ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ

ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ
ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ 5 ປີ (2021-2025) ແລະ ວາງທິດທາງ 5 ປີ (2026-2030) ໃນວັນທີ 8 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ທັງເປັນປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ມີຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຄະນະກຳມະການຕ້ານການຄ້າມະນຸດແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ສະຫບການຈດຕງປະຕບດວຽກງານຕານການຄາມະນດ 5 ປ - image 1
 
 

ທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ, ສະພາບອັນພົ້ນເດັ່ນໃນໄລຍະ 5 ປີຜ່ານມາ (2021-2025) ໄດ້ພົບເຫັນການຄ້າມະນຸດ ຫຼາຍຮູບແບບ, ອັນພົ້ນເດັ່ນໃນປີ 2025 ແມ່ນກຸ່ມຄົນບໍ່ດີໄດ້ຕົວະຍົວະຫຼອກລວງເອົາຍິງສາວລາວຈຳນວນໜຶ່ງໄປໝັ້ນໝາຍ ຫຼື ແຕ່ງດອງກັບຄົນຕ່າງປະເທດໂດຍບໍ່ຖືກຕ້ອງ ແລະ ເປັນການແຕ່ງດອງແອບແຝງທີ່ເປັນການຄ້າມະນຸດ ຖືວ່າມີຄວາມຜິດຕາມປະມວນກົດໝາຍອາຍາ ມາດຕາ 215 ການຄ້າມະນຸດ, ສວຍໃຊ້ສື່ສັງຄົມອອນລາຍສະເໜີຄ່າດອງສູງ, ມີການບັງຄັບ, ປອມແປງເອກະສານເພີ່ມອາຍຸເດັກ ແລະ ການຮັບຈ້າງຖືພາແທນ (ອູ້ມບຸນ).

ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການທີ່ຮັບຜິດຊອບວຽກງານຕ້ານການຄ້າມະນຸດທຸກຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດເຂົ້າສູ່ວຽກງານຕົວຈິງ ນັບແຕ່ສູນກາງລົງຮອດທ້ອງ ຖິ່ນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເປັນຕົ້ນໄດ້ສ້າງ, ປັບປຸງກົດໝາຍ, ນິຕິກຳ ແລະ ຄູ່ມື, ໄດ້ສຸມໃສ່ຈັດຝຶກອົບ ຮົມ, ໂຄສະນາ, ສໍາມະນາວຽກງານຕ້ານການຄ້າມະນຸດ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທາງພາກລັດທີ່ກ່ຽວຂ້ອງ ນັບແຕ່ສູນກາງ-ທ້ອງຖິ່ນ. ນອກນັ້ນ, ໄດ້ໂຄສະນາດ້ວຍຫຼາຍຮູບແບບເຊັ່ນ: ສະປອດສັ້ນ, ລະຄອນສັ້ນ, ລະຄອນຍາວ, ຂ່າວການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ, ລາຍການຄວາມຮູ້ທາງດ້ານກົດໝາຍ, ວິທະຍຸຊາວໜຸ່ມຍຸກໃໝ່, ໂທລະພາບ ປກສ, ວິທະຍຸ ປກສ, ວິທະຍຸກອງທັບປະຊາຊົນລາວ ແລະ ການກະຈາຍສຽງຜ່ານໂທລະໂຄ່ງປະຈຳບ້ານ. ນອກນີ້, ຍັງໄດ້ໂຄສະນາຜ່ານສື່ສັງຄົມອອນລາຍ ເປັນຕົ້ນແມ່ນ Facebook, YouTube, TikTok ແລະ ເຜີຍແຜ່ໃນເວັບໄຊ້ (laosncatip.gov.la).

