ສະຫາຍ ອານຸພາບ ຕຸນາລົມ ຖືກແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ ສມປຊ

ສະຫາຍ ອານຸພາບ ຕຸນາລົມ ຖືກແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ ສມປຊ

ສະຫາຍ ອານຸພາບ ຕຸນາລົມ ຖືກແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກ ສມປຊ
ໃນວັນທີ 29 ມັງກອນ ນີ້ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ເກົ່າ) ແລະ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ໃໝ່).
ສະຫາຍ ອານພາບ ຕນາລມ ຖກແຕງຕງເປນເລຂາຄະນະບລຫານງານພກ ສມປຊ - image 1
 

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການເລຂາທິການສູນກາງພັກມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະນຳ, ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ພ້ອມດ້ວຍນັກສຶກສາ, ນັກຄົ້ນຄວ້າ ພາຍໃນ ສມປຊ ເຂົ້າຮ່ວມ.

ໃນວາລະເລີ່ມຕົ້ນຂອງພິທີ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານການນໍາພາ-ຊີ້ນໍາ ຮອບດ້ານໃນໄລຍະທີ່ຜ່ານມາ. ຕະຫຼອດໄລຍະເວລາທີ່ສະຫາຍໄດ້ດຳລົງຕຳແໜ່ງ, ສະຫາຍໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງ ຮ່ວມກັບຄະນະພັກ-ຄະນະນຳ ຂອງ ສມປຊ ໃນການປັບປຸງຫຼັກສູດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ໃຫ້ມີລັກສະນະວິທະຍາສາດ ແລະ ທັນສະໄໝ, ສອດຄ່ອງກັບສະພາບການພັດທະນາຂອງປະເທດໃນໄລຍະໃໝ່. ພາຍໃຕ້ການນຳພາຂອງສະຫາຍ, ວຽກງານຄົ້ນຄວ້າວິທະຍາສາດ ໄດ້ມີຜົນງານພົ້ນເດັ່ນຫຼາຍດ້ານ, ການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງພັກ ແລະ ລັດ ໄດ້ຮັບການຍົກລະດັບທາງດ້ານຄຸນນະພາບ, ເຮັດໃຫ້ ສມປຊ ສືບຕໍ່ເປັນສູນກາງແຫ່ງການບຳລຸງສ້າງ ແລະ ຄົ້ນຄວ້າທິດສະດີ ທີ່ເຂັ້ມແຂງຂອງພັກເຮົາ.

ຕໍ່ຈາກນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານເອກະສານນິຕິກຳສຳຄັນຂອງພັກ ຈຳນວນ 2 ສະບັບ ຕາມແຈ້ງການເລກທີ 135/ຄຈສພ ລົງວັນທີ 23 ມັງກອນ 2026 ຄື:

ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່: ຕົກລົງຍົກຍ້າຍ ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປຮັບໜ້າທີ່ໃໝ່ ຢູ່ ແຂວງຊຽງຂວາງ.

ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງ: ຕົກລົງແຕ່ງຕັ້ງ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເປັນ ເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ຜູ້ໃໝ່).

ໃນບັນຍາກາດອັນມີຄວາມໝາຍສຳຄັນນີ້, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດມອບຄຳສັ່ງຍົກຍ້າຍ ໃຫ້ແກ່ ສະຫາຍ ພູວົງ ອຸ່ນຄຳແສນ ແລະ ມອບມະຕິຕົກລົງແຕ່ງຕັ້ງ ໃຫ້ແກ່ ສະຫາຍ ອານຸພາບ ຕຸນາລົມ. ຫຼັງຈາກນັ້ນ, ທັງສອງສະຫາຍ ຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ກໍໄດ້ລົງລາຍເຊັນໃນບົດບັນທຶກມອບ-ຮັບ ໜ້າທີ່ ຢ່າງເປັນທາງການ ຕໍ່ໜ້າຄະນະປະທານ ແລະ ແຂກທີ່ເຂົ້າຮ່ວມ ເພື່ອເປັນການຢັ້ງຢືນເຖິງການສືບຕໍ່ພາລະກິດ ແລະ ຄວາມຮັບຜິດຊອບໃນການນຳພາ ສມປຊ ໃນຕໍ່ໜ້າ.

