ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວອົງການປົກຄອງເຂດປົກຄອງຕົນເອງຊີ່ຈ້າງໃນວັນທີ 30 ສິງຫາ ຜ່ານມາໃຫ້ຮູ້ວ່າ, ໄດ້ຄົ້ນພົບສາເຫດທີ່ເຮັດໃຫ້ເກີດໄພດິນພູເຈື່ອນຢູ່ເຂດຊີ່ຈ້າງແລ້ວ, ທີມງານກູ້ໄພສຸກເສີນຂອງສະຖາບັນວິທະຍາສາດຈີນໂດຍຜ່ານການວິເຄາະຂໍ້ມູນຈາກການສຳຫຼວດທາງໄກ ແລະ ຂໍ້ມູນທີ່ສົ່ງຄືນຈາກສະຖານທີ່ເກີດເຫດ, ບວກກັບການສຳຫຼວດຢູ່ພາກສະໜາມສາມາດສະຫຼຸບໂດຍສັງລວມວ່າ:
ໃນເວລາປະມານ 10 ໂມງ 52 ນາທີຂອງວັນທີ 26 ສິງຫາ 2026, ພູນ້ຳກ້ອນສາຍໜຶ່ງຢູ່ໃນດິນແດນປະເທດເນປານໄດ້ແຕກແຍກອອກໃນລະດັບສູງກວ່າໜ້ານ້ຳທະເລປະມານ 5,200 ແມັດແລ້ວ, ຕົກລົງຢ່າງວ່ອງໄວທີ່ລະດັບສູງກວ່າໜ້ານ້ຳທະເລປະມານ 4,000 ແມັດ, ຊຸທັ່ງດິນພູຈົນພູເຈື່ອນຂະໜາດໃຫຍ່ ດ້ວຍຄວາມໄວສູງເປັນໄລຍະທາງປະມານ 22 ກິໂລແມັດແລ້ວກະທົບໃສ່ດ່ານກີຣົງຂອງຈີນທີ່ຢູ່ລະດັບສູງກວ່າໜ້ານ້ຳທະເລ 1,800 ແມັດໂດຍກົງ, ເຮັດໃຫ້ພື້ນທີ່ປະມານ 0.7 ກິໂລຕາແມັດ ແລະ ສິ່ງກໍ່ສ້າງ 27 ຫຼັງ ລວມເຖິງສິ່ງກໍ່ສ້າງອື່ນໆຖືກທຳລາຍຈົນໝົດ.
ຄໍາເຫັນ