ສາລະວັນ ປາຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສາລະວັນ ປາຖະກະຖາວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ
ພິທີປາຖະກະຖາວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024 ), ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ 2024, ທີ່ສະໂມສອນແຂວງສາລະວັນ, ໃຫ້ກຽດປາຖະກະຖາ ຂອງທ່ານ ບົວສອນ ບຸບຜາວັນ ອະດີດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຂົ້າຮ່ວມຮັບຟັງໂດຍ ທ່ານ ດາວວົງ ພອນແກ້ວ ເລຂາພັກເຈົ້າແຂວງສາລະວັນ, ມີບັນດາຄະນະປະຈຳພັກແຂວງ, ອາດີດພະນັກງານບຳນານ ການນຳຂັ້ນແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
    ທ່ານ ບົວສອນ ບຸບຜາວັນ ໄດ້ໃຫ້ຮູ້ວ່າ: ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບ ຜູ້ນຳຄົນອື່ນໆ ນຳພາ ພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ,ເພິ່ນເປັນຜູ້ນຳທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເສຍສະຫຼະທຸກສິ່ງທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ຍາດໄດ້ຜົນສຳເລັດຢ່າງມີໄຊ ແລະ ພາປະເທດຊາດກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. 
    ໃນໄລຍະການເຄື່ອນໄຫວຂອງປະທານ ຄຳໄຕ ສີພັນດອນ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຢູ່ພາກໃຕ້ ໃນການເປັນຜູ້ຊ່ວຍລັດຖະບານລາວຕໍ່ຕ້ານໃນການນຳພາທະຫານລາວອິດສະຫຼະ, ຕໍ່ມາຖືກແຕ່ງຕັ້ງເປັນຫົວໜ້າເສນາທິການທະຫານລາວອິດສະຫຼະ ແລະຖືກມອບໝາຍໃຫ້ຊີ້ນຳທະຫານກອງໄຊຈັກກະພັດໃນຖານະທະຫານລາວຕໍ່ຕ້ານ ແຕ່ລະໜ້າວຽກທີ່ຖືກມອບໝາຍ ທ່ານໄດ້ເອົາໃຈໃສ່ນຳພາ, ຊີ້ນຳຈັດຕັ້ງປະຕິບັດເປັນຢ່າງດີ ໂດຍສະເພາະ ແມ່ນການກໍ່ສ້າງ ແລະປັບປຸງທະຫານລາວອິດສະຫຼະໃຫ້ມີຄວາມເຂັ້ມແຂງຂຶ້ນ, ການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວສ້າງຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ຂອງພັກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ.
    ໃນໄລຍະອອກພັກຜ່ອນບຳນານ ແຕ່ປີ 2006 ມາເຖິງປັດຈຸບັນ ປະທານ ຄຳໄຕ ສີພັນດອນ ຍາມໃດກໍເປັນຫ່ວງເປັນໄຍ ແລະອຸທິດຕົນ ເພື່ອປະເທດຊາດ, ເພື່ອປະຊາຊົນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພິ່ນໃຊ້ ເວລາພັກຜ່ອນພົບປະຢ້ຽມຢາມ ແລະ ມີຄວາມເຫັນຊ່ວຍການນໍາພັກ-ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ;ອອກແຮງງານເຮັດສວນ, ເຮັດໂຄງການຜະລິດຕົວແບບ, ການສ້າງສິ່ງສາທາລະນະປະໂຫຍດໃຫ້ແກ່ຊຸມຊົນ ໂດຍມີການປຸກລະດົມ-ຊຸກຍູ້ ໃຫ້ປະຊາຊົນມີສ່ວນຮ່ວມ ທັງໄດ້ເປັນເຈົ້າການພາເຮັດຕົວຈິງ; ນອກຈາກນັ້ນ ຍັງເຄື່ອນໄຫວຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດ. ການກະທໍາດັ່ງກ່າວ ແມ່ນເພື່ອຢາກໃຫ້ ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຂອງປະຊາຊົນລາວ ບັນດາເຜົ່າ ເພື່ອເສີມຂະຫຍາຍຕໍ່ໆໄປ”.
    ທັງນີ້ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງທ່ານ ຄຳໄຕ ສີພັນດອນ ທີ່ມີ ຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນຳເອົາແບບຢ່າງທີ່ດີຂອງທ່ານໜູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດຳລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາ ປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