ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະມາຊິກສະຫະພັນລັດຖະສະພາສາກົນ ແຫ່ງ ສປປ ລາວ ກ່າວເນື່ອງໃນໂອກາດວັນລັດຖະສະພາໂລກວັນທີ 30 ມິຖຸນານີ້ ທີ່ ສະພາແຫ່ງຊາດລາວ ວ່າ: ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889 - 30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນ ລະດັບໂລກ ໃນຄັ້ງນີ້.

 

ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາທົ່ວໂລກ 46,000 ຄົນ ໃນນັ້ນສະມາຊິກລັດຖະສະພາເພດຍິງກວມເອົາ 27,2% ແລະ ມີອົງການຈັດຕັ້ງສາກົນ ຫຼາຍກວ່າ 15 ອົງການທີ່ເປັນພາຄີ. ຈຸດປະສົງ ເພື່ອເຮັດວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາຊິກລັດຖະສະພາ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ແລະ ເປັນເວທີສົ່ງເສີມສັນຕິພາບ, ປະຊາທິປະໄຕ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງແກ່ຊາວໜຸ່ມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ.

ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນ 2018, ໄດ້ກໍານົດເອົາ ວັນທີ 30 ມິຖຸນາ ຂອງທຸກປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກ IPU ເພື່ອເປັນໂອກາດລະລຶກ ແລະ ຫວນຄືນການປະຕິບັດໜ້າທີ່ ໃນຖານະເປັນອົງການຕົວແທນແຫ່ງສິດ-ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ.

ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ ໃນວັນທີ 4 ເມສາ 1990, ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ ຊຶ່ງເປັນການເຜີຍແຜ່ນະໂຍບາຍ ແລະ ການພັດທະນາເສດຖະກິດ - ສັງຄົມ ຂອງ ສປປ ລາວ ຕໍ່ເວທີລັດຖະສະພາລະດັບໂລກ, ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ສະແດງທັດສະນະທີ່ສ້າງສັນ ຕໍ່ການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄືຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ ຢ່າງເປັນເຈົ້າການ.

ພິເສດ, ໃນປີນີ້ ສະພາແຫ່ງຊາດລາວກໍໄດ້ກະກຽມເຂົ້າຮ່ວມກອງປະຊຸມປະທານລັດຖະສະພາໂລກ ຄັ້ງທີ 6 ແລະ ກອງປະຊຸມສຸດຍອດປະທານລັດຖະສະພາເພດຍິງໂລກ ຄັ້ງທີ 15 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນກໍລະກົດ 2025 ທີ່ເຈນີວາ, ປະເທດສະວິດ ຊຶ່ງຈະເປັນໂອກາດປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຮ່ວມກັບຜູ້ນຳຂັ້ນສູງຂອງລັດຖະສະພາທີ່ມາຈາກທຸກພາກພື້ນທົ່ວໂລກ.

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ຕີລາຄາສູງຕໍ່ຄຳຂວັນຂອງວັນລັດຖະສະພາໂລກໃນປີນີ້ ທີ່ວ່າ: “ບັນລຸຄວາມສະເໝີພາບຍິງ - ຊາຍ, ການຈັດຕັ້ງປະຕິບັດເທື່ອລະບາດກ້າວ (Achieving gender equality, action by action)” ຊຶ່ງມີຄວາມສໍາຄັນຫຼາຍ ໃນການຍົກສູງບົດບາດຂອງແມ່ຍິງ ໃນການມີສ່ວນຮ່ວມຢ່າງເຕັມສ່ວນ, ມີປະສິດທິຜົນ ແລະ ໄດ້ຮັບໂອກາດເທົ່າທຽມກັນ ສຳລັບການເປັນການນໍາໃນທຸກລະດັບ, ທຸກໜ້າວຽກ ແລະ ທຸກຕຳແໜ່ງ ໃນການຕົກລົງບັນຫາສໍາຄັນພື້ນຖານທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

ສປປ ລາວ ໄດ້ໃຫ້ຄວາມສຳຄັນ ຕໍ່ຄວາມສະເໝີພາບຍິງ-ຊາຍ ດ້ວຍການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສະເພາະແມ່ນເປົ້າໝາຍທີ 5 (ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະເດັກຍິງທຸກຄົນ) ເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ແຕ່ລະໄລຍະ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ (2021-2025) ໂດຍມີຈຸດປະສົງເພື່ອຮັບປະກັນສິດ ແລະ ການພັດທະນາສິດສະເໝີພາບຍິງ-ຊາຍ ລວມທັງຢຸດຕິທຸກຮູບການຈຳແນກຕໍ່ແມ່ຍິງໃນທຸກຂົງເຂດວຽກງານ, ຮັບປະກັນໃຫ້ແມ່ຍິງໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ.

