![]() |
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ໄມທອງ ທໍາມະວົງສາ ແລະທ່ານ ແລມໂກ ຟົງ ໄວຄາເດິນໄດ້ໃຫ້ກຽດກ່າວຄໍາເຫັນ ໂດຍໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການພົວພັນຮ່ວມມືໃນໄລຍະ 5 ທົດສະວັດຜ່ານມາ ລະຫວ່າງສອງລັດຖະບານ ກໍ່ຄືປະຊາຊົນ ສອງຊາດລາວ - ໂຮນລັງ.ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 17ພະຈິກ1975 ເປັນຕົ້ນມາ,ການຮ່ວມມືສອງຝ່າຍໄດ້ເຕີບໃຫຍ່ຂະຫຍາຍຕົວບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເຄົາລົບແລະມີຜົນປະໂຫຍດຮ່ວມກັນ.ພິເສດໃນປີນີ້ລັດຖະມົນຕີກະຊວງການຕ່າງປະເທດ ຂອງທັງສອງປະເທດ ກໍໄດ້ມີການແລກປ່ຽນສານຊົມເຊີຍເຊິ່ງກັນແລະກັນ.ໃນຊຸມປີຜ່ານມາ, ໂຮນລັງໄດ້ສືບຕໍ່ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອສປປລາວທັງໃນຮູບແບບສອງຝ່າຍແລະຫຼາຍຝ່າຍຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມກໍຄືໃນຂະແໜງການຕ່າງໆເຊັ່ນ: ຂະແໜງກະສິກຳ - ປ່າໄມ້, ການຄຸ້ມຄອງຊັບພະຍາກອນນ້ຳ, ການສຶກສາ, ສາທາລະນະສຸກແລະຄວາມໝັ້ນຄົງດ້ານອາຫານ. ນອກນັ້ນ, ໂຮນລັງແລະສປປລາວຍັງໄດ້ມີການຮ່ວມມືແລະສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນແລະສາກົນ.
![]() |
ໃນໂອກາດດັ່ງກ່າວ, ທ່ານ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍ່ຄື ປະຊາຊົນ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກໂຮນລັງທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດໄລຍະ 50ປີ ຜ່ານມາ, ຊຶ່ງໄດ້ປະກອບສ່ວນໃນການພັດທະນາແບບຍືນຍົງຢູ່ ສປປ ລາວ.
![]() |
ຂ່າວ:ກະຊວງການຕ່າງປະເທດ



ຄໍາເຫັນ