ເມືອງທ່າແຕງ ໃຫ້ສົ່ງເສີມການຜະລິດເປັນສິນຄ້າ

ສະຫາຍ ເຫລັກໄຫລ ສີວິໄລ ຊີ້ນໍາເມືອງທ່າແຕງ ໃຫ້ສົ່ງເສີມການຜະລິດເປັນສິນຄ້າ

ສະຫາຍ ເຫລັກໄຫລ ສີວິໄລ ຊີ້ນໍາເມືອງທ່າແຕງ ໃຫ້ສົ່ງເສີມການຜະລິດເປັນສິນຄ້າ
ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ແຂວງເຊກອງຄັ້ງທີ VII ທີ່ຈັດຂຶ້ນໃນລະຫວ່າງວັນທີ 9-10 ມັງກອນ 2025 ຜ່ານມາ, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ຊີ້ນໍາຄະນະພັກ,

 ອົງການປົກຄອງເມືອງທ່າແຕງ ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນຜະລິດກະສິກໍາເປັນສິນຄ້າໃຫ້ຫຼາຍຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງຕະຫຼາດພາຍໃນ ແລະ ພາຍນອກ ແນໃສ່ສ້າງອາຊີບ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນພາຍໃນເມືອງ. ພ້ອມນີ້, ໃຫ້ຄະນະພັກ-ຄະນະນໍາເມືອງເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ, ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ການຄຸ້ມຄອງ-ບໍລິຫານລັດໃຫ້ເຂັ້ມແຂງ, ເອົາໃຈໃສ່ນໍາພາພັດທະນາເສດຖະກິດ ໂດຍສະເພາະຂະແໜງທີ່ເປັນທ່າແຮງ, ການປຸງແຕ່ງຜົນຜະລິດກະສິກໍາ ແລະ ການບໍລິການ ໃຫ້ກາຍເປັນເສດຖະກິດປາຍແຫຼມ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເພີ່ມທະວີການຄຸ້ມຄອງ, ຍາດແຍ່ງດຶງດູດການລົງທຶນຂອງຕ່າງປະເທດໃຫ້ແຂງແຮງ, ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ໂດຍຖືເອົາການສ້າງບ້ານ-ກຸ່ມບ້ານພັດທະນາ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ, ບ້ານປອດຢາເສບຕິດ ແລະ ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ປັບປຸງ ແລະ ຂະຫຍາຍຕາໜ່າງດ້ານການສຶກສາ, ຍົກລະດັບການບໍລິການດ້ານສາທາລະນະສຸກ ໃຫ້ຫັນໄປສູ່ຄຸນນະພາບໃໝ່, ພັດທະນາສີມືແຮງງານ ຕິດພັນກັບການພັດທະນາການທ່ອງທ່ຽວວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຕາມທິດສີຂຽວປະຊາຊົນມີສ່ວນຮ່ວມ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງທ່າແຕງຫຼາຍຂຶ້ນ, ໂຄສະນາສຶກສາອົບຮົມ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ການພັດທະນາເມືອງທ່າແຕງ ໃຫ້ກ້າວຂຶ້ນຕາມແນວທາງ ຂອງພັກເຮົາວາງໄວ້.

(ຂ່າວ-ພາບ: ສັນຍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ.
ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງ ບໍລິຄຳໄຊ ສະໄໝທີ 8 ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ສາລາໂຮງທຳ ວັດສີລະວະນາຣາມ (ບ ອານຸສອນໄຊ) ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງພະອາຈານ ຄຳປັນ ອິນທະວົງ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງສປປລາວ ປະທານອົງການພຸດທະສາສະໜາສັມພັນລາວ (ອພສ)ແຂວງບໍລິຄຳໄຊ, ມີພຣະອາຈານ ມະຫາເວດ ມະເສໄນ ອົງຮັກສາການ ປະທານສູນກາງ ອພສ.
ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ໃນວັນທີ 8 ກໍລະກົດນີ້.ໄດ້ຈັດພິທີເປີດການນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຕະໂອ້ຍ ແຂວງສາລະວັນຂຶ້ນ. ໃນພິທີ, ທ່ານ ຄຳລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກໃຕ້ແຂວງ ຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດໜ່ວຍບໍລິການເມືອງຕະໂອ້ຍ ກໍເພື່ອເປັນການຂະຫຍາຍພື້ນທີ່ຈຸດໃຫ້ການບໍລິການ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນໜ່ວຍບໍລິການທະນາຄານພັດທະນາລາວ.
ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ພິທີເຊັນບົດບັນທຶກການມອບ - ຮັບວຽກງານສື່ມວນຊົນ (ວຽກງານຖະແຫຼງຂ່າວ) ມາຂຶ້ນກັບຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ຄະນະໂຄສະນາອົບ ຮົມສູນກາງພັກ. ໂດຍການຮ່ວມລົງນາມໃນບົດບັນທຶກລະຫວ່າງ ທ່ານ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງວຽງຄໍາ ແຂວງວຽງຈັນ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 8 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ສົມໝາຍ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ.
ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໃນລະຫວ່າງວັນທີ 3-7 ກໍລະກົດ ນີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ຈັດກິດຈະກໍາ ຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນໃຫ້ວັດພາຍໃນເຂດເມືອງຫົງສາ ລວມທັງໝົດຈໍານວນ 15 ວັດ ເນື່ອງໃນໂອກາດວັນບຸນເຂົ້າພັນສາ ປະຈໍາປີ 2025 ເພື່ອຮ່ວມສົ່ງເສີມພຸດທະສາສະໜາ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາວພຸດໃນທ້ອງຖິ່ນ.
ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ໃນວັນທີ 7 ກໍລະກົດ ຜ່ານມາ ນີ້ ທີ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ ການປົກປັກຮັກສາ ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຊຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້ ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຮັບຟັງການຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ໃນວັນທີ 8 ກໍລະກົດນີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ.
ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ຄະນະປະຈຳພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ປະກາດພະນັກງານເຂົ້າຮັບອຸດໜູນບຳນານ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນ​ຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)
ເພີ່ມເຕີມ