![]() |
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານຜົນການຈັດຕັ້ງປະຕິບັດກິດຈະກຳສົ່ງເສີມສຸຂະພາບເຂດບ້ານຈັດສັນກີ່ວງີ້ວ. ສຳລັບບ້ານກິ່ວງີ້ວ ມີກິດຈະກໍາທີ່ໄດ້ຮັບອານຸມັດໃນປີ 2025 ມີທັງໝົດ 3 ພາກ ມີ 25 ກິດຈະກໍາ, ໃຊ້ງົບປະມານທັງໝົດ 899,674,000 ກີບ, ຈັດຕັ້ງປະຕິບັດສໍາເລັດແລ້ວທັງໝົດ 25 ກິດຈະກຳ ເທົ່າກັບ 100 %ຄື: 1. ພາກປັບປຸງລະບົບນໍ້າ-ສິ່ງແວດລ້ອມ, ອຸປະກອນການແພດ ມີ 3 ກິດຈະກໍາເທົ່າກັບ 37.97%; 2. ພາກບໍລິຫານ (ນະໂຍບາຍອຸດໜູນ,ເຄື່ອງໃຊ້ຫ້ອງການ, ຍົກສູງຄຸນນະພາບຂອງພະນັກງານ, ກອງປະຊຸມ) ມີ 7 ກິດຈະກໍາ ເທົ່າກັບ 37,97% ແລະ 3. ພາກສົ່ງເສີມສຸຂະພາບ (ຮສຂ, ໂພສະນາການ, ສຸຂະສຶກສາ, ຕ້ານ ແລະ ຄວບຄຸມພະຍາດຕິດຕໍ່) ມີ 15 ກິດຈະກໍາເທົ່າກັບ 24,05%.
![]() |
ຕອນທ້າຍ ແຕ່ລະພາກສ່ວນ ກໍໄດ້ສົນທະນາ ຄົ້ນຄວ້າປະກອບຄໍາຄິດເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ກ່ຽວກັບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງແຜນການ ຈະສືບຕໍ່ຈັດຕັ້ງປະຕິບັດໃນປີ 2026 .
(ຂ່າວ: ອິນແປງ ແຫວນຄຳ ເມືອງເງິນ)


ຄໍາເຫັນ