ໃນໄລຍະ 5 ປີຜ່ານມາ, ໄດ້ຮັບແຈ້ງຄວາມ ແລະ ຂຶ້ນບັນຊີເປົ້າໝາຍ ໂດຍມີຄະດີທັງໝົດ 171 ເລື່ອງ, ມີຜູ້ຖືກຫາ 379 ຄົນ ຍິງ 219 ຄົນ, ໃນນີ້ເປັນຊາວຕ່າງປະເທດ 99 ຄົນ ສາມາດຊ່ວຍເຫຼືອຜູ້ຖືກເຄາະຮ້າຍໄດ້ເຖິງ 379 ຄົນ ຍິງ 331 ຄົນ, ຊຶ່ງໃນນີ້ເປັນເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຈຳນວນ 256 ຄົນ. ຄະດີເຂົ້າໃໝ່ໃນປີ 2025 ມີທັງໝົດ 45 ເລື່ອງ, ມີຜູ້ຖືກຫາ 119 ຄົນ ຍິງ 75 ຄົນ, ໃນນັ້ນມີຊາວຕ່າງປະເທດ 36 ຄົນ ສາມາດກອບກູ້ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍໄດ້ 86 ຄົນ ຍິງ 80 ຄົນ, ຊຶ່ງເປັນເດັກອາຍຸຕ່ຳກວ່າ 18 ປີ ມີເຖິງ 71 ຄົນ, ພ້ອມນັ້ນ, ຍັງໄດ້ໃຫ້ການຊ່ວຍເຫຼືອກຸ່ມສ່ຽງ ແລະ ຜູ້ຖືກເຄາະຮ້າຍ ເປັນຕົ້ນແມ່ນ ສະຖານທີ່ພັກເຊົາຊົ່ວຄາວ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍອັນຈໍາເປັນ, ການປິ່ນປົວດ້ານຮ່າງກາຍ, ບໍາບັດຟື້ນຟູທາງດ້ານຈິດໃຈ, ຕະ ຫຼອດໄລຍະ 5 ປີຜ່ານມາ, ສາມາດຊ່ວຍເຫຼືອ ແລະ ສົ່ງກັບຄືນສູ່ຄອບຄົວໄດ້ຈຳນວນ 295 ຄົນ ຍິງ 183 ຄົນ, ຊຶ່ງໃນນັ້ນ ເປັນເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຈຳນວນ 209 ຄົນ.

ສະຫບການຈດຕງປະຕບດວຽກງານຕານການຄາມະນດ 5 ປ - image 2
 

ນອກນັ້ນ, ຍັງໄດ້ພົວພັນຮ່ວມມື ປະສານສົມທົບກັບຕ່າງປະເທດ, ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ໄດ້ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ ແລະ 3 ຝ່າຍ ລາວ-ກຳປູເຈຍ-ຫວຽດນາມ, ຮ່ວມກັບບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງບໍ່ສັງກັດລັດຖະບານ (INGOs) ໃນການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກໍາຕາມບົດບັນທຶກຄວາມເຂົ້າໃຈທີ່ສອງຝ່າຍໄດ້ລົງນາມຮ່ວມກັນໄດ້ສໍາເລັດເປັນຢ່າງດີ. ພ້ອມທັງວາງທິດທາງແຜນການ 5 ປີ (2026-2030) ແລະ ແຜນວຽກຈຸດສຸມປະຈຳປີ 2026 ໂອກາດດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ຄະນະກໍາມະການຕ້ານການຄ້າມະນຸດ ຂະແໜງການຕ່າງໆ ແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງເອົາໃຈໃສ່ບາງບັນຫາດັ່ງນີ້: ສືບຕໍ່ຍົກສູງບົດບາດການນຳພາ-ຊີ້ນຳຂອງຄະນະພັກ, ອົງການປົກຄອງທຸກຂັ້ນຕໍ່ກັບວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍຖືເອົາວຽກງານດັ່ງ ກ່າວເປັນໜ້າທີ່ການເມືອງອັນສຳຄັນ ແລະ ຕ້ອງຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຕົນ. ຕ້ອງຫັນເອົາເນື້ອໃນມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆ ລົງເລິກໄປສູ່ຮາກຖານປະຊາຊົນຢ່າງແທ້ຈິງ, ສືບຕໍ່ປັບປຸງວຽກງານຕ້ານການຄ້າມະນຸດດ້ວຍຮູບແບບການໂຄສະນາໃຫ້ມີຄວາມຫຼາກຫຼາຍ, ທັນສະໄໝ ແລະ ເຂົ້າເຖິງກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ນໄວໜຸ່ມ, ນັກຮຽນ-ນັກສຶກສາ, ແມ່ຍິງ ແລະ ຊາວຜູ້ອອກແຮງງານຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ສັງຄົມມີສະຕິລະວັງຕົວ ແລະ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່; ເພີ່ມທະວີປະສານສົມທົບກັນຢ່າງກົມກຽວ ໃນການບັງຄັບໃຊ້ກົດໝາຍຢ່າງເດັດຂາດ ແລະ ເຂັ້ມງວດ, ຕ້ອງໄດ້ເລັ່ງລັດສືບສວນ-ສອບສວນ ແລະ ນຳເອົາຜູ້ກະທຳຜິດ, ໂດຍສະເພາະແມ່ນຫົວໂປ່ໂຕການ ແລະ ເຄືອຂ່າຍນາຍໜ້າມາລົງໂທດຕາມກົດໝາຍ ແລະ ຍຸຕິທຳ. ເພີ່ມທະວີໃນວຽກງານການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ຮຽກຮ້ອງໃຫ້ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງສາທາລະນະສຸກ ຕ້ອງໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການປິ່ນປົວຟື້ນຟູທາງດ້ານຮ່າງກາຍ ແລະ ຈິດໃຈ, ສະໜອງການຝຶກອົບຮົມວິຊາຊີບ ແລະ ຊອກວຽກເຮັດງານທຳ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ຖືກເຄາະຮ້າຍ ສາມາດກັບຄືນສູ່ຄອບຄົວ ແລະ ສັງຄົມໄດ້ຢ່າງປົກກະຕິ; ປັບປຸງກົນໄກການປະສານງານ ພາຍໃນຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ທ້ອງ ຖິ່ນໃຫ້ມີຄວາມຄ່ອງຕົວ ສາມາດລາຍງານ ແລະ ແກ້ໄຂບັນຫາໄດ້ຢ່າງທັນການ. ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ຈັດສັນງົບປະມານພາຍໃນຂອງຕົນ ບວກໃສ່ກັບການຍາດແຍ່ງເອົາການສະໜັບສະໜູນຈາກອົງການຈັດຕັ້ງສາກົນ, ບັນດາປະເທດເພື່ອນມິດ ແລະ ພາກສ່ວນທຸລະກິດ ເພື່ອປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ໃຫ້ມີທຶນຮອນພຽງພໍໃນການເຄື່ອນໄຫວວຽກງານຕົວຈິງ; ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ສືບຕໍ່ຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ກັບບັນດາປະເທດເພື່ອນບ້ານ, ປະເທດໃນພາກພື້ນອາຊຽນ ແລະ ອົງການຈັດຕັ້ງສາກົນຢ່າງແຂງແຮງ.

