ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX

ສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ ສະໄໝທີ IX
ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ສະໄໝທີ IX. ກອງປະຊຸມດັ່ງກ່າວ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 26 ສິງຫານີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາ ຄຊປປລ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ບັນດາສະຫາຍຜູ້ແທນສົມບູນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
 
ສະຫາຍ ທອງລ ສສລດ ເປນເລຂາ ຄຊປປລ ສະໄໝທ IX - image 1
 

ສະຫາຍ ມອນໄຊ ລາວມົວຊົ່ງ ກ່າວປິດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ເປັນການຢັັ້ງຢືນເຖິງຄວາມສາມັກຄີ ເປັນເອກະພາບ ແລະ ຄວາມຮັບຜິດຊອບ ທາງດ້ານການເມືອງ ຂອງບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ສະເເດງໃຫ້ເຫັນເຖິງຄວາມຕັດສິນໃຈເດັດດ່ຽວຢຶດໝັ້ນການນຳພາໂດຍກົງ ຮອບດ້ານຂອງພັກ, ປະຕິບັດແນວທາງການປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, 3 ດີ 4 ຮູ້ ຂອງເຍົາວະຊົນ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ.

ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບເສີມຂະຫຍາຍສິດ ປະຊາທິປະໄຕ ເລືອກເອົາ ຄຊປປລ ສະໄໝທີ IX ຊຶ່ງບັນດາສະຫາຍ ລ້ວນແລ້ວແຕ່ໄດ້ຜ່ານການທົດສອບ ແລະ ເຕີບໃຫຍ່ໃນຂະບວນການວຽກງານຕົວຈິງ ຂອງຊາວໜຸ່ມ ແມ່ນຜູ້ທີ່ມີບົດຮຽນໃນການເຄື່ອນໄຫວ ນຳພາຕົວຈິງຮັບປະກັນລັກສະນະສືບທອດປ່ຽນແທນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຊາວໜຸ່ມ, ເຍົາວະຊົນລາວ ບັນດາເຜົ່າໃນທົ່ວປະເທດ ກໍຄືກອງປະຊຸມເພື່ອເປັນແບບຢ່າງນຳພາຊາວໜຸ່ມ, ເຍົາວະຊົນໃນການພັດທະນາຕົນເອງ, ຄອບຄົວ, ການຈັດຕັ້ງ ແລະ ປະເທດຊາດ. ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກເອົາ ຄຊປປລ ສະໄໝທີ IX ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ກໍານົດໄວ້. ມີບັນດາຜູ້ແທນສະໝັກລົງເລືອກຕັ້ງ ຄຊປປລ ສະໄໝທີ IX ທັງໝົດ 67 ສະຫາຍ ຍິງ 17 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ຄຊປປລ 13 ສະຫາຍ ຍິງ 3 ສະຫາຍ ໂດຍເລືອກເອົາສະຫາຍ ທອງລີ ສີສຸລິດ ເປັນເລຂາ ຄຊປປລ, ສະຫາຍ ສຸລິຍາ ແກ້ວພິລາວົງ, ສະຫາຍ ນາງ ມີນາ ສີວິໄລ, ສະຫາຍ ນາງ ປານີ ກິນດາວົງ ເປັນຮອງເລຂາ, ເລືອກເອົາສະຫາຍ ສຸລິຍາ ແກ້ວພິລາວົງ ເປັນປະທານກວດກາ ຄຊປປລ, ສະຫາຍ ແກ້ວອຸດອນ ແສງມະນີວົງ ເປັນຮອງປະທານ. ໃນນັ້ນ, ເລືອກເອົາສະຫາຍ ນາງ ແສງອ່ອນ ປວງມະນີ, ສະຫາຍ ພົນໂທ ບຸນທັນ ຟອງປະດິດ, ສະຫາຍ ອຸດົມລິດ ຈັນທະຈັກ ເປັນກໍາມະການກວດກາ.

