ສະຫຼອງວັນສ້າງຕັ້ງໜັງສືພິມພາສາຕ່າງປະເທດຄົບຮອບ30 ປີ

ສະຫຼອງວັນສ້າງຕັ້ງໜັງສືພິມພາສາຕ່າງປະເທດຄົບຮອບ30 ປີ
ພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມພາສາຕ່າງປະເທດ(ວຽງຈັນທາຍ) ຄົບຮອບ 30 ປີ (7 ເມສາ 1994 - 7 ເມສາ 2024) ໄດ້ຈັດຂຶ້ນໃນວັນທີ 9 ເມສານີ້ ທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ); ມີທ່ານ ທອງຫຼໍ່  ດວງສະຫວັນ ຫົວໜ້າບັນນາທິການໃຫຍ່ ໜັງສືພິມພາສາຕ່າງປະເທດ;ມີຕາງໜ້າອົງການຈັດຕັ້ງສາກົນ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງຫຼໍ່ ດວງສະຫວັນ ໄດ້ຍົກໃຫ້ເຫັນບັນດາຜົນສຳເລັດຫຼາຍດ້ານໃນໄລຍະ 30 ປີທີ່ຜ່ານມາ. ໜັງສືພິມພາສາຕ່າງປະເທດ ຊຶ່ງເປັນໜັງສືພິມພາສາອັງກິດສະບັບທຳອິດຂອງລາວ.  ພ້ອມໃຫ້ຄຳໝັ້ນສັນຍາທີ່ໜັກແໜ້ນ ເພື່ອສືບຕໍ່ພັດທະນາອົງການ ບົນພື້ນຖານຜົນສຳເລັດທີ່ຍາດມາໄດ້ໃນໄລຍະ 30 ປີຜ່ານມາ. ໜັງສືພິມໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ເມສາ 1994ໃນຖານະເປັນກົມໜຶ່ງຂອງກະຊວງຖວທ, ໜັງສືພິມພາສາຕ່າງປະເທດ ໄດ້ຖືກມອບໝາຍໜ້າທີ່ໃຫ້ເປັນ ກະບອກສຽງຂອງພັກ ແລະ ລັດ ໃນການສື່ສານກັບໂລກແນໃສ່ເພື່ອຍົກສູງຖານະບົດບາດຂອງລາວໃນເວທີໂລກ ແລະ ສ້າງພາບພົດຂອງປະເທດໃນດ້ານດີ ຕາມແນວທາງ ນະໂຍບາຍເປີດກວ້າງການຮ່ວມມືກັບສາກົນຂອງພັກ ແລະ ລັດ ທີ່ໄດ້ປະຕິບັດນັບຕັັ້ງແຕ່ປີ 1986.
 ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ ໂດຍສະເພາະແມ່ນຄະນະນຳ ກະຊວງ ຖວທ, ຄະນະບັນນາທິການໜັງສືພິມພາສາຕ່າງປະເທດໄດ້ອອກແຮງພັດທະນາໜັງສືພິມ ແລະ ຂະຫຍາຍການລາຍງານຂ່າວ ແລະ ເຫດການຕ່າງທີ່ເກີດຂຶ້ນໃນລາວ ແລະ ຕ່າງປະເທດ.