ສຸມໃສ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສານງານຮ່ວມມືທາງອາຍາ ລະຫວ່າງປະເທດກ່ຽວກັບການດຳເນີນຄະດີຄ້າມະນຸດ, ນຳສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດຢ່າງປອດໄພ ບົນພື້ນຖານການປະຕິບັດຕາມສົນທິສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ ສປປ ລາວໄດ້ຮ່ວມລົງນາມຢ່າງເຂັ້ມງວດ.

ພາບ-ຂ່າວ: ຄໍາໂຖ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື

ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມຄະນະພັກ, ຄະນະນໍາແຂວງອັດຕະປື ໃນວັນທີ 5 ພະຈິກ ນີ້, ທີ່ຫໍປະຊຸມໃຫຍ່ແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ພ້ອມຄະນະນຳແຂວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຕ້ອນຮັບ.
ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ສາລະວັນ ຝຶກອົບຮົມ​ວຽກ​ກໍ່​ສ້າງ​ຮາກ​ຖານ​ການ​ເມືອງໃຫ້ພະນັກງານ​ ທີ່ຈະລົງຊ່ວຍ​ເມືອງ-ຕາແສງ

ແຂວງສາລະວັນ ຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້​ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ຈະລົງກໍ່ສ້າງຮາກຖານການເມືອງໃນ 38 ຕາແສງ, ໃນວັນທີ 4 ພະຈິກ 2026, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ,ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ໄຊ​ສົມ​ບູນເຜີຍ​ແຜ່​ນິ​ຕິ​ກຳ ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​​ເຄ​ມີ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆ ກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນເຄມີແຫ່ງຊາດ ໃຫ້ເມືອງອະນຸວົງ ແລະ ເມືອງລ້ອງແຈ້ງ ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ ຫ້ອງວ່າ​ການ​ແຂວງໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພູທະນູທອງ ໄຊສົມບັດຮອງຫົວໜ້າກົມອຸດສາຫະກຳປຸງແຕ່ງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນຫຼາຍ ທົນນະວົງສາຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ແລະ ລ້ອງແຈ້ງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຈຳ​ປາ​ສັກສໍາເລັດການຍົກລະດັບວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ພະນັກງານ

