ສະເຫຼີມສະຫຼອງວັນສ້າງຕັ້ງລັດວິສາຫະກິດໄຟຟ້າລາວຄົບຮອບ62ປີ

ສະເຫຼີມສະຫຼອງວັນສ້າງຕັ້ງລັດວິສາຫະກິດໄຟຟ້າລາວຄົບຮອບ62ປີ
ລັດວິສາຫະກິດໄຟຟ້າລາວໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ,ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວຄົບຮອບ 62 ປີ(18/12/1961-18/12/2023)ໃນວັນທີ 16 ທັນວາ ທີ່ເດີ່ນບຶງທາດຫຼວງນະຄອນຫຼວງວຽງຈັນ.
ເປັນກຽດໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່,ທ່ານຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ບັນດາທ່ານຮອງລັດຖະມົນຕີ,ແຂກຖືກເຊີນ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ໂພໄຊ ໄຊຍະສອນກ່າວວ່າ: ກ່ອນປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975, ຢູ່ປະເທດເຮົາ ມີເຂື່ອນຜະລິດກະແສໄຟຟ້າຂະໜາດກາງພຽງແຕ່ແຫ່ງດຽວຄື: ເຂື່ອນໄຟຟ້ານໍ້າງື່ມ 1 ຊຶ່ງໃນເບື້ອງຕົ້ນແມ່ນມີກຳລັງຕິດຕັ້ງພຽງແຕ່ 30 ເມກາວັດ ແລະ ມີເຂື່ອນໄຟຟ້າຂະໜາດນ້ອຍ 2 ແຫ່ງຄື: ເຂື່ອນນ້ຳດົງຢູ່ແຂວງຫຼວງພະບາງ ແລະ ເຂື່ອນແຊລະບຳຢູ່ແຂວງຈຳປາສັກ ຊຶ່ງແຕ່ລະແຫ່ງມີກໍາລັງຕິດຕັ້ງພຽງແຕ່ 1 ເມກາວັດເທົ່ານັ້ນ. ນອກຈາກນີ້, ກໍມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນໍ້າມັນກາຊວນຢູ່ບາງຕົວເມືອງໃຫຍ່ຈຳນວນໜຶງ ຊຶ່ງໃນຊຸມປີດັ່ງກ່າວ, ມີພຽງແຕ່ 5 ຕົວເມືອງຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫັວນນະເຂດ ແລະ ຈຳປາສັກ ທີ່ປະຊາຊົນໄດ້ຊົມໃຊ້ໄຟຟ້າ, ໂດຍມີປະມານ 19.000 ຄອບຄົວຫຼືເທົ່າກັບ10% ຂອງຈໍານວນຄົວເຮືອນໃນທົ່ວປະເທດເທົ່ານັ້ນທີ່ໄດ້ໃຊ້ໄຟຟ້າ.
ພາຍຫຼັງໄດ້ເລີ່ມດໍາເນີນການປ່ຽນແແປງໃໝ່ໃນປີ 1986 ເປັນຕົ້ນມາ, ພັກໄດ້ວາງແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝເພື່ອພັດທະນາປະເທດຊາດກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ ຊຶ່ງໄດ້ກໍານົດເອົາການພັດທະນາວຽກງານພະລັງງານໄຟຟ້າໂດຍສະເພາະແມ່ນຖືເອົາການພັດທະນາພະລັງງານໄຟຟ້ານໍ້າຕົກເປັນພື້ນຖານ, ແນໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງຊາດ ເຂົ້າໃນການພັດທະນາເສດຖະກິດແຫ່ງຊາດທີ່ມີປະສິດທິຜົນສູງ. ທິດທາງ ແລະ ເປົ້າໝາຍໃນການພັດທະນາການອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະ ເພື່ອການສົ່ງອອກ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າ ແບບເປັນມິດກັບສິ່ງແວດລ້ອມ,ຜະລິດພະລັງງານສະອາດ ແລະ ມີລັກສະນະຍືນຍົງ ຊຶ່ງປະກອບດ້ວຍບັນດາໂຄງການ, ແຜນງານໃຫຍ່ໆທີ່ສຳຄັນ, ເປັນລະບົບຄົບຊຸດ, ມີທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ຈາກນັ້ນ,ພາຍຫຼັງທີ່ໄດ້ປະກາດໃຊ້ ກົດໝາຍໄຟຟ້າໃນປີ1997 ແລະ ພາຍຫຼັງທີ່ພັກ-ລັດໄດ້ວາງນະໂຍບາຍດືງດູດການລົງທຶນຈາກຕ່າງປະເທດ ເຮັດໃຫ້ມີນັກລົງທຶນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທຶນຢູ່ປະເທດເຮົາ ນັບທັງໃນຮູບແບບເອກະຊົນອິດສະຫຼະ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານໄຟຟ້າຢູ່ ສປປລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ. ປັດຈຸຸບັນ, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.531,9 ແມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິກະວັດໂມງຕໍ່ປີໃນນີ້, ແຫຼ່ງຜະລິດໄຟຟ້າມາຈາກເຂື່ອນໄຟຟ້າພະລັງງານນໍ້າກວມເອົາ 75%,ມີລະບົບສາຍສົ່ງແຕ່ລະປະເພດຍາວທັງໝົດ62.000 ກວ່າກິໂລແມັດ ແລະ ມີສະຖານີຈ່າຍໄຟຟ້າ 70 ແຫ່ງ.
