ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ
ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຄົ້ນຄວ້າປຶກສາຫາລື, ໃນການສົ່ງເສີມການຜະລິດລະດູຝົນ, ເຊິ່ງມີແຜນປູກພືດລະດູຝົນ ປີ 2026, ໃນເນື້ອທີ 170 ພັນເຮັກຕາ, ຄາດຄະເນຜົນຜະລິດ 2,2 ລ້ານໂຕນ, ໃນນັ້ນເຂົ້ານາປີ ມີເນື້ອທີ່ຜະລິດ 81,400 ເຮັກຕາ, ຄາດຄະເນຜົນຜະລິດ 370,000 ໂຕນ, ເຊິ່ງມີຈຸດສຸມຍົກສະມັດຕະພາບ 6 ໂຕນຕໍ່ເຮັກຕາ, ໃນເນື້ອທີ່ 1 ພັນເຮັກຕາ ກວມເອົາ 5 ເມືອງ ຄື: ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ.
ສາລະວນ ຫາ​ລສງເສມ​ການຜະລດລະດຝນ ຮບມ​ກບການປຽນແປງດນຟາອາກາດ - image 1
 

ການປູກພືດສະບຽງ ແລະ ພືດສິນຄ້າ ມີເນື້ອທີ່ 88 ພັນກວ່າເຮັກຕາ, ຄາດຄະເນຜົນຜະລິດ 1,8 ລ້ານກວ່າໂຕນ ໄດ້ສຸມໃສ່ການປູກພືດ ທີ່ມີທ່າແຮງ, ມີຕະຫຼາດຮອງຮັບ, ໃນນີ້ ເນັ້ນໃສ່ການຜະລິດໃຫ້ມີຄຸນນະພາບ, ດ້ວຍການສົ່ງເສີມການຜະລິດກະສິກຳທີ່ດີ (GAP) ຄຽງຄູ່ກັບການເອົາໃຈໃສ່ຕິດຕາມເຝົ້າລະວັງການລະບາດຂອງພະຍາດສັດຕາມລະດູການ, ຕິດພັນກັບການຊຸກຍູ້ປະຊາຊົນ ສັກຢາປ້ອງກັນພະຍາດສັດ, ຊຸກຍູ້ຟາມ ແລະ ຄອບຄົວຕົວແບບດ້ານການລ້ຽງສັດ ເພື່ອຕອບສະໜອງຊີ້ນໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກຂອງປະຊາຊົນ ເຊິ່ງທົ່ວແຂວງ ມີການລ້ຽງສັດເປັນຟາມແບບຄອບຄົວ, ແບບທຸລະກິດເອກະຊົນ 279 ຟາມ, ມີສັດ 52,374 ໂຕ.

ເພື່ອຮອງຮັບໃຫ້ແກ່ການຜະລິດບັນລຸເປົ້າໝາຍ ໄດ້ສຸມໃສ່ການກຽມຮັບມືຕໍ່ການປ່ຽນແປງດິນຟ້າອາກາດ, ໂດຍໄດ້ແຕ່ງຕັ້ງຄະນະກຳມະການສະເພາະ ຕ້ານແລ້ງ-ຕ້ານຖ້ວມ, ແຈ້ງການໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ 8 ຕົວເມືອງ ເພື່ອໃຫ້ປະຊາຊົນຮັບຮູ້ຂໍ້ມູນຂ່າວສານ, ພ້ອມທັງກຽມຄວາມພ້ອມຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ກວດກາລະບົບຊົນລະປະທານ, ຄອງເໝືອງ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ເປັນຕົ້ນ: ຝ່າຍນໍ້າລົ້ນ ແລະ ໂຄງການຈັກສູບນໍ້າດ້ວຍໄຟຟ້າ ລຽບຕາມລໍານໍ້າເຊໂດນ ເຂດເມືອງສາລະວັນ, ເມືອງວາປີ, ເມືອງຄົງເຊໂດນ ແລະ ເມືອງເລົ່າງາມ, ມີ 100 ໂຄງການ (ໃຊ້ໄດ້ 94 ໂຄງການ), ສາມາດສະໜອງນໍ້າໃນລະດູຝົນໄດ້ 17,109 ເຮັກຕາ, ສົ່ງເສີມກະສິກຳ ແລະ ສະຫະກອນ ນໍາໃຊ້ກົນຈັກຮັບໃຊ້ການຜະລິດ ທົ່ວແຂວງ, ເຜີຍແຜ່ຄວາມຮູ້ໃຫ້ແກ່ ຊາວນາ, ຊາວສວນ ກ່ຽວກັບເຕັກນິກການປູກເຂົ້າ, ການເຮັດນາຫວ່ານ, ນາຢອດ, ເຕັກນິກການຜະລິດແບບປະສົມປະສານ, ປູກໝູນວຽນ; ເຕັກນິກການປູກພືດອາຫານສັດ, ເຕັກນິກການປູກພືດຜັກເຮືອນຮົ່ມ, ກາງແຈ້ງ, ເຕັກນິກການປູກພືດລະດູຝົນ; ການປະຍຸກ ແລະ ນໍາໃຊ້ພະລັງງານແສງອາທິດ ເຂົ້າໃນການສະໜອງນໍ້າ ໃຫ້ແກ່ການຜະລິດຢູ່ເຂດຊົນນະບົດ, ພ້ອມທັງຕິດຕາມການປ່ຽນແປງຂອງສະພາບດິນຟ້າອາກາດ, ລະດັບນໍ້າ ເພື່ອກະກຽມຮັບມືໃຫ້ທັນກັບສະພາບການ. ນອກນັ້ນໄດ້ກຽມຄວາມພ້ອມດ້ານປັດໃຈການຜະລິດ ເຊັ່ນ: ແນວພັນເຂົ້າລຸ້ນ 2 ແລະ ແນວພັນພືດ (ສາລີ) ຈາກໂຄງການຟື້ນຟູໄພພິບັດ ປີ 2025, ແນວພັນເຂົ້າ 28,000 ກິໂລ ແລະ ແນວພັນອື່ນໆ. ປັດຈຸບັນ ໄດ້ແຈກຢາຍໃຫ້ 5 ເມືອງຄື: ເມືອງສາລະວັນ, ເລົ່າງາມ, ວາປີ, ຄົງເຊໂດນ ແລະ ເມືອງຕຸ້ມລານ.

ກອງປະຊຸມຫາລືແຜນການຜະລິດລະດູຝົນ ປີ 2026 ແລະ ແຜນການຮັບມືຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ (ຕ້ານແລ້ງ-ຕ້ານຖ້ວມ),ຈັດຂື້ນໃນວັນທີ 19 ພຶດສະພາຜ່ານມານີ້, ຢູ່ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກໍາມະການປົກຄອງແຂວງ; ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ; ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ: ແຂວງສາລະວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ເພີ່ມເຕີມ