ອີງຕາມ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຜ່ານມາ, ພວກເຮົາມີສະມາຊິກສະພາແຫ່ງຊາດເພດຍິງ 36 ທ່ານ ເທົ່າກັບ 21.9% ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງທົ່ວປະເທດ ທີ່ເປັນເພດຍິງ 150 ທ່ານ ເທົ່າກັບ 30.48%, ໂດຍຖືກຈັດຢູ່ໃນອັນດັບ 111 ຂອງໂລກ ແລະ ເປັນອັນດັບ 4 ຂອງອາຊຽນ ຊຶ່ງໃນການເລືອກຕັ້ງທີ່ຈະມາເຖິງນີ້ ພວກເຮົາມີຄວາມຄາດຫວັງຢ່າງຍິ່ງວ່າ ຈະມີ ສສຊ ແລະ ສສຂ ເພີ່ມຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນເຖິງບົດບາດສຳຄັນ ໃນການປະກອບສ່ວນຕໍ່ປະເທດຊາດຂອງເອື້ອຍນ້ອງແມ່ຍິງ ລວມທັງເຂົ້າຮ່ວມມີທັດສະນະຕໍ່ບັນຫາໃນພາກພື້ນ ແລະ ສາກົນ, ພ້ອມທັງສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນທຸກດ້ານ, ສູ້ຊົນໃຫ້ຈໍານວນແມ່ຍິງທີ່ຈະເປັນສະມາຊິກສະພາແຫ່ງຊາດເພດຍິງ ໃນຊຸດທີ X ບັນລຸ 30% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ.

(ຂ່າວ: ແສງຈັນ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ ປີ 2025

ວິທະຍາໄລສິລະປະແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບບໍລິສັດເຂົ້າໜຽວການສະແດງ ແລະ ໂຮງລະຄອນ, ໄດ້ຈັດງານມະໂຫລານການສະແດງລະຄອນໄວໜຸ່ມອາຊີ (Asian Youth Theatre Festival) (AYTF) ປີ 2025 ຂຶ້ນໃນຄໍ່າວັນທີ 4 ທັນວາ ຜ່ານມາທີ່ ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມວັດທະນະທໍາ ແລະ ສິລະປະການສະແດງ ກະຊວງ ວທ, ທ່ານ ວິລະພັນ ຊາພູວົງ ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ມີບັນດາຄະນະຜູ້ຈັດງານ, ຄູ-ອາຈານ, ນັກສິລະປິນໄວໜຸ່ມຕົວແທນນັກສະແດງຈາກບັນດາປະເທດອາຊີ ແລະ ອາຊຽນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ

ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ນະ​ຄອນຫຼວງວຽງ​ຈັນໂດຍການເປັນປະທານຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີບັນດາພະແນກການກ່ຽວຂ້ອງຈາກບັນດາແຂວງພາກເໜືອ ແລະ ພາກກາງເຂົ້າ​ຮ່ວມ.
ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງ

ຄະນະປະຈຳການ, ຄະນະກຳມະການເລືອກຕັ້ງລະດັບຊາດ, ໄດ້ຈັດກອງປະຊຸມຝຶກອົບໃຫ້ແກ່ພະ ນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ(ສສຊ) ຊຸດ ທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V,ຂຶ້ນໃນລະຫວ່າງວັນທີ 4-5 ທັນວານີ້, ທີ່ຫໍປະຊຸມສະພາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຮອງປະທານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາກະຊວງ ແລະ ອົງການທຽບເທົ່າກະຊວງເຂົ້າຮ່ວມ.
ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບເພື່ອສົ່ງເສີມປັນຍາປະດິດລາວ

ກອງປະຊຸມວິຊາການ ການພັດທະນາຖານຂໍ້ມູນພາສາລາວທີ່ມີຄຸນນະພາບ ເພື່ອສົ່ງເສີມປັນຍາປະ ດິດລາວໄດ້ຈັດຂຶ້ນໃນວັນທີ 4 ທັນວານີ້ ທີ່ໂຮງແຮມຄຣາວພາຊາ ເປັນກຽດເຂົ້າຮ່ວມຂອງທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳວິທະຍຸກະຈາຍສຽງແຫ່ງຊາດລາວ, ມີສຳນັກຂ່າວສານປະເທດລາວ, ໜັງສືພິມພາສາຕ່າງປະເທດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງສປປ ລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ບີນິຕາ ສົມເມີວິວ ຮອງເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ປະເທດອົສຕຣາລີປະຈຳສປປ ລາວ, ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດຊະລິຍະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ແກ່ນທ້າວ ແຂ່ງຂັນກິລາສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ຢ່າງເບີກບານມ່ວນຊື່ນ.

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂຶ້ນໃນວັນທີ 2 ທັນວາຜ່ານມານີ້ທີ່ເດີ່ນກິລາເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາເມືອງ, ອົງການປົກຄອງບ້ານ, ນັກທຸລະກິດຜູ້ປະກອບການ ແລະ ນັກກິລາເຂົ້າຮ່ວມ.
ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ແຊ້ມເຮືອປະເພນີ ທັງຊາຍ ແລະ ຍິງ ຕົກເປັນຂອງບ້ານດ່ານ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງລະມາມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ທີ່ທ່າບັກເກົ່າ ບ້ານເພຍໃໝ່ ໂດຍມີຜົນການແຂ່ງຂັນດັ່ງນີ້: ເຮືອປະເພນີທັງຊາຍ ແລະ ຍິງ ຕົກເປັນ ຂອງສີພາຍບ້ານດ່ານ ເປັນເຈົ້າຄອງແຊ້ມໜ້ານໍ້າເຊກອງ ຊຶ່ງໃຫ້ກຽດມອບລາງວັນ ແລະ ຮ່ວມພິທີປິດງານ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ດາວວີ ສວຍທະລັງສີ ຄະນະປະຈຳພັກແຂວງເລຂາພັກເມືອງລະມາມ.
ເພີ່ມເຕີມ