ສະຫາຍ ສະເຫຼີມໄຊ ກົມມະສິດ ຢ້ຽມຂໍ່ານັບການນໍາຂັ້ນສູງຫວຽດນາມ

ສະຫາຍ ສະເຫຼີມໄຊ ກົມມະສິດ ຢ້ຽມຂໍ່ານັບການນໍາຂັ້ນສູງຫວຽດນາມ
ໃນວັນທີ 22 ພະຈິກ ຜ່ານມາ,ສະຫາຍ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດນໍາພາຄະນະເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງນການຕ່າງປະເທດ ລາວ-ຫວຽດນາມ ໃນລະຫວ່າງວັນທີ 21-23 ພະຈິກ 2023.
ໃນໂອກາດນີ້, ສະຫາຍການນໍາຂັ້ນສູງຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ. ໃນຂະນະດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ຊຶ່ງສະແດງເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ສາຍພົວພັນພິເສດສອງປະເທດ ລາວ-ຫວຽດນາມ, ທັງຍັງເປັນການສະແດງເຖິງຄວາມມີຊີວິດຊີວາຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນສະໜິດສະໜົມ ຈາກ ສະຫາຍ ປະທານປະເທດ ທອງລຸນ ສີສຸລິດ; ສະຫາຍ ປະທານສະພາ ໄຊສົມພອນ ພົມວິຫານ ແລະ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ການນໍາສະຫາຍອື່ນໆ ເຖິງ ສະຫາຍ ຫວໍ້ ວັນ ເຖື່ອງ ແລະ ສະຫາຍ ຟ້າມ ມິງ ຈິງ ລວມໄປເຖິງການນໍາພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກຖ້ວນໜ້າ ແລະ ຍັງໄດ້ແຈ້ງໃຫ້ຊາບເຖິງຜົນຂອງການປຶກສາຫາລືກັບ ສະຫາຍ ລັດຖະມົນຕີ ບຸ່ຍ ແທັງ ເຊີນ ກ່ຽວກັບ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ, ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 10 ລະຫວ່າງສອງກະຊວງນການຕ່າງປະເທດ ລາວ-ຫວຽດນາມ.
ໃນໂອກາດດຽວກັນນີ້,ສອງຝ່າຍ ຍັງໄດ້ເປັນເອກະພາບກັນຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ,ຊຶ່ງການພົວພັນຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ຂອງສອງປະເທດ ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນໃນທຸກຂົງເຂດ; ການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນຕ່າງໆຢ່າງເປັນປົກກະຕິ ແຕ່ສູນກາງຮອດທ້ອງຖິ່ນ; ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະບານ ຄັ້ງທີ 45 ກໍເຫັນໄດ້ວ່າມີປະສິດພາບ ແລະ ປະສິດທິຜົນ;ໂດຍສະເພາະແມ່ນທ້າຍປີນີ້ຮອດຕົ້ນປີ 2024, ສອງປະເທດພວມກະກຽມໃຫ້ແກ່ການພົບປະລະຫວ່າງສອງກົມການເມືອງ, ກອງປະຊຸມຄະນະກຳມະການຮ່ວມມື ລະຫວ່າງສອງລັດຖະບານ ຄັ້ງທີ 46 ທີ່ ຈະມີຂຶ້ນຢູ່ ສສ ຫວຽດນາມ. ພ້ອມນີ້, ສະຫາຍ ປະທານປະເທດ ແລະ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຍັງໄດ້ຢືນຢັນຄືນວ່າ ຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການເປັນປະທານ ອາຊຽນ ໃນປີ 2024 ນີ້.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)

ຄໍາເຫັນ

ຂ່າວການຮ່ວມມື

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ເປີດນຳໃຊ້ສູນຝຶກ ຮັບປະກັນການບິນຮ່ວມສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ

ພິທີເປີດນຳໃຊ້ສູນຝຶກ ແລະ ຮັບປະກັນການບິນຮ່ວມ ສະໜາມບິນບ້ານເກິນ ແລະ ວິທະຍາໄລການບິນມິດຕະພາບລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍມີສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ສປປ ລາວ ແລະ ຄະນະຜູ້ແທນກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມ.
ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ສໍາມະນາກ່ຽວກັບ “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ”

ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມສໍາມະນາ ພາຍໃຕ້ຫົວຂໍ້: “ການປັບປຸງການປົກຄອງໃຫ້ທັນສະໄໝຂອງບັນດາປະເທດອາຊຽນ” ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃຫ້ກຽດເຂົ້າຮ່ວມເປັນປະທານປິດໂດຍ ທ່ານ ນາງ ຈ້າວ ເຈີ້ນ (Dr. Zhao Zhen) ຮອງຫົວໜ້າສະຖາບັນການພັດທະນາຜູ້ບໍລິ ຫານ, ການຈັດສໍາມະນາຫົວຂໍ້ດັ່ງກ່າວໄດ້ຈັດຂຶ້ນເເຕ່ວັນທີ 3-23 ກັນຍາ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຊຶ່ງຈັດໂດຍກະຊວງການຄ້າ ເເຫ່ງ ສປ ຈີນ ຮ່ວມກັບມະຫາວິທະຍາໄລເສດຖະກິດ ແລະ ທຸລະກິດສາກົນ (UIBE), ມີສໍາມະນາກອນຈາກ 5 ປະເທດຄື: ສປປ ລາວ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ອິນໂດເນເຊຍ ແລະ ມາເລເຊຍ (ກອງເລຂານຸການອາຊຽນ) ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 9 ທ່ານ.
ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ສຸສານຈີນ ທີ່ແຂວງອຸດົມໄຊ ແລະ ຊຽງຂວາງ: ສັນຍາລັກແຫ່ງນ້ຳໃຈສາກົນກຳມາຊີບຂອງນັກຮົບວິລະຊົນຈີນ ທີ່ມີຕໍ່ພາລະກິດຕໍ່ສູ້ກູ້ຊາດຂອງປະເທດຊາດ ແລະ ປະຊາຊົນລາວຢ່າງບໍ່ມີວັນລືມ

ເມື່ອ​ຫວນ​ຄືນ​ໃນ​ເດືອນ​ສິງຫາ ປີ 2014, ອົງການ​ນິຕິບັນຍັດ​ຈີນ ໄດ້​ຜ່ານ​ມະ​ຕິ​ກຳນົດ​ເອົາ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເປັນ​ວັນ​ລະນຶກວິ ລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ແຫ່ງ​ຊາດ​ຈີນ. ຄື​ກ່ອນ​ວັນຊາດ​ຈີນ​ວັນ​ທີ 1 ຕຸລາ​ ພຽງ 1 ວັນ ​ແລະ​ ນັບ​ແຕ່​ມີ​ນິ ຕິບັນຍັດ​ນັ້ນ​ເປັນຕົ້ນ​ມາ, ລັດຖະ ບານ​ຈີນ​ກໍ​ຄື​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຈັດ​ກິດ ຈະກຳ​ລະນຶກ​ເຖິງ​ວິລະ​ຊົນ​ຈີນ​ຜູ້​ເສຍສະຫຼະ​ຊີວິດ ​ໃນ​ວັນ​ທີ 30 ກັນ ຍາ​ຂອງ​ທຸກໆ​ປີ ເພື່ອ​ສະແດງ​ຄວາມ ເຄົາລົບ​ນັບຖື ແລະ ຮູ້​ບຸນຄຸນ​ຕໍ່​ວິລະ​ຊົນ​ນັກຮົບ​ຈີນ​ທີ່​ມີ​ນ້ຳໃຈສາກົນ​ກຳ​ ມາຊີບ​ເສຍສະຫຼະ​ຊີວິດ ​ເພື່ອ​ສັນຕິ ພາບ​ໃນ​ທົ່ວ​ໂລກ, ທັງ​ເປັນການຈາລຶກ ​ບຸນຄຸນ ແລະ ເຮັດ​ໃຫ້​ນ້ຳໃຈ​ວິລະ​ຊົນ​ສະຫຼັກໄວ້​ໃນ​ດວງ​ໃຈ​ຂອງ​ຊົນ​ຊາດ​ຈີນ​ ແລະ​ ປະຊາຊົນ​ຜູ້​ຮັກຫອມ​ສັນ ຕິພາບ​ໃນ​ທົ່ວ​ໂລກ​ຕະຫຼອດ​ໄປ.
ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ຫົວໜ້າ ຄຕພ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ໃນວັນທີ 28 ກັນຍາ ນີ້ ທີ່ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 27-28 ກັນຍາ 2026.
ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ຄລທ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທີ່ນະຄອນພະນົມເປັນ

ໃນລະຫວ່າງວັນທີ 21-25 ກັນຍາຜ່ານມານີ້, ຄະນະຜູ້ແທນ ນໍາໂດຍ ທ່ານ ວັນທະນາ ບໍລິນທາ ກຳມະການ ຜູ້ປະຈຳການ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ(ຄລທ), ພ້ອມດ້ວຍຄະນະຕາງໜ້າຈາກ ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ໃນຫົວຂໍ້: ວຽກງານສົ່ງເສີມການລົງທຶນ ແລະ ການພັດທະນາຂະແໜງອຸດສາຫະກຳຜະລິດ ແລະ ປະກອບລົດຍົນ ຢູ່ ປະເທດກຳປູເຈຍ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ເພີ່ມເຕີມ