ສະຫຼອງຄົບຮອບ 6 ປີການສ້າງຕັ້ງບໍລິສັດອານຸສິດຂົນສົ່ງດ່ວນ

ສະຫຼອງຄົບຮອບ 6 ປີການສ້າງຕັ້ງບໍລິສັດອານຸສິດຂົນສົ່ງດ່ວນ
ບໍລິສັດອານຸສິດ ໂລຈິສຕິກ ຈຳກັດ ໄດ້ຈັດງານສະຫຼອງຄົບຮອບ 6 ປີການສ້າງຕັ້ງບໍລິສັດອານຸສິດຂົນສົ່ງດ່ວນ ແລະ ປະກາດລາງວັນ ແຟຣນໄຊສ໌ດີເດັ່ນ (Franchiso Award) ຄັ້ງທີ 2 ປະຈຳປີ 2023 ຂຶ້ນໃນວັນທີ 16 ທັນວາ ຜ່ານມາ, ທີ່ໂຮງແຮມຄຣາວພລາຊ່າ ນະຄອນຫຼວງວຽງຈັນໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ແກ້ວເພັດ ຈັນຈະເລີນ ປະທານບໍລິສັດ ອານຸສິ ໂລຈິສຕິກ ຈຳກັດ, ມີຄະນະປະທານ, ຜູ້ຖືຮຸ້ນ, ນັກທຸລະກິດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ແກ້ວເພັດຈັນຈະເລີນ ກ່າວວ່າ: ກ່ອນຈະມີບໍລິສັດອານຸສິດ ຂົນສົ່ງດ່ວນ ໃນມື້ນີ້ ຂ້າພະເຈົ້າຢາກກ່າວເຖິງຜູ້ທີ່ກໍ່ຕັ້ງບໍລິສັດຂຶ້ນມານັ້ນກໍຄື ທ່ານ ອານຸສິດ ພົມມະຈັນ ຊຶ່ງທ່ານເຄີຍໃຫ້ສຳພາດກັບສື່ມ່ວນຊົນໄວ້ວ່າ: ການເລີ່ມຕົ້ນຂອງເພິ່ນແມ່ນເລີ່ມຕົ້ນຈາກກຳມະກອນ ແລະ ຮຽນຮູ້ທຸກສິ່ງດ້ວຍໂຕເອງ, ເຮັດໃຫ້ຄົນອື່ນເຫັນວ່າເຮົາເຮັດໄດ້ ແລະ ຈະເປັນຄົນຈົນລຸ້ນສຸດທ້າຍຂອງຕະກູນໃຫ້ໄດ້. ເບື້ອງຕົ້ນການລິເລີ່ມສ້າງຕັ້ງບໍລິສັດດັ່ງກ່າວນີ້ຂຶ້ນມາໂດຍມີພະນັກງານພຽງແຕ່ 5 ຄົນ ແລະ ຂົນສົ່ງພາຍໃນນະຄອນຫຼວງວຽງຈັນເທົ່ານັ້ນ, ປັດຈຸບັນມີພະນັກງານຫຼາຍກວ່າ 800 ຄົນໃນສາຂາທົ່ວປະເທດ ແລະ ສາມາດຂົນສົ່ງສິນຄ້າທົ່ວປະເທດຫຼາຍກວ່າ 148 ຕົວເມືອງ, ມີ650 ກວ່າສາຂາ ນີ້ຄືການປະສົບຜົນສຳເລັດ ແລະ ບາດກ້າວອັນສຳຄັນຂອງບໍລິສັດອານຸສົດຂົນສົ່ງດ່ວນ.
