ສະຫຼຸບຜົນການຈັດຕັ້ງປະຕິບັດ ແລະ ມອບຮັບໂຄງການ SAFER

ສະຫຼຸບຜົນການຈັດຕັ້ງປະຕິບັດ ແລະ ມອບຮັບໂຄງການ SAFER
ພິທີສະຫຼຸບຜົນການຈັດຕັ້ງປະຕິບັດ ແລະ ມອບ-ຮັບໂຄງການ SAFER ໄດ້ຈັດຂຶ້ນໃນວັນທີ 21ກຸມພານີ້ ທີ່ໂຮງໝໍມິດຕະພາບ, ໂດຍການເປັນປະທານ ຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ທ່ານ ຊູຊູກິ ທາກາອາກິ(Mr SUSUKiTAKAAKi) ຜູ້ຈັດການໂຄງການ SAFER, ມີບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ສອນໄຊ ລາດຊະວົງ ໄດ້ກ່າວວ່າ:ຈຸດປະສົງຂອງໂຄງການແມ່ນເພື່ອປັບປຸງຂີດຄວາມສາມາດຂອງການບໍລິການການແພດສຸກເສີນໃນນະຄອນຫຼວງວຽງຈັນ ຊຶ່ງຈະເປັນການປະກອບສ່ວນໃນການຢຸດຢັ້ງການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດເຫດຈາກການສັນຈອນຕາມທ້ອງຖະໜົນ, ກິດຈະກໍາທີ່ໄດ້ຈັດຕັ້ງປະຕິບັດແມ່ນການສ້າງຕັ້ງສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານການແພດສຸກເສີນ(CCC) ການພັດທະນາລະບົບໃນການປ້ອນຂໍ້ມູນຂອງຄົນເຈັບຢູ່ສະຖານທີ່ເກີດເຫດແບບອອນລາຍ (ESS),ການຕິດຕາມ ແລະ ບໍລິຫານຈັດການທີ່ຕັ້ງຂອງລົດຂົນສົ່ງຄົນເຈັບ, ການສົ່ງຂໍ້ມູນຄົນເຈັບໄປໂຮງໝໍກ່ອນການມາຮອດ, ການຈັດເກັບຂໍ້ມູນອຸບັດເຫດ, ຄົນເຈັບເຂົ້າໃນລະບົບດີຈີຕອນ ແລະການວິເຄາະຂໍ້ມູນ, ຕິດຕາມຄວາມພ້ອມຂອງລົດສົ່ງຄົນເຈັບ ແລະ ຂອງໂຮງໝໍ,ການຄັດກອງຄວາມສ່ຽງການຕິດໂຄວິດ-19, ການຝຶກອົບຮົມສໍາລັບເຈົ້າໜ້າທີ່ດ້ານການບໍລິການສຸກເສີນ,ການຝຶກອົບຮົມສຳລັບຜູ້ຈັດສົ່ງທີມງານຊ່ວຍເຫຼືອ, ການຝຶກອົບຮົມສຳລັບຜູ້ໃຫ້ການປະຖົມພະຍາບານຂັ້ນຕົົ້ນກ່ອນນໍາສົ່ງໂຮງໝໍ (ໜ່ວຍກູ້ໄພ), ການຝຶກອົບຮົມສຳລັບໝໍ ແລະ ພະຍາບານສຸກເສີນ, ຄວາມສຳຄັນຂອງການສ້າງຕັ້ງສູນ CCC ເບີໂທສາຍດ່ວນ 1195ການນຳສົ່ງຄົນເຈັບອຸບັດເຫດ ແລະ ການປະຖົມພະຍາບານນອກໂຮງໝໍ ແມ່ນປະກອບດ້ວຍອາສາສະໝັກສ່ວນບຸກຄົນ. ທີ່ຜ່ານມາແຕ່ລະໜ່ວຍງານ ແມ່ນມີເບີໂທສຸກເສີນທີ່ແຕກຕ່າງກັນ.ດັ່ງນັ້ນ, ລົດກູ້ໄພຫຼາຍຄັນຈຶ່ງມັກຈະຖືກສົ່ງຊ້ຳຊ້ອນໄປຈຸດເກີດເຫດບ່ອນດຽວກັນໃນເວລາດຽວກັນ ຊຶ່ງເຮັດໃຫ້ພົບບັນຫາ ແລະ ຄວາມຫຍຸ້ງຍາກໃນການນໍາສົ່ງຄົນເຈັບໄປຍັງສະຖານທີ່ບໍລິການ. ຍ້ອນເຫັນໄດ້ເຫດຜົນດັ່ງກ່າວໂຮງໝໍມິດຕະພາບຈຶ່ງໄດ້ຮັບຮູ້ເຖິງຄວາມຈຳເປັນ ແລະ ໄດ້ລິເລີ່ມການສ້າງຕັ້ງສູນCCC ນີ້ຂຶ້ນໂດຍໄດ້ຮັບການສະໜັບສະໜູນຈາກປະເທດຍີ່ປຸ່ນໃນການສ້າງຕັ້ງສູນ ຊຶ່ງເປັນສ່ວນໜຶ່ງຂອງໂຄງການຮ່ວມມື JICA (ທີ່ມີຊື່ວ່າ ໂຄງການSAFER), ສູນ CCC(ສາຍດ່ວນ 1195)  ສ້າງຕັ້ງຂຶ້ນ ເພື່ອປະສານງານ ແລະ ອໍານວຍຄວາມສະດວກໃນການນຳສົ່ງຄົນເຈັບໃຫ້ມີປະສິດທິພາບ. 
