ສະຫາຍເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ສະຫາຍເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເວືອງ ດິງ ເຫວ້ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນແລງວັນທີ 4 ທັນວານີ້ ທີ່ຫ້ອງວ່າການສູນກາງພັກ ເນື່ອງໃນໂອກາດທີ່ ສະຫາຍ ເວືອງ ດິງ ເຫວ້ ພ້ອມຄະນະດັ່ງກ່າວ ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ, ລາວ, ຫວຽດນາມ (CLV) ຄັ້ງທີ 1 ໃນລະຫວ່າງວັນທີ 4-7 ທັນວາ 2023 ນີ້.
    ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມເຮັດວຽກ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ໃນຄັ້ງນີ້ ຂອງສະຫາຍປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດພວກເຮົາ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍຍັງໄດ້ຂໍຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ເຖິງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມນິດຫວຽດນາມ, ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ, ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ບັນດາສະຫາຍການນໍາຂັ້ນສູງຂອງຫວຽດນາມ.
    ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວຂອບໃຈຕໍ່ບັນດາການນໍາພັກ-ລັດຂັ້ນສູງຂອງ ສສ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ ສະຫາຍ ເວືອງ ດິງ ເຫວ້ ພ້ອມຄະນະ ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາລັດຖະສະພາ CLV ຄັ້ງທີ 1 ຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນການສະໜັບສະໜູນສະພາແຫ່ງຊາດລາວ ພວກຂ້າພະເຈົ້າ ໃນນາມເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດພວກເຮົາ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
    ສະຫາຍ ເວືອງ ດິງ ເຫວ້ ກໍໄດ້ສະແດງຄວາມຍິນດີ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາCLV ຄັ້ງທີ 1 ແລະ ກໍໄດ້ກ່າວລາຍງານກ່ຽວກັບການພົບປະສອງຝ່າຍກັບ ສະຫາຍ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕໍ່ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ. ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງ ຖານເພື່ອນມິດສະຫາຍອ້າຍນ້ອງ.
    ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ອວຍພອນໃຫ້ສະຫາຍປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ປະສົບຜົນສໍາເລັດໃນການເຄື່ອນໄຫວຢູ່ ສປປ ລາວ ຄັ້ງນີ້; ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສວຍສົດງົດງາມຕະຫຼອດກາລະນານ.
(ຂ່າວ-ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ພົບປະກັບ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສຫວຽດນາມ

ໃນວັນທີ 8 ມິຖຸນາຜ່ານມານີ້, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບຫວຽດນາມ - ລາວ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະມາຄົມມິດຕະພາບຫວຽດນາມ - ລາວ

ໃນວັນທີ 8 ມິຖຸນາ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ດັກ ວິງ ກຳມະການສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມສະພາແຫ່ງຊາດ ປະທານສະມາຄົມມິດ ຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເລ ມິງ ຮຶງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດ ອາຊຽນ ຄັ້ງ ທີ 3 ໃນລະຫວ່າງວັນທີ 7-9 ມິຖຸນາ 2026, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ  ເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເດີນທາງເຖິງ ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ

ໃນຕອນບ່າຍຂອງວັນທີ 7 ມິຖຸນາ 2026, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງເຖິງສະໜາມບິນໂນ້ຍບາຍ, ນະຄອນຫຼວງຮ່າໂນ່ຍ, ສສ.ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ແລະ ຈະເຂົ້າຮ່ວມກອງປະຊຸມເວທີອະນາຄົດ ອາຊຽນ ຄັ້ງທີ 3 ໃນລະຫວ່າງວັນທີ 7-9 ມິຖຸນາ 2026.
ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນານີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມ ໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ຫຼື ໂຮງຮຽນພັກສູນກາງ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງໂຮງຮຽນດັ່ງກ່າວແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ.
ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2026

ສານຂອງ ນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ 2026

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ, ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະ ບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມໃນການຫຼຸດຜ່ອນບັນຫາໂລກຮ້ອນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ ແລະ ຊີວະນາໆພັນ.
65 ປີ ສາຍພົວພັນ ລາວ-ຈີນ  ຈາກມິດຕະພາບທີ່ຜ່ານຜ່າການທົບສອບ ສູ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳທີ່ເປັນຕົວແບບ

65 ປີ ສາຍພົວພັນ ລາວ-ຈີນ ຈາກມິດຕະພາບທີ່ຜ່ານຜ່າການທົບສອບ ສູ່ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກຳທີ່ເປັນຕົວແບບ

ປີ 2026 ນີ້ ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ, ເປັນຂີດໝາຍ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຊຶ່ງສອງຝ່າຍໄດ້ກຳນົດເອົາ ປີ 2026 ເປັນ "ປີມິດຕະພາບ ລາວ-ຈີນ" ແລະ ໄດ້ຈັດຕັ້ງຫຼາຍກິດຈະກຳເພື່ອສະເຫຼີມສະຫຼອງຮ່ວມກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຄື່ອນໄຫວທັດສະນະ ຢູ່ ແຂວງເຈີ້ຈ່ຽງ

ໃນຕອນເຊົ້າຂອງວັນທີ 3 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໝູ່ບ້ານ ຢູຊຸນ ເມືອງອານຈີ ນະຄອນຫູໂຈ ຊຶ່ງເປັນສະຖານທີ່ກໍາເນີດຂອງ ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ. ແນວຄິດ “ພູຂຽວນໍ້າໃສ ຄື ພູເງິນພູຄໍາ” ແມ່ນການຍົກລະດັບໃໝ່ທາງດ້ານແນວຄິດ ຂອງການພັດທະນາ, ແນວຄິດດ້ານລະບົບນິເວດວິທະຍາ ແລະ ແນວຄິດດ້ານຄວາມສີວິໄລ ຊຶ່ງເປັນແນວຄິດຫຼັກຂອງ “ແນວຄິດຄວາມສີວິໄລທາງດ້ານລະບົບນິເວດວິທະຍາຂອງ ສະຫາຍ ສີ ຈິ້ນຜິງ”.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງການນໍາແຂວງເຈີ້ຈ່ຽງ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງການນໍາແຂວງເຈີ້ຈ່ຽງ

ໃນວັນທີ 2 ມິຖຸນານີ້ ທີ່ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງຮ້າວ ກໍາມະການສູນກາງພັກ ເລຂາພັກແຂວງເຈີ້ຈ່ຽງ ປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງເຈີ້ຈ່ຽງພ້ອມດ້ວຍຄະນະ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.
ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະຣາຊະທູດຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະຣາຊະທູດຍີ່ປຸ່ນ

ໃນວັນທີ 2 ມິຖຸນານີ້ ທີ່ສໍານັກງານາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.
ເພີ່ມເຕີມ