ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່

ສະຫາຍ ຄໍາພັນ ພົມມະທັດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກກະຊວງຍຸຕິທຳຜູ້ໃໝ່
ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ຮັບການແຕ່ງຕັ້ງ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່) ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທໍາ (ຜູ້ເກົ່າ-ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ກະຊວງຍຸຕິທຳ, ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການ ຄະນະບໍລິຫານງານພັກກະຊວງ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄາພນ ພມມະທດ ໄດຮບການແຕງຕງເປນເລຂາພກກະຊວງຍຕທຳຜໃໝ - image 1
 

ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາວຽກງານຮອບດ້ານໄລຍະຜ່ານມາວ່າ: ກະຊວງຍຸຕິທຳປະກອບມີ 11 ຫົວໜ່ວຍຂຶ້ນກັບ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ, ກົມຄຸ້ມຄອງການປະຕິບັດຄໍາຕັດສິນຂອງສານ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ, ກົມທະ ບຽນສານ, ກົມຮ່ວມມືສາກົນ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ. ນອກນັ້ນ, ຍັງມີຫົວໜ່ວຍວິຊາການລະດັບ 2 ຂຶ້ນກັບ ຄື: ສະຖາບັນຍຸຕິທຳແຫ່ງຊາດ 3 ສາຂາ; ມີ 5 ກອງ ແລະ 11 ຫ້ອງປະຕິບັດຄໍາຕັດສິນຂອງສານ, ສຳລັບກົງຈັກການຈັດຕັ້ງທ້ອງຖິ່ນ ທີ່ຢູ່ພາຍໃຕ້ການຊີ້ນຳດ້ານວິຊາການຂອງກະຊວງຍຸຕິທຳມີຄື: ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ 17 ແຂວງ ແລະ ຫ້ອງການຍຸຕິທໍາບັນດາເມືອງ, ນະຄອນ 148 ເມືອງ; ມາເຖິງປັດຈຸບັນມີພະນັກງານ-ລັດຖະກອນ ຂະແໜງການຍຸຕິທໍາໃນຂອບເຂດທົ່ວປະເທດທັງໝົດ 2,303 ຄົນ ຍິງ 873 ຄົນ. ໃນນີ້ຢູ່ກະຊວງຍຸຕິທຳມີ 675 ຄົນ ຍິງ 244 ຄົນ. ຜົນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາ, ດ້ານການເມືອງ-ແນວຄິດ ໄດ້ຖືສຳຄັນວຽກງານສຶກສາອົບຮົມນຳພາການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆ ຂອງພັກ-ລັດ, ຜ່ານຜ່າຄວາມຫຍຸ້ງຍາກດ້ານຕ່າງໆ ໃຫ້ມີຄວາມສະຫງົບ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ ແລະ ສ້າງຄວາມເຊື່ອໝັ້ນຂອງສັງຄົມ ຕໍ່ວຽກງານຍຸຕິທຳນັບມື້ນັບຫຼາຍຂຶ້ນ. ດ້ານວຽກງານວິຊາສະເພາະ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດ ຊອບຂອງກະຊວງຍຸຕິທໍາ ລວມມີ 5 ກົດໝາຍ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວທັງ 5 ສະບັບ; ເອົາໃຈໃສ່ປະຕິບັດໜ້າທີ່ເປັນໃຈກາງປະສານສົມທົບກັບບັນດາກະຊວງ, ອົງການທີ່ຮັບຜິດຊອບໃນການສ້າງ ແລະ ປັບປຸງກົດໝາຍ ພ້ອມທັງຄົ້ນຄວ້າ, ຮຽບຮຽງ, ກວດກາ ຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍທັງໝົດ 87 ສະບັບ, ກົດໝາຍສ້າງໃໝ່ 24 ສະບັບ ແລະ ປັບປຸງ 63 ສະບັບ, ໃນນີ້ ມີກົດໝາຍທີ່ນອນໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ມີ 76 ສະບັບ, ກົດໝາຍສ້າງໃໝ່ 23 ສະບັບ ແລະ ປັບປຸງ 53 ສະບັບ. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມປັບປຸງລັດຖະທຳມະນູນ ສະບັບປີ 2025. ພ້ອມນັ້ນ ກໍໄດ້ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງລັດຖະບັນຍັດໄດ້ 8 ສະບັບ, ຮ່າງດຳລັດໄດ້ 104 ສະບັບ, ໃນນີ້ມີດຳລັດທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທໍາ ຈໍານວນ 7 ສະບັບ; ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ສັນຍາການລົງທຶນ, ສັນຍາສຳປະທານ ແລະ ສັນຍາກູ້ຢືມ ທີ່ລັດຖະບານເປັນຄູ່ສັນຍາໃຫ້ມີຄວາມສອດຄ່ອງກັບນະໂຍບາຍ ແລະ ກົດໝາຍໄດ້ທັງໝົດ 56 ສະບັບ; ເອົາໃຈໃສ່ຊີ້ນຳພະແນກຍຸຕິທຳຂັ້ນແຂວງ, ຫ້ອງການຍຸຕິທໍາເມືອງ ເຮັດໜ້າທີ່ເປັນເສນາທິການ ໃຫ້ອົງການປົກຄອງທ້ອງຖິ່ນ ໃນການກວດກາຮ່າງນິຕິກຳຕ່າງໆ ກ່ອນຈະສະເໜີອົງການ ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ.

ສະຫາຍ ຄາພນ ພມມະທດ ໄດຮບການແຕງຕງເປນເລຂາພກກະຊວງຍຕທຳຜໃໝ - image 2
 

ສະຫາຍ ວຽນທອງ ສິງຄຳພັນ ຄະນະພັກ ຫົວໜ້າກົມຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ ໄປຮັບໜ້າທີ່ໃໝ່ຢູ່ສານປະຊາຊົນສູງສຸດ ແລະ ແຕ່ງຕັ້ງສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເປັນເລຂາ ຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່). ໃນພິທີໄດ້ເຊັນມອບ-ຮັບໜ້າທີ່ລະຫວ່າງສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳຜູ້ເກົ່າ ແລະ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່).

ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດມອບໃບຍົກຍ້າຍ ແລະ ໃບແຕ່ງຕັ້ງ ພ້ອມທັງໃຫ້ກຽດໂອ້ລົມເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາ ກໍຄືພະນັກງານຫຼັກແຫຼ່ງກະຊວງຍຸຕິທຳ ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ, ປະຕິບັດຖືກຕ້ອງຄົບຖ້ວນຕາມຫຼັກການນຳພາຂອງພັກ ມີຄວາມເປັນເອກະພາບໃນການຄົ້ນຄວ້າຕັດສິນບັນຫາ, ແບບແຜນວິທີເຮັດວຽກຕ້ອງແທດຕົວຈິງ, ໂປ່ງໃສ; ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ເປັນແບບຢ່າງໃນການນຳພາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ, ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດຊັດຊື່, ມີຈັນຍາບັນ, ມີຄວາມສະດຸ້ງໄວຕໍ່ສະພາບການໃນເງື່ອນໄຂ ໃໝ່. ຍາມໃດກໍຕ້ອງມີສະຕິກຽມພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ຕ້ອງເຂັ້ມງວດຕໍ່ຕົນເອງ, ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ.

ສະຫາຍ ຄາພນ ພມມະທດ ໄດຮບການແຕງຕງເປນເລຂາພກກະຊວງຍຕທຳຜໃໝ - image 3
 

ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