ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ

ສະຫຼອງຄົບຮອບ 1ປີ ການນໍາໃຊ້ລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ
ພິທີສະເຫຼີມສະຫຼອງຄົບຮອບ 1 ປີການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກ ຫຼື EIR ໃນສປປ ລາວ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ໂຄອີຊືມິ

 

 

 ຊືໂຕມຸເອກອັກຄະລັດຖະທູດແຫ່ງປະເທດຍີ່ປຸ່ນປະຈໍາສປປ ລາວ, ທ່ານ ບີລານ ໂອຣັງ ເຊັບ ດູຣານີຜູ້ຕາງໜ້າອົງການອຸຍນີເຊັບປະຈໍາສປປ ລາວ, ທ່ານ ທີໂມຕີ ອາມສຕຣອງຜູ້ຕາງໜ້າອົງການອະນາໄມໂລກປະຈໍາສປປ ລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດກ່າວວ່າ: ວຽກງານການໃຫ້ວັກຊິນກັນພະຍາດຂອງສປປ ລາວແມ່ນເລີ່ມແຕ່ປີ 1982 ເປັນຕົ້ນມາ. ການຈົດບັນທຶກ, ການລາຍງານແມ່ນຈົດບັນທຶກໃສ່ເຈ້ຍທັງໝົດ. ມາຮອດປີ 2015ກະຊວງສາທາລະນະສຸກຈຶ່ງໄດ້ນໍາເອົາລະບົບ DHIS2 ເຂົ້າມານໍາໃຊ້ເພື່ອເກັບກໍາຂໍ້ມູນຕົວຊີ້ບອກ ຂອງກະຊວງສາທາລະນະສຸກທັງໝົດ ຊຶ່ງເປັນບາດກ້າວຫັນປ່ຽນທີ່ສໍາຄັນ ແລະ ເຮັດໃຫ້ພະນັກງານມີຄວາມສະດວກສະບາຍໃນການບັນທຶກ, ລາຍງານດີຂຶ້ນກວ່າເກົ່າ. ເຖິງຢ່າງໃດກໍຕາມໃນໄລຍະ 4-5 ປີຜ່ານມາ ຍັງພົບຂໍ້ຫຍຸ້ງຍາກຫຼາຍຢ່າງໂດຍສະເພາະການຕົກລົ່ນຂອງຂໍ້ມູນທີ່ຈຸດບໍລິການຢູ່ບາງແຫ່ງທີ່ມີເດັກມາຮັບບໍລິການເປັນຈໍານວນຫຼາຍໃນແຕ່ລະມື້ ແຕ່ຍັງບໍ່ສາມາດຈົດບັນທຶກ ແລະ ລາຍງານໄດ້ທັນກັບເວລາ.ລະບົບການບັນທຶກຂໍ້ມູນວັກຊິນກັນພະຍາດຂອງສປປ ລາວ ໄດ້ມີການປ່ຽນແປງອັນສໍາຄັນອີກຄັ້ງຄື: ການນໍາໃຊ້ລະບົບລົງທະບຽນແບບເອເລັກໂຕຣນິກ ຫຼືລະບົບ EIR ເຂົ້າມາເກັບກໍາສະຖິຕິການຮັບວັກຊິນຂອງເດັກນ້ອຍແຕ່ລະຄົນ.

