![]() |
ໃນໂອກາດນີ້, ສະຫາຍ ໂຕ ເລິມ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ວັນໄຊ ພອງສະຫວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ພ້ອມທັງເນັ້ນວ່າ ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນຕໍ່ການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນລາວ-ຫວຽດນາມ. ພ້ອມນັ້ນ ຍັງໄດ້ຊົມເຊີຍຕໍ່ການຮ່ວມມືອັນໃກ້ຊິດ ລະຫວ່າງ ອົງການກວດກາຂອງສອງພັກ ແລະ ສອງລັດ, ພ້ອມທັງເນັ້ນໃຫ້ສອງຝ່າຍສືບຕໍ່ແລກປ່ຽນບົດຮຽນ, ປະສົບການ ແລະ ເສີມຂະຫຍາຍການຮ່ວມມືໃນວຽກງານຕິດຕາມ, ກວດກາ, ຕ້ານການສໍ້ລາດບັງຫຼວງ ຕະຫຼອດຮອດການຍົກສູງຄຸນນະພາບບຸກຄະລາກອນດ້ານການກວດກາໃຫ້ມີປະສິທິພາບຂຶ້ນກວ່າເກົ່າ.
![]() |
ພ້ອມດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ໂຕ ເລິມ ທີ່ໃຫ້ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ, ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ໃຫ້ຄວາມສຳຄັນສູງຕໍ່ການຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມລາວ-ຫວຽດນາມ ໃຫ້ໝັ້ນຄົງ ແລະ ເລິກເຊິ່ງຍິ່ງຂຶ້ນ.
(ແຫຼ່ງຂ່າວ: ວາລະສານກວດກາ)


ຄໍາເຫັນ