ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

ສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ
ວັນທີ 5 ມິຖຸນາ 2026 ນີ້, ຢູ່ທີ່ເມືອງມຸນລະປາໂມກ ແຂວງຈຳປາສັກ, ໄດ້ຈັດງານສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ແລະ ມີບັນຍາກາດຟົດຟື້ນມ່ວນຊື່ນ ໂດຍມີທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ,ທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງ ພ້ອມດ້ວຍຄະນະນຳແຂວງ-ເມືອງ, ນັກຮຽນ ແລະ ເດັກນ້ອຍ ເຂົ້າຮ່ວມ.
ສະເຫມສະຫອງ ວນເດກນອຍສາກນ ວນປກຕນໄມແຫງຊາດ ແລະ ວນສງແວດລອມໂລກ - image 1
 

ໃນພິທີ, ທ່ານ ນາງ ຄໍາຫຼ້າ ວິສຸດທິວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ( ຜູ້ຊີ້ນໍາວຽກງານວັດທະນະທຳ - ສັງຄົມຂອງເມືອງ ) ໄດ້ໃຫ້ກຽດ ກ່າວເຖິງຄວາມໝາຍຄວາມສຳຄັນຂອງທັງ 3 ວັນດັ່ງກ່າວ ເຊິ່ງເປັນວັນທີ່ມີຄວາມ

ໝາຍລະດັບຊາດ ແລະ ສາກົນ. ວັນເດັກນ້ອຍສາກົນແມ່ນໂອກາດສຳຄັນໃນການປູກຈິດສຳນຶກໃຫ້ທົ່ວສັງຄົມ ເອົາໃຈໃສ່ເບິ່ງແຍງ, ປົກປ້ອງ ແລະ ພັດທະນາເດັກນ້ອຍ ເຊິ່ງເປັນໜໍ່ແໜງ ແລະ ເປັນອະນາຄົດຂອງຊາດ ໃຫ້ໄດ້ຮັບການສຶກສາ ແລະ ການຂະຫຍາຍຕົວຢ່າງສົມບູນທັງຮ່າງກາຍ ແລະ ຈິດໃຈ. ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ແມ່ນການຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມແຮງຮ່ວມໃຈກັນ ປົກປັກຮັກສາທຳມະຊາດ, ເພີ່ມເນື້ອທີ່ສີຂຽວ ດ້ວຍການປູກຕົ້ນໄມ້ ແລະ ຄຸ້ມຄອງສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ເພື່ອຮັບມືກັບການປ່ຽນແປງສະພາບພູມອາກາດ.

ການສ້າງສິ່ງແວດລ້ອມທີ່ດີ ແລະ ສີຂຽວງົດງາມໃນມື້ນີ້ ກໍເພື່ອເປັນການສ້າງຮາກຖານ ແລະ ອະນາຄົດທີ່ສົດໃສ ໃຫ້ແກ່ລູກຫຼານ ແລະ ເດັກນ້ອຍໃນມື້ໜ້າ.

ພ້ອມນີ້ພາຍໃນງານໄດ້ມີກິດຈະກຳຕ່າງໆ ທີ່ສ້າງສັນ ແລະ ເຕັມໄປດ້ວຍຄວາມຮູ້ ເປັນຕົ້ນແມ່ນ ການສະແດງສິລະປະ-ວັນນະຄະດີ ຈາກນ້ອງໆນັກຮຽນ, ການຫຼິ້ນເກມຕອບຄຳຖາມຊີງຂອງຂວັນ ແລະ ການມອບຂອງຂວັນລາງວັນທີ່ໄດ້ຈາກການແຂ່ງຂັນກິລາມວນຊົນ, ພິທີຮ່ວມກັນປູກຕົ້ນໄມ້ດູ່ ຢູ່ບໍລິເວນອ້ອມຮອບສວນວັດທະນະທຳຂອງເມືອງ, ພ້ອມທັງຍ່າງເພື່ອສຸຂະພາບ ແຕ່ສວນວັດທະນະທຳເມືອງ ມາຫາສະໂມສອນເມືອງ ຕິດພັນກັບການຈັດຕັ້ງປະຕິບັດໂຄງການ ຊາວໜຸ່ມ - ເຍົາວະຊົນ ກັບສິ່ງແວດລ້ອມ ດ້ວຍການເກັບຂີ້ເຫຍື່ອຕະຫຼອດໄລຍະການຍ່າງ ເພື່ອການອະນຸລັກສິ່ງແວດລ້ອມໃຫ້ມີຄວາມສະອາດຈົບງາມ, ພ້ອມທັງການໂຄສະນາການປະຕິບັດຫຼັກການ 5 ປໍ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ.

