ສະຫຼອງບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ຈະຈັດພ້ອມກັບການສະຫຼອງປີທ່ອງທ່ຽວລາວ

ສະຫຼອງບຸນປີໃໝ່ລາວຢູ່ນະຄອນ ຫຼວງພະບາງ ຈະຈັດພ້ອມກັບການສະຫຼອງປີທ່ອງທ່ຽວລາວ
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 23 ພຶດສະພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ
ໃນອາທິດຜ່ານມານີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ຖະແຫຼງການ ກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2567 ຄສ 2024 ທີ່ນະຄອນ ຫຼວງພະບາງ. ທ່ານກ່າວວ່າ: ບຸນປີໃໝ່ລາວ ເປັນບຸນປະເພນີທີ່ສຳຄັນຂອງຄົນລາວ ແລະ ເປັນປາງບຸນໃຫຍ່ ທີ່ໄດ້ສະເຫຼີມສະຫຼອງກັນທົ່ວປະເທດ ໂດຍຈັດຂຶ້ນໃນກາງເດືອນເມສາ ຊຶ່ງເປັນໄລຍະທີ່ອາກາດຮ້ອນອົບເອົ້າໃນຮອບປີ. ສະນັ້ນ ຈິ່ງໄດ້ມີການຫົດສົງນໍ້າ ເພື່ອເປັນການລ້າງຊ່ວຍ ອວຍພອນເຊິ່ງກັນ ແລະກັນ ເອົາສິ່ງທີ່ບໍ່ດີໃຫ້ໝົດໄປນໍາປີເກົ່າ. ພໍຮອດບຸນປີໃໝ່ ຊາວລາວ ໄດ້ພາກັນກະກຽມ ທຳຄວາມສະອາດຕາມເຮືອນຊານບ້ານຊ່ອງ, ຫ້າງຫາກະກຽມຫາດອກໄມ້ທີ່ມີກິ່ນຫອມ ເຊັ່ນ: ດອກຈໍາປາ, ດອກຈຳປີ, ດອກດາວເຮືອງ, ດອກຄູນ ແຕ່ງເປັນຂັນຫ້າ-ຂັນດອກໄມ້ ເພື່ອບູຊາ ແລະຫົດສົງນໍ້າພະພຸດທະຮູບ, ບູຊາເຮືອນຊານບ້ານຊ່ອງ ແລະ ສົມມາ ບິດາ-ມານດາ, ທຳອູ່ສູ່ຂວັນພາຍໃນຄອບຄົວເພື່ອຮັບໂຊກປີໃໝ່ ເພາະມີຄວາມເຊື່ອວ່າເປັນສີລິມົງຄຸນ. ຕາມປະເພນີທີ່ສືບເນື່ອງມາແຕ່ບູຮານນະການ ບຸນປີໃໝ່ ລາວ ແມ່ນຈັດຂຶ້ນ 3 ວັນ. ສຳລັບປີນີ້, ເປັນປີພິເສດ ແມ່ນຈັດ 4 ວັນ ຄື: ວັນສັງຂານລ່ວງ ຊຶ່ງໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນສັງຂານເນົາ 2 ວັນຊຶ່ງ ໝາຍເຖິງວັນລະຫວ່າງກາງເປັນວັນຫ້າງຫາກະກຽມຕ້ອນຮັບປີໃໝ່ ແລະ ວັນສັງຂານຂຶ້ນ ຊຶ່ງແມ່ນວັນເລີ້ມຕົ້ນຂອງປີໃໝ່ລາວ. ປີນີ້, ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ແມ່ນຈະໄດ້ຈັດໃນລັກຊະນະເຕັມຮູບແບບ ຊຶ່ງຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ຊຶ່ງການນໍາຂອງແຂວງໄດ້ຕົກລົງໃຫ້ ນະຄອນ ຫຼວງພະບາງ ສົມທົບກັບ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນການກະກຽມຈັດງານບຸນໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະວຽກງານ, ທັງໄດ້ກະກຽມວຽກງານແຕ່ລະດ້ານ,  ສຳລັບລາຍການເຄື່ອນໄຫວບຸນ ໄດ້ກໍານົດເອົາແຕ່ວັນທີ 10 - 20 ເມສາ 2024 ໂດຍມີຫຼາກຫຼາຍກິດຈະກຳ. ກິດຈະກຳອັນພົ້ນເດັ່ນ ແມ່ນການປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ພິທີອາລາດຖະນາອົງພະບາງລົງຫົດສົງ ແລະ ອື່ນໆ.
ໂອກາດນີ້, ທ່ານໄດ້ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຮື່ອແຮງ ແລະ ວັດຖຸປັດໄຈ ເຂົ້າໃນການຈັດງານບຸນປີໃໝ່ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ພ້ອມນີ້ ທ່ານໄດ້ເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ສຳພັດກັບວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ປກຊ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ກະຊວງປ້ອງກັນປະເທດ (ປກຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ຂຶ້ນໃນວັນທີ 21 ມັງກອນນີ້ ທີ່ກະຊວງດັ່ງ ກ່າວ ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງ ປກຊ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ເມືອງເງິນ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ປະຊາຊົນລາວ