    ໃນປີ 2023 ບໍລິສັດໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນຈຳນວນພັດສະດຸທີ່ເພີ່ມຂຶ້ນ,ມີສາຂາທີ່ຄວບຄຸມ, ລະບົບການດຳເນີນງານຕ່າງໆທີ່ມີການພັດທະນາ ແລະ ເພື່ອເປັນການຕອບແທນລູກຄ້າປັດຈຸບັນ ໄດ້ມີໂປໂມຊັ້ນຍົກເວັ້ນຄ່າທຳນຽມໂອນ COD ຫຼື ເອີ້ນວ່າ ຄ່າທຳນຽມ 0 ກີບຈົນຮອດ 31 ທັນວາ 2023 ນີ້. ພ້ອມນັ້ນ,ບໍລິສັດ ຍັງໄດ້ມີການປະກອບສ່ວນຊ່ວຍເຫຼືອສັງຄົມໃນທຸກໆປີຄື: ໂຄງການ CSR ຊຶ່ງມີການປະກອບສ່ວນຊ່ວຍເຫຼືອສັງຄົມທັງພາກລັດ ແລະ ເອກະຊົນ, ບໍ່ເສຍຄ່າການຂົນສົ່ງເຄື່ອງບໍລິຈາກພາກສ່ວນຕ່າງໆ, ຊ່ວຍເຫຼືອອຸປະກອນ ແລະ ຊຸກຍູ້ກິດຈະກຳຕ່າງໆຂອງລັດ. ໃນນັ້ນ, ສິ່ງທີ່ພົ້ນເດັ່ນແລະພູມໃຈ ການປະກອບສ່ວນຊ່ວຍເຫຼືອໄພນ້ຳຖ້ວມທີ່ແຂວງຄຳມ່ວນ ແລະ ມອບອຸປະກອນຊ່ວຍເຫຼືອໃຫ້ພະແນກຟື້ນຟູຊີບເດັກເກີດໃໝ່ໂຮງໝໍມະໂຫສົດ ແລະ ອານຸສິດຈະບໍ່ເຕີບໂຕ ແລະ ຂະຫຍາຍຕົວໄດ້ ຫາກບໍ່ມີແຟຣນໄຊສ໌ທີ່ຢູ່ຄຽງຂ້າງປຽບສະເໝືອນ ກິ່ງກ້ານທີ່ເປັນເຕີບໃຫຍ່ໄປພ້ອມໆກັນ ເຮັດໃຫ້ອານຸສິດ ຂົນສົ່ງດ່ວນເປັນທີ່ຍອມຮັບຢ່າງກວ້າງຂວາງ.
ທ່ານແກ້ວເພັດຈັນຈະເລີນຍັງກ່າວຕື່ມວ່າ: ສຳລັບ ແຟຣນໄຊສ໌ ດີເດັ່ນເປັນອີກໜຶ່ງແຮງພັກດັນໃຫ້ກັບສາຂາ ໃນການປະຕິບັດໜ້າທີ່ຂອງຕົນເອງໃຫ້ດີຍິ່ງຂຶ້ນໄປ ແລະ ຮັກສາມາດຕະຖານການບໍລິການທີ່ມີຢູ່ໃຫ້ດີຍິ່ງໆຂຶ້ນໄປ.ສະນັ້ນ, ຂໍໃຫ້ແຕ່ລະສາຂາ ຮັກສາມາດຕະຖານການບໍລິການທີ່ມີຢູ່ໃຫ້ເປັນທີ່ພໍໃຈຂອງລູກຄ້າ ແລະ ປັບປຸງສິ່ງທີ່ຍັງຂາດຫາຍໃຫ້ດີຍິ່ງໆຂຶ້ນໄປ.
ຫຼັງຈາກນັ້ນ, ໄດ້ມີພິທີມອບ-ຮັບ ລາງວັນແຟຣນໄຊສ໌ດີເດັ່ນ ປະຈຳປີ 2023 ຊຶ່ງສາຂາທີ່ໄດ້ຮັບລາງວັນໃນຄັ້ງນີ້ມີ: ພາກເໜືອສາຂາປ່ອງຄຳເມືອງຫຼວງພະບາງແຂວງຫຼວງພະບາງ, ⁠ພາກກາງສາຂາສີບຸນເຮືອງເມືອງຈັນທະບູລີນະຄອນຫຼວງວຽງຈັນ ແລະ ⁠ພາກໃຕ້ສາຂາຫຼັກເມືອງເມືອງນະຄອນປາກເຊແຂວງຈຳປາສັກ ໄດ້ຮັບເງິນລາງວັນ ສາຂາລະ 10.000.000 ກີບ. ໃນນັ້ນຍັງມີ ລາງວັນpopular vote ຊຶ່ງແມ່ນສາຂາໂນນຂີ້ເຫຼັກເມືອງສີໂຄດຕະບອງແຂວງນະຄອນ ຫຼວງວຽງຈັນຄະແນນສະເລ່ຍ 41.476 ຄະແນນ ໄດ້ຮັບເງິນລາງວັນ 2.000.000 ກີບ.
               (ຂ່າວ-ພາບ: ວັນເພັງ+ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