ງານສະເຫຼີມສະຫຼອງໃນຄັ້ງນີ້ ບໍ່ພຽງແຕ່ສ້າງຮອຍຍິ້ມ ແລະ ຄວາມມ່ວນຊື່ນໃຫ້ແກ່ເດັກນ້ອຍເທົ່ານັ້ນ, ແຕ່ຍັງເປັນການປູກຝັງຈິດສຳນຶກທີ່ດີໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນທຸກຄົນ ໃຫ້ຫັນມາຮັກແພງທຳມະຊາດ ແລະ ຮ່ວມກັນສ້າງສັງຄົມທີ່ໜ້າຢູ່ຢ່າງຍືນຍົງຕະຫຼອດໄປ.ພາບ - ຂ່າວ: ສີລິວັນ ທອງຄໍາສະຫວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ເລຂາພັກແຂວງຄຳມ່ວນ ລົງກວດກາສະຖານທີ່ ສ້າງ “ແລນມາກໃໝ່” ຂອງເມືອງທ່າແຂກ

ໃນວັນທີ 15 ກໍລະກົດ 2026 ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ຄະນະຕິດຕາມ ໄດ້ຮ່ວມກັບການຈັດຕັ້ງບ້ານ ລົງກວດກາສະຖານທີ່ເຮືອນໄມ້ ຫຼື ຫໍຄອຍພໍ່ເຖົ້າບຸນອຸ້ມ ທີ່ຕັ້ງຢູ່ບ້ານໂພນສະອາດ ເມືອງທ່າແຂກ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາເປັນຫໍຊົມວິວ, ຈຸດພັກຜ່ອນ ແລະ ຮ້ານກາເຟ ໃຫ້ກາຍເປັນແລນມາກໃໝ່ຂອງເມືອງທ່າແຂກ ແຂວງຄຳມ່ວນ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຜູ້ເດີນທາງຜ່ານແຂວງ.
ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ ຄັ້ງທີ l

ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ ຄັ້ງທີ l

ກອງປະຊຸມໃຫຍ່ສະມາຊິກສະມາຄົມນັກທຸລະກິດໜຸ່ມແຂວງເຊກອງ (ສທໜຂ) ຄັ້ງທີ l ຈັດຂຶ້ນໃນວັນທີ 15 ກໍລະກົດຜ່ານມາ, ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສາກົນ ພອນປະເສີດ ຄະນະປະຈຳພັກແຂວງ ປະທານກວດກາພັກ, ປະທານອົງການກວດກາລັດແຂວງ, ມີທ່ານ ສອນເພັດ ເລື່ອງຜິວວົງແສນ ຮອງປະທານສະ ມາຄົມນັກທຸລະກິດໜຸ່ມສູນກາງ, ທ່ານ ແສງໂນພາ ມິກດາວົງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ມະຕິກອງປະຊຸມຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ຄຕພ ເຜີຍແຜ່ມະຕິກອງປະຊຸມຜູ້ແທນກຳມະບານທົ່ວປະເທດ ຄັ້ງທີ IX

ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ (ຄຕພ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຂຶ້ນໃນວັນທີ15 ກໍລະກົດນີ້ ທີ່ ຄຕພ, ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ພ້ອມດ້ວຍບັນດາສະມາຊິກພາຍໃນ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ. ກ່ອນເຂົ້າຫ້ອງປະຊຸມ ຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອແຈ້ງຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້.
ງານມະຫະກຳການຄ້າທາງເອເລັກໂຕຣນິກລະດັບຊາດຈະຈັດຂຶ້ນທ້າຍເດືອນກັນຍາ