    ທ່ານ ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກສູງຄຸນນະພາບ ທາງດ້ານບຸກຄະລາກອນ,ອຸປະກອນ ແລະ ຄວາມຮູ້ຄວາມສາມາດໃນການບໍລິການການແພດສຸກເສີນນອກໂຮງໝໍ(EMS) ແລະ ຄວາມປອດໄພທາງທ້ອງຖະໜົນ, ເປັນການປະກອບສ່ວນໃນການຢຸດຢັ້ງການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດເຫດຈາກການສັນຈອນຕາມທ້ອງຖະໜົນ ໃນຂົງເຂດທົ່ວນະຄອນຫຼວງວຽງຈັນ. ພາຍໃຕ້ການຮ່ວມມືກັບມະຫາວິທະຍາໄລ ຊຶກູບາ ປະເທດ ຍີ່ປຸ່ນ ຊຶ່ງໄດ້ມີ MOU ຮ່ວມກັນໄລຍະຈັດຕັ້ງປະຕິບັດ 4 ປີ ແລະການສ້າງຕັ້ງສູນບັນຊາການ-ຄວບຄຸມ ແລະ ແຈ້ງເຫດດ້ານການແພດສຸກເສີນ (CCC) ຢູ່ໂຮງໝໍມິດຕະພາບ, ການພັດທະນາລະບົບໃນການປ້ອນຂໍ້ມູນ ຂອງຄົນເຈັບ ຢູ່ສະຖານທີ່ເກີດເຫດແບບອອນລາຍ (ESS).ຜ່ານການຈັດຕັ້ງປະຕິບັດ MOU ເຫັນວ່າວຽກງານຕ່າງໆ ແມ່ນມີຄວາມຄືບໜ້າເຊັ່ນວ່າ: ການຮັບແຈ້ງເຫດ, ການປະຖົມພະຍາບານນອກໂຮງໝໍ ແລະ ການນຳສົ່ງຄົນເຈັບອຸບັດເຫດເຂົ້າມາເຖິງໂຮງໝໍຢ່າງປອດໄພ ແລະ ທັນເວລາ, ພະນັກງານວິຊາການໄດ້ຮັບການອົບຮົມເປັນມືອາຊີບ ໃນວິຊາສະເພາະທີ່ຈຳເປັນຕ່າງໆຫຼາຍຄັ້ງ,ສະໜອງອຸປະກອນທີ່ຈຳເປັນຮັບໃຊ້ວຽກງານແລະ  ມີສາຍດ່ວນ 1195ບໍລິການ 24 ຊົ່ວໂມງ ແມ່ນໄດ້ອໍານວຍຄວາມສະດວກໃນການນຳສົ່ງຄົນເຈັບໃຫ້ມີປະສິດທິພາບ.ນອກຈາກນີ້ການເອົາລະບົບສະໜັບສະໜູນວຽກງານການແພດສຸກເສີນ (EMS Support System:ລະບົບ ESS) ເຂົ້າມານໍາໃຊ້ໃນ ສູນ CCC ແມ່ນສາມາດຊ່ວຍໃຫ້ໂຮງໝໍ 3 ແຫ່ງ ຄື:ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໜ່ວຍກູ້ໄພ 5 ໜ່ວຍສາມາດສົ່ງຕໍ່(Share) ຂໍ້ມູນຜູ້ບາດເຈັບ ເຈັບປ່ວຍທີ່ຕັ້ງຂອງລົດກູ້ໄພ ພ້ອມທັງສາມາດອອກມາດຕະການທີ່ມີປະສິດທິພາບໂດຍການວິເຄາະຂໍ້ມູນທີ່ສະສົມໃນລະບົບໄດ້. ຈາກສິ່ງເຫຼົ່ານີ້ ແມ່ນເປັນຜົນດີເຮັດໃຫ້ໄລຍະເວລາທີ່ໃຊ້ທັງໝົດໃນການນຳສົ່ງຄົນເຈັບກໍຈະສັ້ນລົງ ແລະ ບັນດາໂຮງໝໍກໍຈະມີເວລາໃນການກະກຽມການປິ່ນປົວສໍາລັບຄົນເຈັບທີ່ຈະຖືກສົ່ງມາຢ່າງມີປະສິດທິພາບ ຊຶ່ງເປັນການບໍລິການສັງຄົມທີ່ບໍ່ໄດ້ມີການເກັບຄ່າບໍລິການເພື່ອເປັນລາຍຮັບແຕ່ມີຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ເພື່ອຫຼຸດຜ່ອນອັດຕາການເສຍຊີວິດຂອງປະຊາຊົນ.ໃນກອງປະຊຸມດັ່ງກ່າວກໍໄດ້ມີພິທີເຊັນສັນຍາ ມອບ- ຮັບໂຄງການSAFERຢ່າງເປັນທາງການລະຫວ່າງ ທ່ານ ຊູຊູກິ ທາກາອາກິ(Mr SUSUKi TAKAAKi) ແລະ ທ່ານ ສອນໄຊ ລາດຊະວົງຕື່ມອີກ.
ຂ່າວ:ບຸນຕອມ, ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