ການນໍາໃຊ້ລະບົບເອເລັກໂຕຣນິກ ຫຼືລະບົບດີຈີຕອນເຂົ້າມາຊ່ວຍໃນການບັນທຶກ, ວິເຄາະ, ລາຍງານຂໍ້ມູນແມ່ນທິດທາງຂອງກະຊວງສາທາລະນະສຸກກໍຄືສປປ ລາວທີ່ຕ້ອງການກ້າວໄປສູ່ຄວາມທັນສະໄໝ ເທື່ອລະກ້າວ. ລະບົບ DHIS2 ຈະຊ່ວຍຫຼຸດປະລິມານວຽກ, ຫຼຸດຂໍ້ຜິດພາດໃນການບັນທຶກຈົດແຕ້ມໃຫ້ແກ່ພະນັກງານຜູ້ປະຕິບັດຕົວຈິງໃນທຸກຂັ້ນເຮັດໃຫ້ຂໍ້ມູນມີຄວາມວ່ອງໄວ, ມີຄຸນນະພາບ, ມີຄວາມປອດໄພ ແລະ ສ່ອງແສງໃຫ້ເຫັນສະພາບຂອງບັນຫາດ້ານສາທາລະນະສຸກຢ່າງຖືກຕ້ອງ ແລະ ຊັດເຈນທີ່ສຸດ, ຜູ້ບໍລິຫານແຕ່ລະຂັ້ນຈະສາມາດນໍາເອົາຂໍ້ມູນໃນລະບົບທັນສະໄໝນີ້ໄປນຳໃຊ້, ວິເຄາະ-ວິໄຈ ແລະ ວາງແຜນແກ້ໄຂບັນຫາໄດ້ຢ່າງຖືກຈຸດ ແລະ ມີປະສິດທິພາບຊຶ່ງຈຸດປະສົງຂອງລະບົບລົງທະບຽນການໃຫ້ວັກຊິນກັນພະຍາດແບບເອເລັກໂຕຣນິກເພື່ອຫຼຸດຜ່ອນການນໍາໃຊ້ເອກະສານໃຫ້ໜ້ອຍລົງເທື່ອລະກ້າວ ຈະຊ່ວຍຫຼຸດປະລິມານວຽກການຈົດບັນທຶກ ແລະ ການພິມລາຍງານຂອງພະນັກງານຜູ້ປະຕິບັດວຽກງານຕົວຈິງໃນແຕ່ລະຈຸດບໍລິການ;ຫຼຸດຜ່ອນຂໍ້ຜິດພາດໃນການບັນທຶກ, ການລາຍງານຈາກການສັງລວມບັນດາເອກະສານທີ່ມີເປັນຈໍານວນຫຼາຍ;ຫຼຸດຜ່ອນງົບປະມານຈໍານວນຫຼາຍໃນການຈັດພິມບັນດາແບບຟອມຕ່າງໆ ຊຶ່ງການພິມຄັ້ງໜຶ່ງແມ່ນໃຊ້ງົບປະມານຈໍານວນຫຼວງຫຼາຍ ແລະ ກໍຍັງພົບບັນຫາຂໍ້ມູນບໍ່ຊັດເຈນ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານ, ອຸປະກອນ ແລະ ວິຊາການໃນການຈັດຕັ້ງປະຕິບັດຈົນເຫັນຜົນເປັນຮູບປະທໍານັບແຕ່ປີ 2023 ເປັນຕົ້ນມາ.

ແຫຼ່ງຂ່າວ: ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ

ຄໍາເຫັນ

ຂ່າວການຮ່ວມມື

ປາກກະດິງ-ບຸ່ງຄ້າ ພົບປະຫາລືວຽກງານປ້ອງກັນຄວາມສະຫງົບຕາມແນວຊາຍແດນ

ປາກກະດິງ-ບຸ່ງຄ້າ ພົບປະຫາລືວຽກງານປ້ອງກັນຄວາມສະຫງົບຕາມແນວຊາຍແດນ

ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການປົກຄອງເມືອງປາກກະດິງ ແຂວງບໍລິຄໍາໄຊ, ທ່ານ ດາວ ດວງພະຈັນ ຮັກສາການຮອງເຈົ້າເມືອງປາກກະດິງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມເຊື່ອມສຳພັນທະໄມຕີຂອງຜູ້ແທນອຳເພີບຸ່ງຄ້າ ຈັດຫວັດບຶງການ ຣາຊະອານາຈັກໄທ ນຳພາໂດຍທ່ານ ຄົມກິດ ບຸນທອງ ນາຍອຳເພີ ພ້ອມດ້ວຍຄະນະ.
ຄະນະປະຕິບັດງານພິເສດ 4 ແຂວງ ນໍາສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບສູ່ປະເທດຂອງຕົນ