ໜັງສືພິມໃນໄລຍະເລີ່ມຕົ້ນມີພະນັກງານບໍ່ເທົ່າໃດຄົນ, ໃນເວລານັ້ນມີຄອມພິວເຕີພຽງໜ່ວຍດຽວ ແລະ ກ້ອງຖ່າຍຮູບນ້ອຍໆ, ແຕ່ທຸກມື້ນີ້ໜັງສືພິມພາສາຕ່າງປະເທດໄດ້ກາຍເປັນສື່ສິງພິມໜຶ່ງທີ່ທັນສະໄໝ, ມີອຸປະກອນທີ່ທັນສະໄໝ ແລະ ພະນັກງານທີ່ມີພອນສະຫວັນ, ສາມາດສະໜອງຂໍ້ມູນຂ່າວສານກ່ຽວກັບການພັດທະນາທາງດ້ານການເມືອງ-ການປົກຄອງ, ສັງຄົມ ແລະ ເສດຖະກິດ ໃຫ້ຜູ້ອ່ານໄດ້ດີ. ເພື່ອຮັບມືກັບການປ່ຽນແປງສະພາບແວດລ້ອມຂອງສື່ ແລະ ການປະກົດຕົວຂອງຮູບແບບການສື່ສານທາງດີຈີຕອນ, ໜັງສືພິມພາສາຕ່າງປະເທດໄດ້ເປີດເວັບໄຊສະບັບທຳອິດ ໃນປີ 1999 ແລະ ໄດ້ນໍາສະເໜີຂ່າວຜ່ານຫຼາຍຊ່ອງທາງ ໂດຍສະເພາະຜ່ານສື່ສັງຄົມອອນລາຍ, ຂໍ້ຄວາມສັ້ນຜ່ານລະບົບໂທລະສັບມືຖື ຊຶ່ງເຮັດໃຫ້ເຂົ້າເຖິງກຸ່ມຜູ້ອ່ານໄດ້ຫຼາຍຂຶ້ນກວ່າເກົ່າ.
ນອກຈາກ ເຜີຍແຜ່ຂ່າວ ຜ່ານໜັງສືພິມ ແບບດັ່ງເດີມແລ້ວ, ໜັງສືພິມພາສາຕ່າງປະເທດຍັງໄດ້ກະຈາຍຂ່າວ ເປັນປົກກະຕິ ຜ່ານເວັບໄຊ ແລະ ໜ້າສື່ສັງຄົມອອນລາຍຂອງຕົນເປັນປະຈຳ ແລະ ຖີ່ຂຶ້ນກວ່າເກົ່າ. ປັດຈຸບັນ, ຜູ້ອ່ານຫຼາຍພັນຄົນໄດ້ກາຍເປັນລູກຄ້າ ແລະ ສັ່ງຈອງອ່ານໜັງສື່ພິມແບບເຈ້ຍ, ແບບເອເລັກໂຕຣນິກ ແລະ ຂໍ້ຄວາມສັ້ນຜ່ານລະບົບໂທລະສັບມືຖື.“ພວກເຮົາມີຄວາມພາກພູມໃຈຕໍ່ຜົນສຳເລັດອັນຍິ່ງໃຫຍ່ໃນໄລຍະ 30 ປີຜ່ານມາ, ແຕ່ສິ່ງດັ່ງກ່າວນັ້ນຈະບໍ່ຢຸດເຊົາໃນແນວຄວາມຄິດໃໝ່ມາພັດທະນາຕົນເອງ ແລະ ຈະສືບຕໍ່ສ້າງອົງກອນບົນພື້ນຖານບົດຮຽນ ແລະ ຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະ 30 ປີ ຜ່ານມາ.”
ໃນພິທີ,  ທ່ານນາງ ສວນສະຫວັນ ວິຍະເກດ  ໄດ້ໃຫ້ກຽດມອບຫຼຽນກາແຮງງານຊັ້ນ 2 ໃຫ້ທ່ານ ດາວວອນ ພະຈັນທະວົງ ຊຶ່ງເປັນໜຶ່ງໃນບັນດານັກທຸລະກິດທີ່ໄດ້ໃຫ້ການສະໜັບສະໜູນໜັງສືພິມພາສາຕ່າງປະເທດຕະຫຼອດໄລຍະ 30 ປີຜ່ານມາ ແລະ ມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ພະນັກງານໜັງສືພິມພາສາຕ່າງປະເທດ. ພ້ອມນີ້, ທ່ານລັດຖະມົນ ຕີຍັງໄດ້ມອບແຜ່ນຈາລຶກຜົນງານໃນການປະກອບສ່ວນພັດທະນາໜັງສືພິມພາສາຕ່າງປະເທດ ໃຫ້ຜູ້ຕາງໜ້າຈາກສະຖານທູດອົສຕຣາລີ ແລະ ທູດສະຫະຣາຊະອານາຈັກອັງກິດປະຈໍາລາວອີກດ້ວຍ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