ໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມລາວ ນະຄອນຫຼວງວຽງຈັນ ໃນວັນທີ 25 ເມສານີ້.
ການວາງພວງມາລາຄັ້ງນີ້ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ແລະ ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນຂອງບັນດານັກຮົບປະຕິວັດລາວ ທີ່ໄດ້ເຄີຍຮ່ວມສຳພັນຮົບກັບອ້າຍນ້ອງທະຫານຫວຽດນາມໃນຂະບວນການຕໍ່ສູ້ປະຕິວັດປົດປ່ອຍຊາດຈາກພວກຈັກກະພັດຜູ້ຮຸກຮານ ກໍຄືການຮ່ວມສຳພັນຮົບ ຮ່ວມຂຸມຕະຄອງດຽວກັນ ເປັນຕາຍຮ່ວມກັນ ຕ້ານສັດຕູລວມໂຕດຽວ ໃນການປົດປ່ອຍຊາດຍາດເອົາເອກະລາດມາໃຫ້ປະຊາຊົນຂອງແຕ່ລະປະເທດ ລາວ-ຫວຽດນາມ.
ໃນປະຫວັດສາດການປະຕິວັດຊາດປະຊາທິປະໄຕຂອງ ລາວ ແລະ ຫວຽດນາມ ຕ່າງກໍໄດ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເວົ້າລວມ, ເວົ້າສະເພາະແມ່ນໄດ້ຊ່ວຍກັນປົກປ້ອງເສັ້ນທາງໂຮ່ຈິມິນ ທີ່ເປັນເສັ້ນທາງຍຸດທະສາດ, ເສັ້ນທາງແຫ່ງການລໍາລຽງຂົນສົ່ງຂອງກອງກໍາລັງປະຕິວັດ, ຂົນສົ່ງອາວຸດຍຸດທະພັນ, ນໍ້າມັນ, ສະບຽງອາຫານຈາກພາກເໜືອລົງໄປສົມທົບ ແລະ ສະໜັບສະໜູນກໍາລັງປະຕິວັດຢູ່ພາກໃຕ້ຫວຽດນາມ ກໍຄື ກໍາລັງປະຕິວັດທີ່ເຄື່ອນໄຫວຢູ່ພາກກາງ ແລະ ພາກໃຕ້ຂອງລາວ ຊຶ່ງໄດ້ເຮັດໃຫ້ເກີດເຫງົ້າພະລັງ ແລະ ກໍາລັງແຮງຊະນະເລີດໃນການຜາບແພ້ອິດທິກໍາລັງຈັກກະພັດຜູ້ຮຸກຮານ ໃນວັນທີ 30 ເມສາ 1975 ກໍສາມາດປົດປ່ອຍພາກໃຕ້ຫວຽດນາມ ແລະ ທ້ອນໂຮມປະເທດຫວຽດນາມເຂົ້າເປັນອັນໜຶ່ງອັນດຽວ.
ຄວາມເປັນຈິງໃນປະຫວັດສາດ ແຫ່ງການປະຕິວັດຊາດປະຊາທິປະໄຕ ໄດ້ສ່ອງແສງໃຫ້ເຫັນແຈ້ງໂດຍສະເພາະ ສະໜາມຮົບບົນເສັ້ນທາງໂຮ່ຈິມິນ ແມ່ນສະໜາມຮົບອັນດຸເດືອດເໜືອພັນລະນາ ຊຶ່ງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດລາວ ແລະ ຫວຽດນາມອ້າຍນ້ອງ ບໍ່ຈັກວ່າເທົ່າໃດ ທີ່ຕ້ອງເສຍສະຫຼະຊີວິດ ເລືອດເນື້ອເພື່ອປົກປ້ອງເສັ້ນທາງລໍາລຽງ, ເຄື່ອນທັບ ຊຶ່ງໄດ້ຕໍ່ສູ້ບົນຈິດໃຈທີ່ເປັນນັກຮັກເອກະລາດອິດສະຫຼະພາບ ຮ່ວມສໍາພັນຮົບເພື່ອປົດປ່ອຍຊາດຂອງແຕ່ລະປະເທດ ຖານສະຫາຍອ້າຍນ້ອງ, ຢາດເຫື່ອ ແລະ ນໍ້າຕາ, ຢາດເລືອດ ແລະ ຊີວິດຂອງເຂົາເຈົ້າ ໄດ້ເຈືອຈານເຂົ້າກັນ ເພື່ອໄຊຊະນະຂອງການປະຕິວັດ ແລະ ການທ້ອນໂຮມປະເທດຊາດ.
(ຂ່າວ-ພາບ: ສຸກສະຫວັນ)
ຄໍາເຫັນ