ສາລະວັນ ປຶກສາຫາລືຈັດຕັ້ງປາຖະກະຖາ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ສາລະວັນ ປຶກສາຫາລືຈັດຕັ້ງປາຖະກະຖາ ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ
ວັນທີ 20 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສາລະວັນ; ໄດ້ຈັດກອງປະຊຸມປຶກສາຫາລື ກະກຽມຈັດຕັ້ງປາຖະກະຖາ ວັນເກີດປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກປະທານປະເທດ ແຫ່ງ ສປປ ລາວຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024) ໂດຍການເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ທັງເປັນຫົວໜ້າຄະນະຊີ້ນໍາ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ຄະນະນຳ 8 ເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງໄດ້ຜ່ານບົດລາຍງານການກະກຽມ ປາຖະກະຖາ ວັນເກີດ ທ່ານປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຊຶ່ງແຕ່ລະພາກສ່ວນກໍໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງແຂງແຮງໂດຍສະເພາະແມ່ນຄະນະໂຄສະນາອົບຮົມແຂວງ ໄດ້ມີການປະສານສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ເລື່ອງເນື້ອໃນເອກະສານປາຖະກະຖາ, ໄດ້ປະສານກັບບັນດາເມືອງໃນການສ້າງນິຕິກຳເປັນຂອງເມືອງມາຮອດນີ້ສຳເລັດແລ້ວ 2 ເມືອງ (ເມືອງຕຸ້ມລານ ແລະເມືອງເລົ່າງາມ), ໂຮງຮຽນການເມືອງ-ການປົກຄອງ ໄດ້ເອົາໃຈໃສ່ສັງລວມການເຄື່ອນໄຫວຂອງທ່ານປະທານ ຄຳໄຕ ສີພັນດອນ ທີ່ລົງມາເຄື່ອນໄຫວຢູ່ພາຍໃນແຂວງສາລະວັນໃນແຕ່ລະໄລຍະ, ແນວລາວສ້າງຊາດກໍໄດ້ເຄື່ອນໄຫວນໍາພາສ້າງຂະບວນການອອກແຮງງານລວມໃນຂອບເຂດ ເທດສະບານແຂວງ, ເຄື່ອນໄຫວເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ, ວຽກງານ ປກຊ-ປກສ ກໍໄດ້ມີການເຄື່ອນໄຫວຈັດຕັ້ງເວນຍາມຕາມຈຸດສຳຄັນຕ່າງໆ ພາຍໃນເທດສະບານແຂວງ, ຕາມຈຸດຫຼໍ່ແຫຼມບໍລິເວນຂອບເຂດຊາຍແດນລະຫວ່າງ ແຂວງກັບແຂວງ ແລະພາຍໃນແຂວງ ອັນພົ້ນເດັ່ນ ແມ່ນໄດ້ແຂ່ງຂັນກັນສະຫຼຸບສັງລວມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວ ແຫ່ງຕ່າງໆ ໃຫ້ມີຄວາມສວຍສົດງົດງາມເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວຕາດເລາະ ໄດ້ມອບໝາຍໃຫ້ຜູ້ມີທຶນຮອນເປັນຜູ້ບູລະນະປົກປັກຮັກສາໂດຍແມ່ນພາກລັດຂອງພວກເຮົາເປັນຜູ້ຄຸ້ມຄອງໂດຍກົງ ໄດ້ລົງເຄື່ອນໄຫວຊຸກຍູ້ບັນດາເມືອງໃນທົ່ວແຂວງຫ້າງຫາກະກຽມກຳນົດຈຸດທ່ອງທ່ຽວ, ນອກນັ້ນຍັງໄດ້ເກັບກຳຂໍ້ມູນການເຄື່ອນໄຫວຂອງທ່ານປະທານ ຄຳໄຕ ສີພັນດອນ ທີ່ມາເຄື່ອນໄຫວຢູ່ແຂວງສາລະວັນກໍຄືການເຄື່ອນໄຫວປະຕິວັດ ແລະຊີວິດຕົວຈິງຂອງເພິ່ນ ເພື່ອກະກຽມສ້າງເປັນສາລະຄະດີສັ້ນ ແລະ ຂຽນຂ່າວສັ້ນອອກທາງວິທະຍຸ ແລະ ໂທລະພາບ ແລະ ໜັງສືພິມ, ອົງການຈັດຕັ້ງມະຫາຊົນ ກໍໄດ້ອອກແຮງເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນຢ່າງເປັນຂະບວນ ເຮັດສຳເລັດໃນການຈັດຊຸດຝຶກອົບຮົມວຽກງານການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນ, ສຸມໃສ່ສ້າງຂະບວນດ້ານຕ່າງໆ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ, ສຳເລັດການເປີດຮ້ານວາງສະແດງ ແລະຈຳໜ່າຍຜະລິດຕະພັນເອື້ອຍນ້ອງແມ່ຍິງແຂວງສາລະວັນ, ບັນດາເມືອງໃນທົ່ວແຂວງ ກໍໄດ້ມີຄວາມເປັນເຈົ້າການເຄື່ອນໄຫວວຽກງານຢ່າງແຂງແຮງ ແລະ ເປັນຂະບວນການເກັບມ້ຽນເຂົ້ານາປີຂອງປະຊາຊົນ, ຂະບວນການຮັກສາອະນາໄມເສັ້ນທາງບ້ານຕໍ່ບ້ານ, ຂະບວນການຈັດເກັບລາຍຮັບເຂົ້າງົບປະມານ ຂະບວນການຮຽນການສອນ ແລະ ກິລາກາຍຍະກຳ, ຂະບວນການເຜີຍແຜ່ເຊື່ອມຊຶມບັນດານິຕິກຳຕ່າງໆ ເພື່ອກຽມພ້ອມໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຂະບວນການປູກ-ການລ້ຽງຂອງຄອບຄົວພະນັກງານ ແລະປະຊາຊົນ.ຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ມີຄຳເຫັນແລກປ່ຽນ, ສົນທະນາປຶກສາຫາລື ກ່ຽວກັບການກໍານົດບັນດາກິດຈະກໍາໃນການສະເຫຼີມສະຫຼອງ ເພື່ອໃຫ້ແທດເໝາະກັບສະພາບລວມຂອງແຂວງ ເປັນຕົ້ນແມ່ນການຈັດຕັ້ງປາຖະກະຖາ ແລະບັນດາກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບຊີວິດການເຄື່ອນໄຫວຂອງເພິ່ນ ແລະ ກິດຈະກໍາອື່ນໆ.
ຂ່າວ: ລັດຕະນາ ແສງສຸວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