ສະຫຼອງວັນສ້າງຕັ້ງເມືອງວິລະບູລີຄົບຮອບ  30 ປີ ຢ່າງຄຶກຄື້ນ

ສະຫຼອງວັນສ້າງຕັ້ງເມືອງວິລະບູລີຄົບຮອບ  30 ປີ ຢ່າງຄຶກຄື້ນ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວິລະບູລີ ຄົບຮອບ 30 ປີ ຂຶ້ນຢ່າງຄຶກຄື້ນທີ່ສະໜາມກິລາຂອງເມືອງ ໃນວັນທີ 23 ທັນວາ ຜ່ານມາ,  ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ພົທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ມີອະດີດການນໍາເມືອງວິລະບູລີ, ສິລະປິນແຫ່ງຊາດ, ນັກຮົບແຂ່ງຂັນ, ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ມິເນໂຣນ ຈໍາກັດ ແລະ ມີການນໍາຈາກເມືອງໃກ້ຄຽງ, ພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ນັກທຸລະກິດ ແລະ ປະຊາຊົນຊາວເມືອງວິລະບູລີ.
ໃນພິທີ, ກໍໄດ້ມີຂະບວນການເດີນສວນສະໜາມຢ່າງຍິ່ງໃຫຍ່ ຂອງບັນດາກ້ອນກໍາລັງ ຈໍານວນ 14 ກ້ອນກໍາລັງ, ມີຈໍານວນພົນ 1.403 ຄົນ. ຕໍ່ມາ, ທ່ານ ວາລິຍະ ສີຈັນທອງທິບ  ໄດ້ຂຶ້ນກ່າວບົດປາໄສ   ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນດັ່ງກ່າວ  ຊຶ່ງໄດ້ຫວນຄືນມູນເຊື້ອ, ປະຫວັດສາດ, ຜົນງານ ແລະ ໄຊຊະນະ ທີ່ຊາວເມືອງວິລະບູລີ ຍາດມາໄດ້ ຊຶ່ງໃນລະຫວ່າງສະຕະວັດທີ 19 ຜ່ານມາ ເມືອງວັງ-ອ່າງຄຳ ໄດ້ຖືກຮຸກຮານ ເເລະ ເປັນຫົວເມືອງຂຶ້ນຂອງສັກດີນາຕ່າງດ້າວ. ປະຊາຊົນໄດ້ຖືກກົດຂີ່ຂູດຮີດ, ເສຍຊ່ວຍບັນນາການ, ບ້ານເຮືອນຖືກເຜົາ, ຖືກບີບບັງຄັບ ພ້ອມທັງຖືກກວາດຕ້ອນ ໃຫ້ປະປ່ອຍບ້ານເກີດເມືອງນອນຂອງຕົນ. ພາກັນໄປຕັ້ງຖິ່ນຖານບ້ານເຮືອນ ຢູ່ຫຼາຍບ່ອນພາຍໃນປະເທດ ແລະ ປະເທດອ້ອມຂ້າງໃກ້ຄຽງ. ຕໍ່ມາໃນຊຸມປີ 1970  ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ I ໄດ້ຈັດຂຶ້ນທີ່ ຖໍ້າຜາຫຼວງ ເຂດບ້ານຕໍເຮືອ ແລະ ໃນຊຸມປີ 1972 ກໍໄດ້ມີກອງປະຊຸມເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງເຂດນາຍົມ ແລະ ເຂດອ່າງຄໍາຂຶ້ນຢູ່ເຂດນາຍົມ. ປະຊາຊົນຊາວເມືອງວິລະບູລີ ເປັນຜູ້ທີ່ມີນໍ້າໃຈຮັກຊາດ ອັນສູງສົ່ງ, ມີມານະຈິດປະຕິວັດຕໍ່ສູ້ດ້ວຍມູນເຊື້ອອັນພິລະອາດຫານ. ຜ່ານຂະບວນວິວັດແຫ່ງການຕໍ່ສູ້ ຕ້ານກັບຈັກກະພັດລ່າເມືອງຂຶ້ນ ມີຕາແສງ, ບ້ານ ແລະ ບຸກຄົນຈໍານວນໜຶ່ງ ກາຍເປັນວິລະຊົນແຫ່ງຊາດ. ນອກນີ້, ບາງສະຫາຍຍັງໄດ້ຮັບນາມມະຍົດເປັນນັກຮົບແຂ່ງຂັນ ພ້ອມກັນນີ້, ກໍມີບ້ານທີ່ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 3 ບ້ານ ສໍາລັບເມືອງນາຍົມ ກໍໄດ້ຮັບການປະດັບຫຼຽນໄຊອິດສະຫຼະ ຊັ້ນ III. ນອກຈາກນັ້ນ, ລູກຫຼານຂອງຊາວເມືອງວິລະບູລີ ແມ່ນໄດ້ຮັບການອົບຮົມບົ່ມສອນ ຈາກຂະບວນການປະຕິວັດ, ບັນດາທ່ານເຫຼົ່ານັ້ນ ໄດ້ກາຍເປັນປັນຍາຊົນ ແລະ ການນໍາໃນຫຼາຍຂະແໜງການຂອງສູນກາງ ແລະ ທ້ອງຖິ່ນ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ເມືອງວິລະບູລີ ເວລານັ້ນ ຍັງເປັນສ່ວນໜຶ່ງຂອງເມືອງພີນ ແລະ ເມືອງເຊໂປນ. ດ້ວຍຄວາມຮຽກຮ້ອງຕ້ອງການ ລວມທັງຄວາມເໝາະສົມຂອງສະພາບການຕົວຈິງ; ໃນປີ 1992 ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກດໍາລັດ ສະບັບເລກທີ 24/ນຍ, ລົງວັນທີ 16 ເມສາ 1992 ວ່າດ້ວຍການສ້າງຕັ້ງເມືອງວິລະບູລີ ແລະ ໄດ້ປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 7 ພຶດສະພາ 1993. 
ຕະຫຼອດໄລຍະ 30 ປີແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາເມືອງວິລະບູລີ ໄດ້ຮັບການຍ້ອງຍໍຜົນງານຈາກພັກ-ລັດ ໃນນາມກົມກອງ, ບຸກຄົນ ໃນແຕ່ລະໄລຍະ. ອັນພົ້ນເດັ່ນ ມີບັນດາກົມກອງ ແລະ ບຸກຄົນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I, II, III ລວມຈໍານວນ 375 ໜ່ວຍ, ຫຼຽນກາແຮງງານ 244 ແລະ ໃບຍ້ອງຍໍອື່ນໆ. ໂຄງປະກອບທາງດ້ານເສດຖະກິດໄດ້ດໍາເນີນໄປຖືກທິດ ແລະ ຂະຫຍາຍຕົວຕໍ່ເນື່ອງ; ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 422,15 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 9.361.165 ກີບ/ຄົນ/ປີ.  ລະບົບພື້ນຖານໂຄງລ່າງ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ; ສາມາດລຶບລ້າງຄອບຄົວທຸກຍາກໄດ້ 6.314 ຄອບຄົວ, ລົບລ້າງບ້ານທຸກຍາກໄດ້ 57 ບ້ານ, ສ້າງຄອບຄົວພັດທະນາໄດ້ 5.957 ຄອບຄົວ ແລະ ສ້າງບ້ານພັດທະນາໄດ້ 7 ບ້ານ. ມາຮອດປັດຈຸບັນ, ໂຕເລກບ້ານພົ້ນທຸກ ກວມເອົາ 78,08% ຊຶ່ງສາມາດບັນລຸໂຕເລກເປົ້າໝາຍ ຕາມສະພາໄດ້ຮັບຮອງ ແລະ ສາມາດຮັບຮອງເມືອງວິລະບູລີ ເປັນເມືອງພົ້ນທຸກໄດ້. 
(ຂ່າວ-ພາບ: ວິລະບູລີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