ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມບ້ານນໍ້າລຽບ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາມູນ ເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າ (ສນຫລ) ຄົບຮອບ 21 ປີ ໂດຍການເປັນປະທານຂອງທ່ານ ຄໍາຜອງ ພົງສະຫວັດ ປະທານ ສນຫລ ເມືອງໄຊຍະບູລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາຜອງ ພົງສະຫວັດ ໄດ້ຍົກໃຫ້ເຫັນມູນເຊຶ້ອປະຫວັດຄວາມເປັນມາ, ມູນເຊື້ອຊາດລາວວິລະຊົນຄວາມພິລະອາດຫານຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແຕ່ລະໄລຍະ, ຍົກໃຫ້ເຫັນສະພາບການສ້າງຕັ້ງ ສນຫລ, ຜົນງານໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສນຫລ ຕະຫຼອດໄລຍະ 21 ປີ ຜ່ານມາ ພາຍໃຕ້ຄໍາຂວັນ (ຊົມເຊີຍວັນສ້າງຕັ້ງນັກຮົບເກົ່າແຫ່ງຊາດ ຄົບຮອບ 21 ປີ ຢ່າງສຸດໃຈ ນໍ້າໃຈວັນທີ 9 ກັນຍາ ໝັ້ນຍືນ) ເສີມຂະຫຍາຍທາດແທ້ມູນເຊື້ອປະຫວັດສາດຂອງສະຫະພັນນັກຮົບເກົ່າຢ່າງຕັ້ງໜ້າ. ການປາຖະກະຖາຄັ້ງນີ້ເພື່ອ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຕໍ່ມູນເຊື້ອອັນພິລາອາດຫານ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ພ້ອມກັນຈາລຶກເຖິງບຸນຄຸນຜົນງານສະຫະພັນນັກຮົບເກົ່າຕະຫຼອດໄປ.
ຂ່າວ: ວັນທອງ ກັນທະວົງ
ຄໍາເຫັນ