ໃນຕອນທ້າຍຂອງພິທີ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ທີ່ມີເນື້ອໃນເລິກເຊິ່ງ ແລະກວ້າງຂວາງ ຊຶ່ງກ່ອນອື່ນ, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ, ຄຸນງາມຄວາມດີ ແລະຄວາມບຸກບືນພະຍາຍາມ ຂອງ ສະຫາຍ ພູວົງ ອຸ່ນຄຳແສນ ທີ່ໄດ້ທຸ່ມເທເຫື່ອແຮງຕະຫຼອດໄລຍະເວລາໃນການນຳພາ ສມປຊ, ສາມາດສ້າງພື້ນຖານອັນໜັກແໜ້ນທາງດ້ານວິຊາການ ແລະ ພື້ນຖານໂຄງລ່າງ ໃຫ້ແກ່ສະຖາບັນ. ການຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ແຂວງຊຽງຂວາງ ເຊິ່ງເປັນແຂວງຍຸດທະສາດສຳຄັນ ແມ່ນສະແດງເຖິງຄວາມໄວ້ເນື້ອເຊື່ອໃຈຂອງກົມການເມືອງສູນກາງພັກ ທີ່ມີຕໍ່ສະຫາຍ ໃນການໄປກໍ່ສ້າງຮາກຖານການເມືອງ ແລະ ພັດທະນາທ້ອງຖິ່ນໃຫ້ເຂັ້ມແຂງ.

ສະຫາຍ ອານພາບ ຕນາລມ ຖກແຕງຕງເປນເລຂາຄະນະບລຫານງານພກ ສມປຊ - image 2
 

ພ້ອມດຽວກັນນັ້ນ, ສະຫາຍ ວິໄລ ຫຼ້າຄຳຟອງ ກໍໄດ້ເນັ້ນໜັກ ແລະ ມອບທິດທາງໜ້າທີ່ ໃຫ້ແກ່ ສະຫາຍ ອານຸພາບ ຕຸນາລົມ ຫົວໜ້າ ສມປຊ ຜູ້ໃໝ່. ດ້ວຍຄວາມຮູ້, ຄວາມສາມາດ ລະດັບປະລິນຍາເອກ ແລະ ປະສົບການທີ່ສູງສົ່ງໃນຖານະ ເລຂາທິການສູນກາງພັກ, ເຊື່ອໝັ້ນວ່າ ສະຫາຍຈະເປັນຄັນທຸງສືບຕໍ່ນຳພາ ສມປຊ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ທີ່ແຂງແຮງກວ່າເກົ່າ. ສະຫາຍ ປະທານພິທີ ໄດ້ເນັ້ນໜັກບາງບັນຫາສຳຄັນ ຄື:

1.ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ: ໃຫ້ຄະນະພັກ-ຄະນະນຳ ຊຸດໃໝ່ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຢຶດຖືຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ.

2. ຍົກສູງຄຸນນະພາບການກໍ່ສ້າງພະນັກງານ: ຕ້ອງສຸມໃສ່ປັບປຸງເນື້ອໃນການຮຽນ-ການສອນ ໃຫ້ເລິກເຊິ່ງ, ຕິດພັນກັບພຶດຕິກຳຕົວຈິງຂອງປະເທດລາວ, ສ້າງພະນັກງານທີ່ມີທາດແທ້ການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ.

3. ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ: ສມປຊ ຕ້ອງເປັນເສນາທິການທາງດ້ານທິດສະດີໃຫ້ແກ່ສູນກາງພັກ, ຄົ້ນຄວ້າບັນຫາທີ່ພົ້ນເດັ່ນໃນສັງຄົມ, ສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ເພື່ອເສີມຂະຫຍາຍແນວທາງຂອງພັກ ໃຫ້ສົມບູນຍິ່ງຂຶ້ນ.ການກໍ່ສ້າງພັກ-ພະນັກງານ: ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ຄູອາຈານ ໃຫ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ ແລະ ຈັນຍາບັນຂອງຄູສອນການເມືອງ.

ໃນຕອນທ້າຍພິທີ, ສະຫາຍ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວຮັບຄຳໂອ້ລົມ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ສືບທອດມູນເຊື້ອອັນດີງາມ ຂອງ ສມປຊ, ຈະທຸ້ມເທສະຕິປັນຍາ ເພື່ອປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍໃຫ້ ໃຫ້ປະສົບຜົນສຳເລັດ, ສ້າງ ສມປຊ ໃຫ້ກາຍເປັນສູນກາງທາງດ້ານວິຊາການ ແລະ ທິດສະດີການເມືອງ ທີ່ທັນສະໄໝ ແລະ ເຂັ້ມແຂງຂອງຊາດ.

ຂ່າວ: ຕາອັອດ ແສນທະວີສຸກ, ພາບ: ຫສພ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