ສາລະວັນວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນວັນສ້າງຕັ້ງກຳລັງ ປກສ

ສາລະວັນວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນວັນສ້າງຕັ້ງກຳລັງ ປກສ
ທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສອນສະຖານ ປະທານໄກສອນ ພົມວິຫານ, ອະນຸສາວະລີຮູບປັ້ນຫຼໍ່ ເໝືອນອົງແກ້ວ ແລະ ວາງພວງມາລາຢູ່ອານຸສາວະລີ ນັກຮົບນິລະນາມ, ເພື່ອຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024), ເຊົ້າວັນທີ 3 ເມສານີ້, ປະກອບມີທັງໝົດ 8 ກ້ອນກໍາລັງຄື: ກ້ອນກໍາລັງການນໍາຂອງແຂວງ, ຕາມດ້ວຍກ້ອນກໍາລັງກຸ່ມປ້ອງກັນຊາດ, ກ້ອນກຳລັງປ້ອງກັນຄວາມສະຫງົບ,  ກ້ອນກຳລັງຈາກກຸ່ມພັກ-ພະນັກງານ, ກ້ອນກຳລັງກຸ່ມປົກປ້ອງກົດໝາຍ, ກ້ອນກຳລັງກຸ່ມເສດຖະກິດ, ກ້ອນກຳລັງກຸ່ມວັດທະນະທຳ-ສັງຄົມ ແລະ ກ້ອນກຳລັງເມືອງສາລະວັນ. 
        ທັງນີ້, ກໍ່ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອປະເທດຊາດ, ໃນພາລະກິດການປະຕິວັດຕໍ່ສູ້ກູ້ຊາດໃນປາງສົງຄາມ ຢ່າງອົງອາດກ້າຫານ ທີ່ໄດ້ນຳພາເຄື່ອນໄຫວຕໍ່ສູ້ໃນລຸ້ນກ່ອນ. 
(ຂ່າວ: ທິດລານີ ໂຄດໂຍທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງແຮງອັນສຳຄັນ

ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20ກໍລະກົດ 2025) ໄດ້ໝູນວຽນມາອີກວາລະໜຶ່ງ,ທ່ານ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ກ່າວວ່າ:ຂ້າພະເຈົ້າ, ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຫັນການເຕີບໃຫຍ່ຂອງ ສະຫະພັນແມ່ຍິງລາວເຮົາ ຊຶ່ງກ່ອນໜ້ານີ້ ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ຢ່າງຈົດຈໍ່ ໃນການປຸກລະດົມ ຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກົດປະຕິວັດ ແລະຖືແມ່ຍິງເປັນສ່ວນໜຶ່ງໃນກຳລັງແຮງສໍາຄັນ ຂອງພັກ.
ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມືອງທຸລະຄົມ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 3 ດີ

ເມື່ອບໍ່ດົນມານີ້, ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2025) ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສົກປີ 2024-2025 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຈັນທະມາໄລ ບຸນໄຊທິບ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ຫົວໜ້າຄະນະຈັດຕັ້ງເມືອງທຸລະຄົມ, ທ່ານ ນາງ ສົມພອນ ສຸທໍາມະວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງວຽງຈັນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ເຈົ້າແຂວງຄຳມ່ວນ ລົງຕິດຕາມບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ

ວັນທີ 19 ກໍລະກົດຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ບັນດາບໍລິສັດທີ່ລົງທຶນຢູ່ພາຍໃນແຂວງ.
6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ມີຄົນແຈ້ງເຂົ້າ-ອອກເມືອງ 115.688 ຄົນ

ໄລຍະ 6 ເດືອນຕົ້ນປີ 2025 ຢູ່ດ່ານສາກົນພູເກືອ ແຂວງອັດຕະປື ມີຄົນແຈ້ງເຂົ້າ-ອອກເມືອງ ທັງໝົດ 115,688 ເທື່ອຄົນ ຍິງ 24,831 ເທື່ອຄົນ. ໃນນັ້ນ, ຄົນແຈ້ງເຂົ້າເມືອງ ມີ 58,173 ເທື່ອຄົນ ຍິງ 12,280 ເທື່ອຄົນ ລວມມີ 50 ສັນຊາດ, ສ່ວນຄົນແຈ້ງອອກເມືອງມີ 57,515 ເທື່ອຄົນ ຍິງ 12,551 ເທື່ອຄົນ ລວມມີ 54 ສັນຊາດ. ໃນຄະນະດຽວກັນ ໄລຍະ 6 ເດືອນຜ່ານມາ ຢູ່ດ່ານສາກົນພູເກືອ ມີລົດແຈ້ງເຂົ້າເມືອງ ຈໍານວນ 26,809 ເທື່ອຄັນ ລວມມີ 4 ສັນຊາດ ແລະ ລົດແຈ້ງອອກເມືອງ ມີ 23,976 ເທື່ອຄັນ ມີ 4 ສັນຊາດ.
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ເພີ່ມເຕີມ