ສະຫາຍ ທອງລ ສສລດ ເປນເລຂາ ຄຊປປລ ສະໄໝທ IX - image 2
 

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ເນັ້ນໜັກຕໍ່ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ເທື່ອນີ້ ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ໃຫ້ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເປັນເອກະພາບຕໍ່ເນື້ອໃນ, ຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສ້າງທັດສະນະ ແລະ ຄວາມຮັບຜິດຊອບໃນການນໍາພາຍູ້ຂະບວນການຕົວຈິງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານຊາວໜຸ່ມ-ເຍົາວະຊົນລາວ; ໃຫ້ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນ ຄຊປປລ ກໍຄື ຄະນະນໍາ ຂອງສູນກາງຊາວໜຸ່ມ ໃຫ້ລະອຽດ, ຈະແຈ້ງ ເພື່ອນໍາພາ-ຊີ້ນໍາວຽກງານຊາວໜຸ່ມ, ເຍົາວະຊົນ ກໍຄືການປະຕິບັດມະຕິກອງປະຊຸມເທື່ອນີ້ເຂົ້າສູ່ຂະບວນການຕົວຈິງໂດຍໄວ; ຕ້ອງປົກປັກຮັກສາ ແລະ ຮັດແໜ້ນຄວາມສາມັກຄີ ພາຍໃນ ຄຊປປລ, ເປັນຫຼັກແຫຼ່ງນໍາພາເຕົ້າໂຮມຄວາມສາມັກຄີຄະນະຊາວໜຸ່ມແຕ່ລະຂັ້ນ-ຄວາມສາມັກຄີ ເປັນປຶກແຜ່ນໃນຖັນແຖວສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ, ໄວໜຸ່ມ ແລະ ເຍົາວະຊົນລາວບັນດາເຜົ່າ; ເຊີດຊູຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ການເມືອງ, ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍ; ຄະນະບໍລິຫານງານສູນກາງຊາວໜຸ່ມ ຍາມໃດກໍຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການ, ລະບອບແບບແຜນນຳພາ-ວິທີເຮັດວຽກຕາມກົດລະບຽບ ແລະ ກົດໝາຍຂອງຕົນ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຕໍ່ວຽກງານຊາວໜຸ່ມ-ເຍົາວະຊົນ; ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ຂາດຄວາມເປັນແບບຢ່າງ, ຕ້ອງສ້າງໄດ້ຄວາມເຊື່ອໝັ້ນຂອງມະຫາຊົນ ຕໍ່ການນໍາພາລວມ ແລະ ຕໍ່ແຕ່ລະສະຫາຍໃນ ຄຊປປລ; ບັນດາສະຫາຍ ຄຊປປລ ຊຸດໃໝ່ ຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນໍາໜ້າດ້ານຕ່າງໆ; ມີຄວາມສາມັກຄີຮັກແພງ ຈິງໃຈຊ່ວຍເຫຼືອກໍ່ສ້າງຊຶ່ງກັນ ແລະ ກັນ ໃຫ້ມີຄວາມເຂັ້ມແຂງ, ດໍາລົງຊີວິດປອດໃສ, ປະຢັດ, ຕ້ານການຟຸ່ມເຟືອຍ, ບໍ່ສ້າງຄວາມເສຍຫາຍມາສູ່ວຽກງານຊາວໜຸ່ມ-ເຍົາວະຊົນ, ກະທົບເຖິງບົດບາດ ແລະ ຄວາມເຊື່ອໝັ້ນ ຕໍ່ຕົນເອງ ແລະ ການຈັດຕັ້ງ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ສສຊ ນວ ສະເໜີ 4 ຈຸດສຳຄັນເພື່ອເຮັດໃຫ້ວຽກງານ ສພຊ ຫັນເປັນທັນສະໄໝ

ທ່ານ ທະນົງສິດ ເມືອງຈັນ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 1 ນະຄອນຫຼວງວຽງຈັນ (ນວ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

ສສຊສຸມໃສ່ປະກອບຄຳເຫັນວຽກງານ ສພຊ ເພື່ອຍົກສູງໜ້າທີ່ການເມືອງໃນໄລຍະໃໝ່

​ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ (ສພຊ)ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ສສຊ ຜົ້ງສາລີ ສະເໜີ ສພຊ ເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ

ພາຍຫຼັງຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາແຫ່ງຊາດ (ສພຊ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ບົດລາຍງານດັ່ງກ່າວ. ໂດຍສະເໜີແກ້ໄຂຫຼາຍບັນຫາສໍາຄັນ. ພ້ອມສະເໜີເພີ່ມງົບປະມານ ແລະ ປັບປຸງກົນໄກປະສານງານ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ສະພາປະຊາຊົນແຂວງ (ສພຂ).
ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ອົງການຈັດຕັ້ງມະຫາຊົນສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ 8 ບັນຫາ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ອອປສ ຈະສືບຕໍ່ຍົກສູງການຕິດຕາມກວດກາການປະຕິບັດກົດໝາຍດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ

ໃນປີ 2027 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈະສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະຈະສືບຕໍ່ຍົກສູງຄຸນນະພາບການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານໃຫ້ເຂັ້ມງວດ.
ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສນຊ ສະເໜີສະພາ ສືບຕໍ່ຕິດຕາມກວດກາ ຊຸກຍູ້ໃຫ້ລັດຖະບານແກ້ໄຂບັນຫາຕ່າງໆ

ສູນກາງແນວລາວສ້າງຊາດ (ສນຊ) ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ Xໃນວັນທີ 12 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ປີ 2027 ສພຊວາງຫຼາຍຄາດໝາຍສູ້ຊົນ ພ້ອມຈະສຸມໃສ່ວຽກງານສໍາຄັນຂອງຊາດ

ໃນປີ 2027 ສະພາແຫ່ງຊາດ (ສພຊ) ໄດ້ວາງຫຼາຍຄາດໝາຍສູ້ຊົນ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດໃຫ້ບັນລຸຕາມແຜນການ. ຂະນະດຽວກັນ, ສພຊ ຈະສຸມໃສ່ຫຼາຍວຽກງານສໍາຄັນຂອງຊາດ.
1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

1 ປີ ສພຊ ຈັດຕັ້ງປະຕິບັດຕິດຕາມກວດກາຕາມລັດຖະທໍາມະນູນກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ

ໃນໄລຍະ 1ປີຜ່ານມາ, ຄະນະປະຈໍາສະພາແຫ່ງຊາດ(ສພຊ) ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍສະເພາະດ້ານການຕິດຕາມກວດກາ ໄດ້ຈັດຕັ້ງປະຕິບັດພາລະບົດບາດຕິດຕາມກວດກາຕາມລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ.
ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