ງານມະຫະກຳການຄ້າທາງເອເລັກໂຕຣນິກລະດັບຊາດຈະຈັດຂຶ້ນທ້າຍເດືອນກັນຍາ

ເພື່ອເປັນການຂັບເຄື່ອນເສດຖະກິດດີຈີຕອນ ແລະ ສົ່ງເສີມຫົວໜ່ວຍທຸລະກິດລາວ ໃຫ້ສາມາດແຂ່ງຂັນໄດ້ໃນຍຸກສະໄໝໃໝ່, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີຖະແຫຼງຂ່າວຢ່າງເປັນທາງການ ກ່ຽວກັບການກຽມຄວາມພ້ອມຈັດງານບຸນມະຫະກຳການຄ້າທາງເອເລັກໂຕຣນິກ ຫຼື "Lao E-Commerce Festival 2026" ໃນວັນທີ 15 ກໍລະກົດ ນີ້ ທີ່ກະຊວງ ອຄ. ໃຫ້ກຽດຖະແຫຼງ ໂດຍ ທ່ານ ພຸດທະວັນ ນັນທະວົງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ເຂົ້າຮ່ວມມີບັນດາທ່ານຫົວໜ້າກົມ-ຮອງກົມ, ທູຕານຸທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນ ແຂກຖືກເຊີນຈາກພາກລັດ-ເອກະຊົນ.
6 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບບັນລຸ ເກີນແຜນ

6 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບບັນລຸ ເກີນແຜນ

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບບັນລຸເກີນແຜນ, ຊຶ່ງເກັບໄດ້ 151 ຕື້ກວ່າກີບ, ເທົ່າກັບ 52.30% ຂອງແຜນປີ ແລະ ເທົ່າກັບ 104.60% ຂອງແຜນ 6 ເດືອນຕົ້ນປີນີ້, ສູງກວ່າໄລຍະດຽວກັນຂອງປີຜ່ານມາ 29.46% ໃນນີ້, ລາຍຮັບຈາກພາສີກວມເອົາ 38 ຕື້ກວ່າກີບ ຫລື 25.16% ຂອງລາຍຮັບທັງໝົດ, ສ່ວນລາຍຮັບຈາກອາກອນກວມເອົາ 113 ຕື້ກວ່າກີບ ຫລື 74.84% ຂອງລາຍຮັບທັງໝົດ ໂດຍອາກອນມູນຄ່າເພີ່ມ (VAT) ຍັງເປັນແຫຼ່ງລາຍຮັບຫຼັກ ກວມເອົາເຖິງ 69.60%.
ທ່ານ ສະເຫຼີມໄຊ ກົມມະສິດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງອຸດົມໄຊ

ທ່ານ ສະເຫຼີມໄຊ ກົມມະສິດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງແຂວງອຸດົມໄຊ

ໃນວັນທີ 15 ກໍລະກົດນີ້ ທີ່ຫ້ອງວ່າການແຂວງອຸດົມໄຊ, ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງອຸດົມໄຊ, ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ນຳພາຄະນະເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ.
ສື່ມວນຊົນ ຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທັນສະໄໝ

ສື່ມວນຊົນ ຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທັນສະໄໝ

ໃນໂອກາດເຂົ້າຮ່ວມກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ. ທ່ານ ຄຳສະຫວັນ ໂຄດໄຊ ກໍາມະການພັກນະຄອນຫຼວງ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໂດຍເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາວຽກງານສື່ມວນຊົນ ໃຫ້ກ້າວທັນກັບສະພາບການໃນປັດຈຸບັນ ໂດຍສະເພາະຄະນະນຳ, ຂັ້ນເທິງໄດ້ເຫັນວ່າ ສື່ມວນຊົນແມ່ນປັດໄຈສຳຄັນ ທີ່ຈະຕ້ອງໄດ້ຮັບການພັດທະນາໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທີ່ທັນສະໄໝ.
ສື່ມວນຊົນ ປກສ ຈະຫັນປ່ຽນຍຸດທະສາດ ຫັນເປັນດີຈີຕອນໃນການກວດຈັບ

