![]() |
ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນໍາວຽກງານອົງການ ຈັດຕັ້ງມະຫາຊົນພ້ອມຄະນະທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ສະຫາຍ ໄມທອງ ທໍາມະວົງສາ ໄດ້ຕາງໜ້າຄະນະຜູ້ແທນ ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ກໍຄືບັນດາຜົນສໍາເລັດດ້ານຕ່າງໆໃນການນໍາພາ-ຊີ້ນໍາການສ້າງສາພັດທະນາແຂວງສະຫວັນນະເຂດໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນແລະ ການປະກອບຄໍາຄິດເຫັນສໍາຄັນຂອງສະຫາຍຮອງເລຂາພັກເເຂວງພ້ອມດ້ວຍຄະນະໃນຄັ້ງນີ້.
ຄະນະໄດ້ໄປຢ້ຽມຢາມສະຖານຫໍພິພິຕະພັນຂອງແຂວງສະຫວັນນະເຂດ ເພື່ອຮຽນຮູ້ປະຫວັດສາດຂອງແຂວງທີ່ຕິດພັນກັບປະຫວັດສາດອັນຍາວນານ ແລະ ມູນເຊື້ອພິລະອາດຫານທັງເປັນບ້ານເກີດຂອງທ່ານປະ ທານໄກສອນ ພົມວິຫານ, ຜູ້ນໍາທີ່ພິລະອາດຫານປີຊາສາມາດ ແລະ ແສນເຄົາລົບຮັກຂອງພັກ-ລັດ ແລະປະຊາຊົນ, ວິລະບູລຸດຂອງຊາດລາວ, ນັກປະຕິວັດຜູ້ດີເລີດ ແລະ ຜູ້ນຳສູງສຸດຂອງການປະຕິວັດລາວທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນທີ່ພະນັກງານຮຸ່ນໜຸ່ມນ້ອຍຄວນສືບຕໍ່ຮໍ່າຮຽນເອົາເປັນແບບຢ່າງເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃຫ້ເເກ່ຄະນະທັງໝົດໃຫ້ກຳແໜ້ນປະຫວັດສາດການຕໍ່ສູ້ກູ້ຊາດ, ຜົນງານ, ຄຸນງາມຄວາມດີ, ແບບ ແຜນການດຳລົງຊີວິດ,ມູນເຊື້ອອັນດີງາມຂອງນັກຮົບປະຕິວັດ ແລະ ການນຳຮຸ່ນທຳອິດຂອງ ສປປ ລາວ. ນອກຈາກນັ້ນ, ຄະນະໄດ້ໄປທັດສະນະສຶກສາພື້ນຖານເສດຖະກິດ, ໂດຍສະເພາະແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ໄດ້ຮັບຮູ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງແຂວງສະຫວັນນະເຂດໃນຊຸມປີຜ່ານມາ ແລະ ປັດຈຸບັນ. ໃນໂອກາດລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ນໍາພາໂດຍ ສະຫາຍ ກັນຍາ ຄໍາມຸງຄຸນ, ຄະນະພັກກະຊວງການຕ່າງປະເທດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານກະຊວງການຕ່າງປະເທດ ແລະ ຄະນະບໍລິຫານງານສະຫະພັນກໍາມະບານແຂວງສະຫວັນນະເຂດ ນຳພາໂດຍ ສະຫາຍ ນາງ ບົວສອນ ວິໄລວົງ, ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ເພື່ອແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານກໍາມະບານ ກໍຄືການຈັດຕັ້ງປະຕິບັດບັນດາວຽກງານທີ່ພົ້ນເດັ່ນຂອງຕົນໃນໄລຍະຜ່ານມາ. ສະຫະພັນກໍາມະບານກະຊວງການຕ່າງປະເທດ ຍັງໄດ້ນໍາເອົາອຸປະກອນການສຶກສາ, ເຄື່ອງກິລາແລະ ເຄື່ອງຮັບໃຊ້ການຮຽນການສອນຈໍານວນໜຶ່ງໄປມອບໃຫ້ເເກ່ 5 ໂຮງຮຽນ ຂອງຄຸ້ມບ້ານພັດທະນາ, ພິທີມອບ-ຮັບໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນປະຖົມສົມບູນທ່າຊະໂນ, ນະຄອນໄກສອນ ພົມວິຫານ.
ການມາທັດສະນະສຶກສາ, ເເລກປ່ຽນບົດຮຽນ ແລະ ຢ້ຽມຢາມສະຖານທີ່ປະຫວັດສາດສໍາຄັນຂອງການປະຕິວັດຢູ່ແຂວງສະຫວັນນະເຂດ ຂອງຄະນະໃນຄັ້ງນີ້ ເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ເປັນຕົ້ນແມ່ນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປິ, ທັງເປັນການສ້າງໂອກາດໃຫ້ຖັນແຖວພະນັກງານ ແລະ ສະມາຊິກກໍາມະບານກະຊວງການຕ່າງປະເທດ ໄດ້ຮຽນຮູ້ ແລະ ກໍາໄດ້ສະພາບລວມການພັດທະນາເສດຖະກິດສັງຄົມ ແລະ ທ່າແຮງດ້ານຕ່າງໆຂອງແຂວງສະຫວັນນະເຂດ ເພື່ອນໍາໄປໝູນໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານການທູດຕົວຈິງໃນຕໍ່ໜ້າ. (ຂ່າວ: ກຕທ)

ຄໍາເຫັນ