ໃນວັນທີ 13 ພຶດສະພານີ້ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫຼິວ ຫົງຈ້ຽນ ເລຂາພັກນະຄອນຄຸນໝິງ, ແຂວງຢຸນໜານ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.
ໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຈາກນະຄອນຄຸນໝິງໃນຄັ້ງນີ້. ພ້ອມນີ້, ສະຫາຍຮອງນາຍົກລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ພ້ອມດຽວກັນນັ້ນ, ສະຫາຍຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີນມາຍັງ ນະຄອນຄຸຸນໝິງ ກໍຄື ແຂວງຢຸນນານ ເນື່ອງໃນໂອກາດໄດ້ຮັບມອບໝາຍຈາກສູນກາງ ໃນການຊຸກຍູ້, ເສີມຂະຫຍາຍການພົວພັນ ແລະ ຮ່ວມມືຮ່ວມກັບ ສປປ ລາວ, ກໍຄືການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືແບບຢ່າງ ທີ່ການນຳສູງສຸດຂອງສອງປະເທດຕົກລົງເຫັນດີເປັນເອກະພາບກັນໃຫ້ເປັນຮູບປະທຳ.
ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດຕາມແລວທາງລົດໄຟລາວ-ຈີນ, ໂດຍສະເພາະການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າຂອງ ສປປ ລາວ ສູ່ ສປ ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ. ພ້ອມນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຖືເອົາໂອກາດ ໃນການເປີດປີທ່ອງທ່ຽວລາວ 2024 ເຊື້ອເຊີນບັນດານັກທ່ອງທ່ຽວ ຈາກ ສປ ຈີນ ກໍຄື ນະຄອນຄຸນໝິງ ມາທ່ອງທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ.
ໃນໂອກາດດຽວກັນນີ້, ສະຫາຍ ຫຼິວຫົງຈ້ຽນ ໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງນະຄອນຄຸນໝິງແລະ ບັນດາອຳນາດການປົກຄອງທ້ອງຖິ່ນຂອງ ສປປ ລາວ ໃນຂະແໜງການທີ່ທັງສອງຝ່າຍເຫັນວ່າມີທ່າແຮງຮ່ວມກັນ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)
ຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ
ສຸພາສິດຈີນ ໄດ້ກ່າວວ່າ: “ພີ່ນ້ອງທີ່ຢູ່ຫ່າງໄກກັນ ບໍ່ດີເທົ່າກັບເພື່ອນບ້ານທີ່ຢູ່ໃກ້ຄຽງກັນ”. ທ່ານ ສີຈີ້ຜິງ ເລຂາທິການໃຫຍ່ ໄດ້ກ່າວເນັ້ນວ່າ: “ປະເທດອ້ອມຂ້າງເປັນບ່ອນເພິ່ງພາອາໄສຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນ ໃນການພັດທະນາ”. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດເປັນຕົ້ນມາ, ຝ່າຍຈີນ ໄດ້ສະເໜີວິໄສທັດ ວຽກງານການຕ່າງປະເທດຂອງຕົນ ຕໍ່ກັບບັນດາປະເທດໃກ້ຄຽງ ຄື: “ສະໜິດສະໜົມ, ຈິງອົກຈິງໃຈ, ໃຫ້ຜົນປະໂຫຍດ, ເອື້ອອາລີ” ແລະ ໄດ້ສະເໜີຂໍ້ລິເລີ່ມ ໃນການສົ່ງເສີມກໍ່ສ້າງປະຊາຄົມຮ່ວມຊາຕາກຳປະເທດອ້ອມຂ້າງ. ຝ່າຍຈີນ ໄດ້ລົງເລິກສ້າງການຮ່ວມມືຢ່າງຮອບດ້ານກັບບັນດາປະເທດອ້ອມຂ້າງ, ເພີ່ມທະວີການແລກປ່ຽນໃນທຸກຂົງເຂດ ໂດຍຖືເອົາການຊີ້ນຳ-ນຳພາຂອງການນຳສູງສຸດຂອງປະເທດ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຄໍາເຫັນ