ສະຫຼຸບ ວຽກງານກວດສອບ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024

ສະຫຼຸບ ວຽກງານກວດສອບ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024
ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານກວດສອບ ປະຈຳປີ 2023ແລະທິດທາງແຜນການເຄື່ອນໄຫວປີ 2024 ຂຶ້ນໃນວັນທີ 14 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ມີບັນດາທ່ານຮອງປະທານອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ບັນຫາທີ່ສໍາຄັນ ແລະ ຢ່າງເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ, ກອງປະຊຸມໄດ້ລາຍງານການເຄື່ອນໄຫວວຽກງານກວດສອບແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວ ປີ 2024 ຂອງອົງການກວດສອບແຫ່ງລັດ, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດການກວດສອບ ປະຈໍາປີ 2024 ຂອງບັນດາກົມວິຊາສະເພາະ ແລະ ອົງການກວດສອບປະຈໍາພາກ ແລະ ປຶກສາລືແລກປ່ຽນບົດຮຽນ 5 ບັນຫາຕິດພັນກັບວຽກງານວິຊາສະເພາະກວດສອບ ຄື: 1).ການເກັບກໍາຂໍ້ມູນຂອງເປົ້າໝາຍຖືກກວດສອບ ເພື່ອວິເຄາະ, ວິໄຈ ໃນການສ້າງແຜນການກວດສອບ ປະຈໍາປີ, ແຜນການກວດສອບລວມ ແລະ ແຜນການກວດສອບລະອຽດ; 2). ການເກັບກຳຂໍ້ມູນຫຼັກຖານການກວດສອບ ເພື່ອສ້າງເອກະສານປະຕິບັດງານກວດສອບ, ການປະສານສົມທົບລາຍງານໃນເວລາການດຳເນີນການກວດສອບ ເພື່ອປ້ອງກັນຄວາມສ່ຽງຂໍ້ມູນຜົນການກວດສອບ ບໍ່ລະອຽດ ແລະ ຊັດເຈນ; 3). ການດໍາເນີນການກວດສອບໃນເງື່ອນໄຂປັດຈຸບັນໃຫ້ມີຄວາມເລິກເຊິ່ງ, ແທດເຖິງ ແລະ ຮັບປະກັນໄດ້ຄຸນນະພາບການກວດສອບ ບົນພື້ນຖານການຮັກສາໄດ້ຄວາມສາມັກຄີ ລະຫວ່າງ ເປົ້າໝາຍຖືກກວດສອບ ແລະ ຄະນະກວດສອບ; 4). ການຈັດຕັ້ງປະຕິບັດກົນໄກການປະສານງານ, ລະບອບ, ລະບຽບ, ແບບແຜນ ແລະ ວິທີເຮັດວຽກ ເພື່ອແນໃສ່ຄວາມເປັນເອກະພາບ ລະຫວ່າງ ອົງການກວດສອບປະຈໍາພາກ ກັບ ອົງການກວດສອບສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແລະ 5). ກົນໄກການປະສານງານ, ແບບແຜນ ແລະ ວິທີການເຮັດວຽກໃນການຕິດຕາມ,ຊຸກຍູ້ ແລະ ການແກ້ໄຂຜົນການກວດສອບ ລະຫວ່າງ ອົງການກວດສອບປະຈໍາພາກ, ບັນດາກົມວິຊາສະເພາະ ກັບ ກົມປະເມີນຄຸນນະພາບການກວດສອບ ແລະ ເປົ້າໝາຍຖືກກວດສອບ ເພື່ອຍົກສູງຄຸນນະພາບການແກ້ໄຂຜົນການກວດສອບ.
ທ່ານເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນໄຫວວຽກງານກວດສອບ ປີ 2023 ແລະ ທິດທາງແຜນການເຄື່ອນໄຫວປີ 2024 ໂດຍໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 1 ປີຜ່ານມາອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະກວດສອບ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໂດຍໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ຈໍານວນ 104 ເປົ້າໝາຍ ເທົ່າກັບ 100% ຂອງແຜນການ ໃນນັ້ນ ກວດສອບ ງົບປະມານແຫ່ງລັດລັດໄດ້ 38 ເປົ້າໝາຍ, ທະນາຄານ 7 ເປົ້າໝາຍ, ວິສາຫະກິດລັດ 18 ເປົ້າໝາຍ, ໂຄງການລົງທຶນຂອງລັດ 21 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 20 ເປົ້າໝາຍ ແລະ ກວດສອບລົງເລິກສະເພາະ 3 ຮ່ວງລາຍຈ່າຍງົບປະມານ ປີ 2021 ແລະ 2022; ໄດ້ສໍາເລັດການສ້າງບົດສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປະຈໍາປີ ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຜົນການກວດສອບເອກະສານລາຍງານການເງິນຂອງ ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ, ບໍລິສັດລັດລົງທຶນ ແລະ ຜົນການກວດສອບໂຄງການລົງທຶນຂອງລັດ ແລະ ພ້ອມນີ້ກໍໄດ້ສະຫຼຸບລາຍງານຕໍ່ປະທານປະເທດ,ນາຍົກລັດຖະມົນຕີ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ.
ໃນປີ 2024, ອົງການກວດສອບແຫ່ງລັດ ຈະໄດ້ດໍາເນີນການກວດສອບ ຈໍານວນ 117 ເປົ້າໝາຍ, ໃນນັ້ນກວດສອບງົບປະມານແຫ່ງລັດໄດ້ 28 ເປົ້າໝາຍ, ທະນາຄານ 10 ເປົ້າໝາຍ, ວິສາຫະກິດລັດລົງທຶນ 12 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 17 ເປົ້າໝາຍ, ອົງການກວດສອບປະຈຳພາກເໜືອ 1 ມີ 10 ເປົ້າໝາຍ, ອົງການກວດສອບປະຈໍາພາກເໜືອ 2 ມີ 10 ເປົ້າໝາຍ, ອົງການກວດສອບປະຈຳພາກກາງ 1 ມີ 12 ເປົ້າໝາຍ, ອົງການກວດສອບປະຈໍາພາກກາງ 2 ມີ7 ເປົ້າໝາຍ, ອົງການກວດສອບປະຈໍາພາກໃຕ້  11 ເປົ້າໝາຍ.
(ຂ່າວ: ອົງການກວດສອບແຫ່ງລັດ, ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