ຄະນະປະຕິບັດງານພິເສດ 4 ແຂວງ ນໍາສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບສູ່ປະເທດຂອງຕົນ

ໃນວັນທີ 18 ພຶດສະພາຜ່ານມາ, ຄະນະປະຕິບັດງານພິເສດ 4 ແຂວງຄື: ແຂວງຊຽງຂວາງ, ແຂວງໄຊສົມບູນ, ແຂວງວຽງຈັນ ແລະ ແຂວງເຫງະອັນ ນໍາໂດຍ ສະຫາຍ ພົຈວ ບົວພັນ ອີນທະປັນຍາ ຮອງເລຂາພັກແຂວງ ຫົວຫນ້າຄະນະປະຕິບັດງານພິເສດ ແຂວງໄຊສົມບູນ ເຂົ້າຮ່ວມຄະບວນລົດສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນສູ່ປະເທດຂອງຕົນ (ສສ ຫວຽດນາມ) ກໍຄືແຂວງເຫງະອັນ ສສ ຫວຽດນາມ. ຫົວໜ້າຂະບວນໃນການນຳສົ່ງຄັ້ງນີ້, ນໍາໂດຍສະຫາຍ ຟູງ ແທັງ ວິງ ຮອງປະທານຄະນະກຳມະການປະຊາຊົນ ຫົວໜ້າຄະນະປະຕິບັດງານພິເສດ ແຂວງເຫງະອັນ.
ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ  (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ປະທານ ໂຮ່ຈິມິນ ວິລະບູລຸດຜູ້ປົດປ່ອຍຊາດຂອງຫວຽດນາມ (ໃນໂອກາດວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ, 19/5/1890-19/5/2025)

ຮຽບຮຽງໂດຍ: ບກ ປະທານ ໂຮ່ຈິມິນ ວິລະບູລຸດແຫ່ງການປົດປ່ອຍປະເທດຊາດ, ເປັນສັນຍາລັກອັນຍິ່ງໃຫຍ່ ແຫ່ງເຈດ ຈໍານົງຂອງປວງຊົນທັງຊາດ ທີ່ໄດ້ອຸທິດທັງຊີວິດຂອງຕົນ ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດຫວຽດ ນາມ ແລະ ປະກອບສ່ວນສໍາຄັນໃນການຕໍ່ສູ້ຮ່ວມຂອງປະເທດຊາດຕ່າງໆ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈິມິນ ຄົບຮອບ 135 ປີ

ວັນທີ 18 ພຶດສະພານີ້ ທີ່ອານຸສອນສະຖານປະທານໂຮ່ຈິມິນ, ບ້ານຊຽງຫວາງ, ເມືອງໜອງບົກ ແຂວງຄໍາມ່ວນ, ສະຖານທູດຫວຽດນາມ ປະຈໍາລາວ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 135 ປີ ວັນເກີດຂອງປະທານ ໂຮ່ຈິມິນ, ໂດຍມີບັນດາການນໍາພັກ - ລັດ ຂັ້ນແຂວງ ແລະ ເມືອງ, ນໍາໂດຍ ສະຫາຍ ສົມສະອາດ ອຸ່ນສີດາ ກໍາມະການພັກແຂວງ ຮອງເຈົ້າແຂວງຄໍາມ່ວນ, ສະຫາຍ ຫວຽນ ມິ ເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ມວນຊົນໃນຂົງເຂດດັ່ງກ່າວເຂົ້າຮ່ວມ.
ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ອຽກລັງ ໃຫ້ການສະໜັບສະໜູນ ຊາວກະສິກອນຍິງ ໃນ ສປປ ລາວ

