![]() |
ທ່ານ ພົຈວ ຈັນທອນ ແກ້ວມະນີວົງ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 32 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ກອງບັນຊາການປ້ອງກັນທີ່ຕັ້ງໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ສາມາດເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ຍ້ອນໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ, ສຶກສາອົບຮົມຢ່າງໃກ້ຊິດ ຕິດແທດຂອງຄະນະພັກກະຊວງ ກໍຄືລັດຖະມົນຕີກະຊວງ ປກສ ແຕ່ລະໄລຍະ ບວກໃສ່ການເສີມຂະຫຍາຍມູນເຊື້ອອັນດີງາມຄວາມບຸກບືນຫ້າວຫັນຂອງນາຍ ແລະ ພົນຕຳຫຼວດ ກໍຄືການອຸ້ມຊູຊ່ວຍເຫຼືອຈາກບັນດາກົມກອງອ້ອມຂ້າງ ທັງພາຍໃນ ແລະ ພາຍນອກຈໍານວນໜຶ່ງ ເຮັດໃຫ້ກອງບັນຊາການປ້ອງກັນທີ່ຕັ້ງພວກເຮົາມີກໍາລັງແຮງ ສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ກ້າວຂຶ້ນຢ່າງໜັກແໜ້ນ ຍາດໄດ້ໄຊຊະນະຜົນງານດີເດັ່ນໃນຫຼາຍດ້ານ.
ກອງບັນຊາການປ້ອງກັນທີ່ຕັ້ງໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ ປະກອບສ່ວນປ້ອງກັນກິລາແຫ່ງຊາດຄັ້ງທີ Xll ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ງານສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບ ຮອບ 50 ປີ ແລະ ການປ້ອງກັນຜູ້ນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ, ສາ ກົນ, ງານໂຮມຊຸມນຸມມິດຕິ່ງ, ວັນບຸນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ປ້ອງກັນສໍານັກງານກະຊວງ, ອົງການທຽບເທົ່າ, ກິດຈະການກໍ່ສ້າງ, ພື້ນຖານເສດຖະກິດ, ວັດທະນະທຳ-ສັງຄົມແຫ່ງຊາດ, ສະຖານທູດ, ອົງການຈັດ ຕັ້ງສາກົນປະຈຳສປປ ລາວ ນັບທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດມີຄວາມສະຫງົບປອດໄພໂດຍພື້ນຖານ.
![]() |
ຕະຫຼອດໄລຍະ 32 ປີຜ່ານມາ, ພັກ-ລັດຖະບານໄດ້ຍ້ອງຍໍກອງບັນຊາການປ້ອງກັນທີ່ຕັ້ງຄື: ຫຼຽນໄຊແຮງງານຊັ້ນ I ຈຳນວນ 1 ໜ່ວຍ, ຊັ້ນ II 4 ໜ່ວຍ, ຊັ້ນ III 5 ໜ່ວຍ; ຫຼຽນປະຕິວັດຊະນະເລີດ 1 ໜ່ວຍ; ມອບຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ, ຊັ້ນ III 4 ໜ່ວຍ; ຫຼຽນໄຊພິລະອາດຫານຊັ້ນ II 1 ໜ່ວຍ, ຊັ້ນ III 3 ໜ່ວຍ; ຫຼຽນໄຊມິດຕະພາບລາວ-ຫວຽດນາມ 1 ໜ່ວຍ; ຫຼຽນກາແຮງງານ 4 ໜ່ວຍ; ທຸງໄຊພິລະອາດຫານຕໍ່ສູ້ປ້ອງກັນທ້ອງຟ້າເຂດປົດປ່ອຍ 1 ຜືນ; ທຸງໄຊ ປກສ 1 ຜືນ ແລະ ໃບຍ້ອງຍໍ, ໃບກຽດຕິຄຸນລະດັບຂັ້ນຕ່າງໆຈຳນວນຫຼາຍໃບ. ນອກນັ້ນ, ຍັງມີບັນດາຫ້ອງ, ກອງພັນ, ກອງຮ້ອຍເອກະລາດ, ສູນຝຶກວິຊາສະເພາະ ແລະ ບຸກ ຄົນໄດ້ຮັບການຍ້ອງຍໍຫຼາຍລະດັບທີ່ແຕກຕ່າງກັນ. ໃນພິທີໄດ້ແຂ່ງຂັນກິລາ ເພື່ອສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ.
ຂ່າວ: ສັນຕິສຸກ


ຄໍາເຫັນ