ສະຫຼອງວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ

ສະຫຼອງວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ
ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ (20 ຕຸລາ 1993-20 ຕຸລາ 2023) ໄດ້ຈັດຂຶ້ນໃນວັນທີ 20 ຕຸລານີ້ ທີ່ສະໂມສອນໃຫຍ່ ຄະນະຈັດຕັ້ງສູນກາງພັກ ໂດຍໃຫ້ກຽດເຂົ້າຮວ່ມ ຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ,ບັນດາກຳມະການຄະນະພັກ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພອນສະຫວັນ ໄຊຊະນະ ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານວາລະສານກໍ່ສ້າງພັກ, ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງວຽກງານກໍ່ສ້າງພັກກໍຄືວຽກງານໂຄສະນາກໍ່ສ້າງພັກ-ພະນັກງານໄລຍະ 30 ປີຜ່ານມາ, ໃນໄລຍະເລີ່ມຕົ້ນວາລະສານກໍ່ສ້າງພັກແມ່ນຜະລິດເປັນລາຍໄຕມາດ (3 ເດືອນ) ມີຂະໜາດ 17x22 ຊມ, ບໍລິມາດພິມ 62 ໜ້າ, ປະລິມານ 2.000 ເຫຼັ້ມ, ປີ 1995 ວາລະສານກໍ່ສ້າງພັກ ໄດ້ຂະຫຍາຍຕົວ ອອກຕື່ມຄື: ເພີ່ມບໍລິມາດພິມຂຶ້ນເປັນ 72 ໜ້າ, ປະລິມານພິມ ກໍໄດ້ເພີ່ມຈຳນວນຂຶ້ນເລື້ອຍໆ ຈົນຮອດປັດຈຸບັນ.
ທ່ານກ່າວຕື່ມວ່າ: ການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານກໍ່ສ້າງພັກ, ນອກຈາກປະລິມານການພິມທີ່ເພີ່ມຂຶ້ນແລ້ວ, ພວກເຮົາຍັງໄດ້ມີການປັບປຸງທາງດ້ານຮູບຮ່າງ ແລະ ຈຳນວນໜ້າຕາມໄລຍະຢ່າງເໝາະສົມ. ສໍາຄັນ ແມ່ນໄດ້ປັບປຸງໄລຍະເວລາການພິມອອກຈໍາໜ່າຍໃຫ້ສັ້ນເຂົ້າກວ່າເກົ່າຄື: ຈາກລາຍ 3 ເດືອນ ມາເປັນລາຍ 2 ເດືອນ, ເລີ່ມປີ 1999 ຫາ ປີ 2007 ມາເປັນລາຍເດືອນຈົນເຖິງປັດຈຸບັນ. ການປັບປຸງຄືດັ່ງກ່າວ ໄດ້ເຮັດໃຫ້ ວາລະສານກໍ່ສ້າງພັກມີຮູບຊົງສົມສ່ວນ ແລະ ສວຍງາມກວ່າເກົ່າ. ນອກຈາກຈັດພິມວາລະສານກໍ່ສ້າງພັກ ສະບັບປົກກະຕິແລ້ວ, ຍັງໄດ້ຈັດພິມວາລະສານສະບັບພິເສດ ຮັບໃຊ້ກອງປະຊຸມພະນັກງານທົ່ວປະເທດ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແລະ ກອງປະຊຸມທີ່ສໍາຄັນຂອງພັກ. ແຕ່ປີ 1995 ເປັນຕົ້ນມາ, ຈັດພິມປຶ້ມບົດໂອ້ລົມຂອງປະທານ ໄກສອນ ພົມວິຫານ ໃນກອງປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ 7, ປຶ້ມ ລວບລວມບັນດາຄຳສັ່ງ, ຂໍ້ກຳນົດ, ບົດແນະນໍາຕ່າງໆກ່ຽວກັບວຽກງານຈັດຕັ້ງ, ເອກະສານຄູ່ມືວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານເປັນຕົ້ນ: ຈັດພິມ ແລະ ແຈກຢາຍປຶ້ມກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ, ປຶ້ມເອກະສານກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກຄະນະຈັດຕັ້ງສູນກາງພັກ, ປຶ້ມມູນເຊື້ອຄະນະຈັດຕັ້ງສູນກາງພັກ ຄົບຮອບ 55 ປີ ອອກແບບ ແລະ ແຈກຢາຍແຜ່ນພັບມູນເຊື້ອຄະນະຈັດຕັ້ງສູນກາງພັກ ຄົບຮອບ 60 ປີ ແລະ ອື່ນໆ. 
