວງໄດ້ປະກອບຢູ່ໃນອະນຸກໍາມະການຮັບຜິດຊອບຈັດສະຖານທີ່ໂຮມຊຸມນຸມ, ສະຖານທີ່ທາງສາສະໜາ ແລະ ປະດັບປະດາເອ້ຢ້ອງ, ພິທີການໃນວັນສ້າງຕັ້ງແຂວງບໍລິຄໍາໄຊຄົບຮອບ 40 ປີ ຊຶ່ງຈະຈັດຂຶ້ນທີ່ສວນສາທາລະນະທ່ານ ສີສົມພອນ ລໍວັນໄຊ; ສະຫະພັນແມ່ຍິງແຂວງໄດ້ອອກແຈ້ງການເຖິງສະຫະພັນແມ່ຍິງເມືອງ, ຮາກຖານ, ໜ່ວຍອ້ອມຂ້າງແຂວງເພື່ອໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນຈັດຕັ້ງປະຕິບັດສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 8 ມີນາ 2024 ຄົບຮອບ 114 ປີດ້ວຍຫຼາຍຮູບແບບ, ວິທີການເພື່ອຈັດຕັ້ງໂຄສະນາ-ປາຖະກະຖາຫວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ, ຈັດກິດຈະກໍາເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮີດຄອງປະເພນີທີ່ເປັນເອກະລັກ ທີ່ຕິດພັນກັບການທ່ອງທ່ຽວ, ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ບົດບາດຍິງ-ຊາຍ, ຢ້ຽມຢາມອະດີດການນໍາສະຫະພັນແມ່ຍິງແຂວງ, ກິດຈະກໍາສິລະປະ, ວັນນະຄະດີ, ກິລາປະເພດຕ່າງໆ ຕິດພັນກັບວັນສໍາຄັນຂອງຊາດ, ຂອງພັກ, ຂອງແຂວງໂດຍອີງໃສ່ສະພາບເງື່ອນໄຂຂອງກົມກອງທ້ອງຖິ່ນພາຍໃຕ້ຄໍາຂວັນ ‘‘ ລົງທຶນເລັ່ງລັດໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ’’ ແລະ ໃນວັນທີ 28 ກຸມພາຜ່ານມາ, ສະຫະພັນແມ່ຍິງແຕ່ລະຂັ້ນໃນທົ່ວແຂວງໄດ້ພ້ອມກັນສ້າງຂະບວນການອອກແຮງງານ, ປະດັບປະດາຕິດທຸງຊາດ, ທຸງພັກ, ທຸງທິວຕາມສໍານັກງານຫ້ອງການສະຖານທີ່ສໍາຄັນເພື່ອຕ້ອນຮັບວັນແມ່ຍິງສາກົນຄົບຮອບ 114 ປີແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 40 ປີ, ມີການວາງສະແດງຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ, ຜະລິດຕະພັນທີ່ເປັນສິນຄ້າປະເພດຕ່າງໆ, ສຳ ລັບການປາຖະກະຖາເລົ່າມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 114 ປີ ສະຫະພັນແມ່ຍິງແຂວງຄາດວ່າຈະຈັດຂຶ້ນໃນວັນທີ 13ມີນາທີ່ຈະມາເຖິງ ທີ່ສະໂມສອນແຂວງ.
    ທ່ານກ່າວໃຫ້ຮູ້ອີກວ່າ: ປີ 2023 ຜ່ານມາ,ຄະນະນໍາສະຫະພັນແມ່ຍິງແຕ່ລະຂັ້ນໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ, ແມ່ຍິງບັນດາເຜົ່າປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າຢ່າງກວ້າງຂວາງ, ນໍາພາປັບປຸງກົງຈັກການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ເຂັ້ມແຂງທາງດ້ານປະລິມານແລະຄຸນນະພາບ,ໄດ້ເຄື່ອນໄຫວຊຸກຍູ້ວຽກງານຮາກຖານສໍາເລັດ 7 ເມືອງ ພ້ອມທັງປັບປຸງ ແລະ ດໍາເນີນກອງປະຊຸມໃຫຍ່ສະມາຊິກແມ່ຍິງຂັ້ນແຂວງໄດ້ 9 ຮາກຖານ, 6 ໜ່ວຍ, ຂັ້ນເມືອງ 186 ບ້ານ, 49 ຮາກຖານ, 72 ໜ່ວຍ, ຂະຫຍາຍສະມາຊິກແມ່ຍິງໄດ້ 5.701 ຄົນ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະສະຫະພັນແມ່ຍິງເມືອງໄດ້ລົງຮາກຖານປະຈໍາຢູ່ເມືອງ, ເຂດ, ບ້ານ ຕາມຂະບວນການລວມຂອງແຂວງ, ຂອງເມືອງ ແລະ ໄດ້ກໍານົດໃຫ້ບ້ານ, ຮາກຖານ, ໜ່ວຍ ແລະ ສະຫະພັນແມ່ຍິງເມືອງດໍາເນີນກອງປະຊຸມໃຫຍ່ສະມາຊິກແມ່ຍິງຂັ້ນຕົນໃຫ້ສໍາເລັດໃນທ້າຍເດືອນມິຖຸນາ 2024 ນີ້. ສໍາຫຼັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງບໍລິຄໍາໄຊຄາດວ່າຈະຈັດຂຶ້ນໃນທ້າຍປີ 2025.
ໂອກາດນີ້, ຂໍຕາງໜ້າໃຫ້ຄະນະນໍາສະຫະພັນແມ່ຍິງແຂວງ ຝາກເຖິງແມ່ຍິງຍຸກໃໝ່ໃຫ້ເພີ່ມທະວີການສຶກສາອົບຮົມແນວຄິດໃຫ້ອຸ່ນອ່ຽນທຸນທ່ຽງ, ມີການພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ວິຊາການ, ເຕັກໂນໂລຊີ, ພາສາຕ່າງປະເທດຢ່າງຮອບດ້ານໃຫ້ມີຄຸນນະພາບທຽບເທົ່າກັບເພດຊາຍ, ໃນຍຸກຂໍ້ມູນຂ່າວສານທີ່ທັນສະໄໝວ່ອງໄວແມ່ຍິງຄວນບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ, ດໍາລົງຊີວິດຖືກແບບແຜນຮີດຄອງປະເພນີອັນດີງາມຂອງຊາດ, ຂອງແມ່ຍິງລາວ, ຕ້ານທຸກປະກົດການຫຍໍ້ທໍ້ຄວາມຮຸນແຮງດ້ານຕ່າງໆທີ່ອາດເກີດຂຶ້ນກັບແມ່ຍິງ ແລະ ເດັກໃນຄອບຄົວ, ສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