ວັນທີ 21 ມັງກອນນີ້ ຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77ປີ, ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເງິນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີການນຳຂັ້ນເມືອງ, ຄະນະພັກ, ຄະນະບັນຊາ, ກົມກອງອ້ອມຂ້າງເມືອງ ເຂົ້າຮ່ວມ.
ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ການນຳພັກ-ລັດແຂວງ ອວຍພອນກຳລັງປ້ອງກັນຊາດເມືອງບໍ່ແຕນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໃນຕອນບ່າຍ ຂອງວັນທີ 19 ມັງກອນຜ່ານມານີ້, ທ່ານ ສີສອນພັນ ບຸນສີ ຮອງເລຂາ ຄະນະບໍລິຫານງານພັກ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງບັນຊາການທະຫານເມືອງບໍ່ແຕນ, ກອງພັນ 413, ກອງຮ້ອຍ ທະຫານຊາຍແດນ 159 ແລະ ກອງຮ້ອຍທະຫານຊາຍແດນ 160.
ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ການນຳແຂວງວຽງຈັນ ຢ້ຽມຢາມ ແລະ ອວຍພອນ ກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ໃນວັນທີ 20 ມັງກອນ 2026ນີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍຫົວໜ້າຫ້ອງວ່າການແຂວງ, ປະທານສະຫະພັນແມ່ຍິງແຂວງ, ກຳມະບານແຂວງ, ຊາວໜຸ່ມແຂວງ, ແນວລາວສ້າງຊາດແຂວງ, ກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການທະຫານແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ຄະນະນຳກອງພົນທະຫານຮາບທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2026) ໂດຍການຕ້ອນຮັບຂອງ ທ່ານ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທະຫານຮາບທີ1, ພ້ອມດ້ວຍຄະນະພັກ-ຄະນະນຳຂອງກອງພົນເຂົ້າຮ່ວມ.
ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ປະກາດພະນັກງານຮັບອຸດໜູນບຳນານ

ສານປະຊາຊົນສູງສຸດ ຈັດພິທີປະກາດການຈັດຕັ້ງ ວ່າດ້ວຍການອະນຸດໃຫ້ພະນັກງານ-ລັດຖະກອນຮັບອຸດໜູນບຳນານ ໃນວັນທີ 20 ມັງກອນນີ້ ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ມີບັນດາພະນັກງານພາຍໃນກົມເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ຮອງນາຍົກລັດຖະມົນຕີ ຕິດຕາມຄວາມເປັນໄປໄດ້ໃນການກໍ່ສ້າງຊົນລະປະທານ ເຊລະມັງ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມເບີ່ງຄວາມເປັນໄປໄດ້ ໂຄງການກໍ່ສ້າງຊົນລະປະທານ ເຊລະມັງ ເມືອງຕະໂອ້ຍ ແຂວງສາລະວັນ ໃນວັນທີ 17 ມັງກອນຜ່ານມານີ້. ອົງການປົກຄອງແຂວງ ກໍຄືເມືອງ ໄດ້ສຳຫຼວດຄວາມເປັນໄປໄດ້ເບື້ອງຕົ້ນ ເພື່ອຈະສ້າງເງື່ອນໄຂໃຫ້ແກ່ການປູກພຶດ-ການລ້ຽງສັດ ຂອງປະຊາຊົນບັນດາເຜົ່າ ແລະ ສາມາດບຸກເບີກ, ຂະຫຍາຍເປັນເນື້ອທີ່ທຳການຜະລິດ ໄດ້ທັງລະດູແລ້ງ ແລະ ລະດູຝົນ, ທັງເປັນການສະເໜີ ເຈດຈຳນົງ ເພື່ອຂໍງົບປະມານ ດໍາເນີນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມກອງພັນໃຫຍ່ 479

ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20/1/1949-20/1/2026) ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະ ພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມກອງພັນໃຫຍ່ 497 ໃນວັນທີ 20 ມັງກອນນີ້ ໃຫ້ກຽດຕ້ອນຮັບຂອງສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກອງພັນໃຫຍ່ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.
ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ບໍລິສັດລາວໂທລະຄົມ ເຂົ້າອວຍພອນ ແລະ ຊຸກຍູ້ ວັນສ້າງຕັ້ງກອງທັບປະຊາຊົນລາວ

ໃນວັນທີ 19 ມັງກອນ ນີ້, ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ນຳໂດຍ ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານກຳມະການພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ນຳກະຕ່າດອກໄມ້ ແລະ ເງິນຈຳນວນ 177,000,000 ກີບ ເຂົ້າອວຍພອນ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 - 20 ມັງກອນ 2026).
ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ທ່ານລັດຖະມົນຕີກະຊວງ ຍທຂ ອວຍພອນຄະນະນຳກະຊວງປ້ອງກັນປະເທດ

ວັນທີ 19 ມັງກອນຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 77 ປີ.
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຮອງເອົາການສະເໜີ ຍົກຍ້າຍ ແຕ່ງຕັ້ງ ພະນັກງານການນຳຂັ້ນສູງ ຫຼາຍຕຳແໜ່ງ

ວັນທີ 19 ມັງກອນ ນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ກຳມະການຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ເພີ່ມເຕີມ