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໃຫ້ສະຫາຍບັນນາທິການ, ຄະນະກົມ, ນັກຂ່າວ ແລະ ເພື່ອນຮ່ວມງານວາລະສານ, ເພື່ອນຮ່ວມງານໂຄສະນາກໍ່ສ້າງພັກ-ພະນັກງານຕ້ອງຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະກ່ຽວກັບວຽກງານ ຂ່າວສານໃນລະດັບອັນແນ່ນອນ, ຕ້ອງກຳແໜ້ນແນວທາງການຈັດຕັ້ງ, ແນວທາງພະນັກງານຂອງພັກ ແຕ່ລະໄລຍະ, ຮູ້ປະດິດສ້າງ, ຮູ້ປຸງແຕ່ງມະຕິ, ຄຳສັ່ງ, ນິຕິກຳ, ຄຳໂອ້ລົມຂອງການນໍາ ໃຫ້ກາຍເປັນຜະລິດຕະພັນໃໝ່, ເປັນບົດຄວາມ, ບົດອະພິປາຍ ໃນລັກສະນະລົງເລິກແຕ່ລະບັນຫາອັນສະເພາະ, ມີການວິເຄາະ, ວິໄຈ ເຮັດໃຫ້ເນື້ອໃນແຕ່ລະບັນຫາໃນມະຕິຂອງພັກ ມີຄວາມຈະແຈ້ງ ເຮັດໃຫ້ຜູ້ອ່ານ, ຜູ້ຟັງ ຮັບຮູ້ເຂົ້າໃຈ, ສາມາດຈື່ຈຳ ແລະ ສາມາດປະຕິບັດໄດ້. ການຂຽນບົດ ຕ້ອງສັ້ນກະທັດລັດ, ເນື້ອໃນຮັດກຸມ, ກ້າວິເຄາະ ໄຈ້ແຍກ ຕໍ່ບັນຫາເກີດຂຶ້ນໃໝ່ ແລະ ກ້າຕໍານິ ຕິຕຽນຕໍ່ບັນດາທັດສະນະ, ການກະທໍາ ທີ່ຝືນກັບແນວທາງ, ກົດລະບຽບພັກ, ຫຼັກການຈັດຕັ້ງ, ທາດແທ້ວັດຖຸປະສົງຂອງພັກ, ຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນຂອງ ສະມາຊິກພັກ, ພະນັກງານ, ຕ້ອງເອົາໃຈໃສ່ ກໍ່ສ້າງເພື່ອນຮ່ວມງານວາລະສານ, ໂທລະພາບກໍ່ສ້າງພັກ ໃຫ້ກວ້າງຂວາງ ແລະ ໃຫ້ມີໃນທຸກຂະແໜງການຂົງເຂດວຽກງານ ແລະ ທ້ອງຖິ່ນ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນ ລະຫວ່າງຄະນະບັນນາທິການ ວາລະສານກໍ່ສ້າງພັກ ກັບບັນດາຄະນະບັນນາທິການວາລະສານໄຊຢັ່ງດ້າງ ຂອງຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະບັນນາທິການວາລະສານອື່ນໆ ຢູ່ພາຍໃນປະເທດ, ຄະນະພັກ,ຄະນະຈັດຕັ້ງສູນກາງພັກຕ້ອງຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ, ຕ້ອງສ້າງເງື່ອນໄຂອັນຈຳເປັນໃຫ້ກົມໂຄສະນາກໍ່ສ້າງພັກ-ພະນັກງານເຄື່ອນໄຫວປະຕິບັດໜ້າທີ່ເປັນຢ່າງດີ ໂດຍສະເພາະແມ່ນດ້ານງົບປະມານຄ່າຈັດພິມວາລະສານ, ຄ່າແຮງງານ (ນາມປາກກາ),ຜູ້ ຂຽນບົດ ແລະ ສະໜອງອຸປະກອນຮັບໃຊ້ອັນຈຳເປັນ ແລະ ອື່ນໆ.
ໃນພິທີດັ່ງກ່າວຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ພາກສ່ວນທີ່ໃຫ້ການອຸປະຖຳ ແລະ ມອບລາງວັນ ແລະ ໃບຢັ້ງຢືນ ໃຫ້ແກ່ຜູ້ຊະນະເລີດລາງວັນທີ 1, ທີ 2 ແລະ ທີ 3 ທີ່ສົ່ງບົດເຂົ້າປະກວດເນື່ອງໃນວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ.
(ຂ່າວ: ສຳນານ, ພາບ: ພັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