ທ່ານ ໂພໄຊ ໄຊຍະສອນ ກ່າວຕື່ມອີກວ່າ: ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ໄຟຟ້າລາວ ໄດ້ຮັບການພັດທະນາຈົນເຕີບໃຫຍ່ຂະຫຍາຍຕົວກາຍມາເປັນລັດວິສາຫະກິດໄຟຟ້າລາວໃນປັດຈຸບັນໂດຍຕິດພັນຢ່າງສະໜິດແໜ້ນກັບບາດກ້າວແຫ່ງການພັດທະນາ ແລະ ຂະຫຍາຍຕົວຂອງການພັດທະນາປະເທດຊາດມາຮອດມື້ນີ້ກໍເປັນເວລາຍາວນານເຖິງ 62 ປີແລ້ວ. ໄຟຟ້າລາວ ບໍ່ພຽງແຕ່ເຮັດບົດບາດອັນສຳຄັນໃນການຄຸ້ມຄອງການຜະລິດພະລັງງານໄຟຟ້າທີ່ມີຄວາມໝັ້ນຄົງເທົ່ານັ້ນ ແຕ່ຫາກຍັງແມ່ນຜູ້ດໍາເນີນທຸລະກິດ,ຜູ້ໃຫ້ການສະໜອງການບໍລິການກະແສໄຟຟ້າເພື່ອການຊົມໃຊ້ຢູ່ພາຍໃນສັງຄົມທີ່ມີຄຸນນະພາບສູງ ຊຶ່ງມາຮອດປັດຈຸບັນ100% ຂອງເທດສະບານແຂວງ, ນະຄອນຫຼວງ, 100% ຂອງເທດສະບານເມືອງ,ນະຄອນ, 92%ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດໄດ້ຊົມໃຊ້ກະແສໄຟຟ້າຢ່າງຖາວອນແລ້ວ.ໃນນີ້33,1%ແມ່ນທີ່ຢູ່ອາໄສ, 46,1% ຢູ່ໃນພາກອຸດສາຫະກໍາ ແລະ ປະເພດອື່ນໆ 20,8%.ນອກຈາກນີ້, ໄຟຟ້າລາວຍັງເຮັດບົດບາດເປັນຜູ້ສົ່ງອອກກະແສໄຟຟ້າ ແລະ ກາຍເປັນຫົວໜ່ວຍທຸລະກິດພາກລັດທີ່ສໍາຄັນໃນການສ້າງລາຍຮັບງົບປະມານ.
ຜົນສຳເລັດຂອງການຈັດຕັ້ງ ແລະ ການເຄື່ອນໄຫວຂອງໄຟຟ້າລາວ ໄດ້ຕິດພັນຢ່າງສະໜິດແໜ້ນກັບການນໍາພາຂອງພັກ, ຄະນະພັກຂັ້ນຕ່າງໆ, ຕິດແໜ້ນກັບຄວາມເອົາໃຈໃສ່ຂອງລັດ ແລະ ອົງການປົກຄອງທ້ອງຖິ່ນເປັນຢ່າງດີ ຊຶ່ງບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ໄຟຟ້າລາວ ໄດ້ຮັບການພັດທະນາ ແລະ ເຄື່ອນໄຫວເຮັດຫຼ້ອນບົດບາດ, ໜ້າທີ່ຂອງຕົນຢ່າງສົມກຽດເທົ່ານັ້ນ ແຕ່ຫາກຍັງເປັນຫົວໜ່ວຍທຸລະກິດ, ເປັນຫົວໜ່ວຍວຽກງານທີ່ເປັນຕົວແບບ, ເປັນແຫຼ່ງຮຽນຮູ້ ກ່ຽວກັບການຜະລິດ, ການຄຸ້ມຄອງ, ການພັດທະນາດ້ານພະລັງງານໄຟຟ້າ ແລະ ແມ່ນໜໍ່ແໜງທີ່ສໍາຄັນໃນການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກຢູ່ປະເທດເຮົາອີກດ້ວຍ. (ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