ເພື່ອຄວາມໝັ້ນຄົງທາງດ້ານອາຫານ ແລະ ໂພຊະນາການ ພ້ອມທັງເສີມສ້າງຄວາມຕ້ານທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດໂດຍມຸ່ງເນັ້ນໃນການສົ່ງເສີມສິດທິ ແລະ ສັກກະຍະພາບຂອງຜູ້ຍິງ ໃນພາກການກະສິກໍາ; ປະເທດ ອຽກລັງ ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍ ທີ່ເປັນເພດຍິງ ໃນພາກເໜືອ ຂອງ ສປປ ລາວ ປະມານ 1,000 ຄົນ ຜ່ານ ອົງການອາຫານໂລກແຫ່ງສະຫະປະຊາຊາດ (WFP) ປະຈໍາ ສປປ ລາວ ດ້ວຍມູນຄ່າ 400,000 ເອີໂຣ.
ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ລະດົມຄຳຄິດເຫັນດ້ານເນື້ອໃນໃສ່ປຶ້ມ 50 ປີສາຍພົວພັນ ສພຊ ລາວ - ສພຊ ຫວຽດນາມ

ກອງປະຊຸມລະດົມຄໍາຄິດເຫັນດ້ານເນື້ອໃນໃສ່ປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ (ສພຊ)ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ພັດທະນາ” ໄດ້ຈັດຂຶ້ນໃນວັນທີ 15-16 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ
ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ ( HTSN13 )ໃຫ້ ພະແນກກະສິກຳ ແລະປ່າໄມ້

ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດ ມອບແນວພັນເຂົ້າທົນນ້ຳຖ້ວມສາຍພັນໃໝ່ (HTSN13) ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ, ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ຢູ່ສູນຄົ້ນຄວ້າກະສິກໍາທ່າຊະໂນ ໂດຍການເຂົ້າຮ່ວມຂອງທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວານ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ ສປປ ລາວ,
ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ປະທານ ໂຮ່ຈິມິນ ບົນເສັ້ນທາງກອບກູ້ປະເທດຊາດ

ໂດຍ: ບກ ປະທານ ໂຮ່ຈິມິນ ເກີດເມື່ອວັນທີ 19 ພຶດສະພາ 1890 ທີ່ບ້ານແຊນ (ດອກບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ໃນຄອບຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນໃນທ່າມກາງສະພາບບ້ານເມືອງທີ່ລະກໍາລັງລໍາບາກ ໂດຍໄດ້ເຫັນຂະບວນການເຄື່ອນໄຫວເພື່ອເອກະລາດ ຂອງປະຊາຊົນຫວຽດນາມ ໃນການຕໍ່ຕ້ານຝຣັ່ງ ໃນຮູບແບບຕ່າງໆເຊັ່ນ: ຂະບວນການດົງຊູ ຂອງທ່ານຟານໂບ່ຍເຈົາ, ຂະບວນການຢຸຍເຕີນ (ປະຕິຮູບ) ຂອງທ່ານຟານຈູຈິນ ຫຼື ການລຸກຮື້ຂຶ້ນຂອງຮ່ວາງຮວາຖາມ … ເຖິງແມ່ນເກີດຂຶ້ນຕິດຕໍ່ກັນ ແຕ່ກໍລົ້ມເຫຼວ, ເນື່ອງຈາກຍັງຂາດແນວທາງທີ່ຖືກຕ້ອງ.
ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ປີ 2025 ການຂົນສົ່ງມັນຕົ້ນຜ່ານທາງລົດໄຟລາວ-ຈີນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ

ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດມັນຕົ້ນ. ປີ 2025 ຮອດວັນທີ 14 ພຶດສະພາ ນີ້ ພຽງ 4 ເດືອນກວ່າ ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5,750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ເຈົ້າແຂວງຈໍາປາສັກ ຕ້ອນຮັບເອກອັກຄະລັດຖະທູດ ສິງກະໂປ ປະຈໍາລາວ

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ ໃນວັນທີ 14 ພຶດສະພາຜ່ານມາ ທີ່ຫ້ອງວ່າການແຂວງ, ໃນໂອກາດມາຢ້ຽມຢາມແຂວງຈໍາປາສັກ.
ເພີ່ມເຕີມ