ສື່ມວນຊົນ ປກສ ຈະຫັນປ່ຽນຍຸດທະສາດ ຫັນເປັນດີຈີຕອນໃນການກວດຈັບ

ເພື່ອຮັບປະກັນໃຫ້ການຕອບໂຕ້ຂ່າວບິດເບືອນ ໂດຍສະເພາະຂ່າວທີ່ພົວພັນກັບຄວາມສະຫງົບ ແລະ ຂ່າວອື່ນໆ ໃຫ້ທັນສະພາບການ, ສື່ມວນຊົນ ປກສ ຈະໄດ້ສຸມໃສ່ການຫັນປ່ຽນຍຸດທະສາດ ໂດຍເນັ້ນໃສ່ຫັນເປັນດີຈີຕອນ ແລະ ນຳໃຊ້ເຕັກໂນໂລຊີ AI ໃນການກວດຈັບໃນຕໍ່ໜ້າ, ໃນຂະນະດຽວກັນຈະນໍາໃຊ້ລະບົບຊັອບແວທີ່ສາມາດກວດຈັບ, ວິເຄາະ ແລະ ແຈ້ງເຕືອນຂ່າວປອມ ຫຼື ຫາງສຽງລົບທີ່ພົວພັນກັບວຽກງານ ປກສ ໃນສື່ສັງຄົມອອນລາຍ.
ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ຍົກລະດັບການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບໃໝ່

ການຍົກລະດັບຄຸນນະພາບການວິເຄາະ-ວິຈານຂ່າວ ບໍ່ແມ່ນພຽງການປັບປຸງຮູບແບບການນຳສະເໜີເທົ່ານັ້ນ ແຕ່ເປັນການຍົກສູງຄຸນນະພາບທາງດ້ານແນວຄິດ, ຄວາມຮູ້, ຈັນຍາບັນ ແລະ ຄວາມສາມາດທາງວິຊາຊີບຂອງນັກຂ່າວ. ເພາະການວິເຄາະ-ວິຈານຂ່າວ ແມ່ນຂະບວນການກັ່ນຕອງ, ປະເມີນ ແລະ ຕີລາຄາຂໍ້ມູນຂ່າວ ສານຢ່າງມີເຫດ ມີຜົນ ເພື່ອຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານແຫ່ງປະເທດລາວ ໄດ້ປະກອບຄຳເຫັນ ໃນຫົວຂໍ້: ຍົກລະດັບການວິເຄາະ-ວິຈານຂ່າວ ໃຫ້ມີຄຸນນະພາບໃໝ່ ຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 14 ກໍລະກົດນີ້ວ່າ: ໃນຍຸກທີ່ຂໍ້ມູນຂ່າວສານໄຫຼວຽນຢ່າງໄວວາ ແລະ ບໍ່ມີຂອບເຂດ, ການວິເຄາະ-ວິຈານຂ່າວ ໄດ້ກາຍເປັນພາລະກິດສຳຄັນຂອງສື່ມວນຊົນ ແລະ ຜູ້ເຮັດວຽກດ້ານຂ່າວສານ. ຖ້າການລາຍງານຂ່າວເປັນການບອກເລົ່າວ່າ "ເກີດຫຍັງຂຶ້ນ".
ຍຸກ 4.0 ສື່ມວນຊົນຕ້ອງປັບປຸງວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ

ຍຸກ 4.0 ສື່ມວນຊົນຕ້ອງປັບປຸງວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ

ໃນຍຸກດີຈີຕອນ ຫຼື ຍຸກ 4.0 ວຽກງານສື່ມວນຊົນກໍາລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ຈຶ່ງຈໍາເປັນຕ້ອງໄດ້ປັບປຸງທັງເນື້ອໃນ, ຮູບແບບ ແລະ ວິທີການນໍາສະເໜີຂ່າວສານໃຫ້ທັນສະໄໝ.
ເພີ່ມເຕີມ