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ສຳ​ເລັດ​ການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ປະຈໍາປີ 2026 ໃຫ້ພະນັກງານ​ທີ່​ເຮັດ​ວຽກ​ງານ​ສັງ​ລວມແລະຫາງ​ສຽງ​ສັງ​ຄົມທົ່ວ​ແຂວງ ໃນວັນທີ 3 ພະຈິກ 2026 ໂດຍມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຈໍາປາສັກ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.
ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ສະໜາມໄຊ ຮັບຮອງແຜນຈັດສັນທີ່ດິນ- ປ່າໄມ້ ໃນ4 ບ້ານ

ກອງປະຊຸມຮັບຮອງແຜນຈັດສັນທີ່ດິນ-ປ່າໄມ້ ຂັ້ນບ້ານ ຢູ່ 4 ບ້ານ ຄື:ບ້ານພອນມະນີ, ບ້ານແບ່ງວິໄລ, ບ້ານຈັນຕໍ ແລະ ບ້ານກະແຊະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ທີ່ເມືອງສະ​ໜາມ​ໄຊ ໂດຍການເປັນປະທານຂອງທ່ານ ສັນຕິໄຊ ສີລືໄຊ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄໍາສິງ ພົງສະຫັວດ ຮອງຫົວໜ້າພະແນກກະສີກຳ ແລະ ສີ່ງແວດລ້ອມແຂວງຜູ້ຊີ້ນໍາພາກສະໜານຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ສຳເລັດກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV

ກອງປະຊຸມສະຫຼູບວຽກງານຈັດຕັ້ງ ແລະການປົກຄອງທົ່ວແຂວງເຊກອງຄັ້ງທີ IV, ໄລຍະ 5 ປີ (2021-2025)ຈັດຂຶ້ນໃນລະຫວ່າງ 29-30 ຕຸລາຜ່ານ​ມາທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີບັນດາຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບຳບານ ແລະ ການນໍາເມືອງ ເຂົ້າຮ່ວມ.
ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ທ່ານ ໜັ້ນຍືນ ຄິນສະໝອນ ຕ້ອນຮັບຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ

ວັນທີ 4 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງ ທ່ານ ໜັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະ ການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ພ້ອມຄະນະ ເພື່ອລົງຕິດຕາມ ແລະ ຊຸກຍູ້ການນຳໃຊ້ລະບົບພາສີທັນສະໄໝແບບ ລວມສູນ (Smart Customs) ຢູ່ດ່ານພາສີສາກົນຂົວມິດຕະພາບ III ແລະ ທ່າບົກທ່າແຂກ.
ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ມອບກະດານດໍາ 1 ພັນກວ່າແຜ່ນໃຫ້ໂຮງຮຽນປະຖົມທົ່ວແຂວງຄໍາມ່ວນ

ພິທີມອບ-ຮັບກະດານດໍາຈໍານວນ 1,740 ແຜ່ນ ໃຫ້ໂຮງຮຽນປະຖົມສຶກສາ ຂັ້ນ ປ.1 ປະຈໍາສົກຮຽນ 2026- 2027 ທົ່ວແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງ, ໃຫ້ກຽດມອບໂດຍ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໂດຍມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາທັງ 10 ເມືອງເຂົ້າຮ່ວມ.
ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ຄຳມ່ວນ ເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ ຍົກລະດັບການນຳເຂົ້າ-ສົ່ງອອກ

ພິທີເປີດນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ຢ່າງເປັນທາງການ ຢູ່ດ່ານພາສີສາກົນຂົວມິດຕະພາບ 3 ແລະ ດ່ານພາສີສາກົນນາເພົ້າ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ເພື່ອຍົກລະດັບການຄຸ້ມຄອງພາສີໃຫ້ວ່ອງໄວ ໂປ່ງໃສ ແລະ ຫຼຸດຂັ້ນຕອນການແຈ້ງພາສີ. ໂດຍມີທ່ານ ວິໄລທອງ ສຸດທະວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ, ທ່ານ ວົງ ແສງອາລຸນ ຮອງຫົວໜ້າພະແນກການເງິນແຂວງ, ບັນດາຕາງໜ້າຫ້ອງການ, ບັນດາກົມອ້ອມຂ້າງກະຊວງການເງິນ, ຂະ ແໜງການອ້ອມຂ້າງດ່ານ, ຜູ້ພັດທະນາລະບົບ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