ສະຫຼຸບວຽກງານ ຖວທ ທົ່ວປະເທດປະຈຳປີ 

ສະຫຼຸບວຽກງານ ຖວທ ທົ່ວປະເທດປະຈຳປີ 
ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ທົ່ວປະເທດປະຈຳປີ 2023 ແລະ ແຜນການປີ 2024 ໄດ້ຈັດຂຶ້ນໃນວັນທີ 12ກຸມພານີ້ ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຫົວໜ້າກົມ-ຮອງກົມ; ຫົວໜ້າພະແນກ-ຮອງພະແນກຈາກສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
    ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດທະນາຄົນ ແລະ ສັງຄົມ, ແມ່ນວຽກງານສ້າງພື້ນຖານອະລິຍະທໍາທາງດ້ານຈິດໃຈຂອງສັງຄົມ ຊຶ່ງເປັນປັດໃຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ ໃຫ້ທຽບທັນກັບບັນດາອະລິຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້; ໃນ 1 ປີຜ່ານມາ, ຄະນະພັກທັງສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ກຳນົດບັນດາແຜນການ, ແຜນງານ ໂຄງການຈຸດສຸມວຽກງານ ຖວທ ເຂົ້າໃນແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ; ພະນັກງານ-ລັດຖະກອນທົ່ວຂະແໜງການ ຖວທ ມີຄວາມຫ້າວຫັນເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງສາມາດເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄືຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເຮັດໃຫ້ວຽກງານ ຖວທ ມີຜົນສຳເລັດຫຼາຍດ້ານທັງດ້ານປະລິມານ ແລະ ຄຸນນະພາບ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີຄວາມເຂັ້ມແຂງພ້ອມທັງເຮັດໃຫ້ຊາດມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ.
    ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໃນ1 ປີຜ່ານມາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ-ສື່ມວນຊົນໄດ້ຂະຫຍາຍລະບົບໂທລະໂຄ່ງໄລຍະ II ມີທັງໝົດ 1.000 ຊຸດ.ອົງການອຸຍນີເຊັບມອບໃຫ້ 20 ຊຸດ, ພາກສ່ວນຕ່າງໆຊ່ວຍເຫຼືອ83 ຊຸດ ລວມທັງໝົດ 1.103 ຊຸດ, ປະຕິບັດແລ້ວ 1.087 ຊຸດ; ລົງສໍາຫຼວດເກັບກໍາຂໍ້ມູນທີ່ດິນຖະແຫຼງຂ່າວຢູ່ 3 ແຂວງພາກເໜືອ ແລະ 2 ແຂວງພາກໃຕ້ ເພື່ອຂຶ້ນແຜນງົບປະມານໃຫ້ແກ່ການກໍ່ສ້າງ ແລະ ຕິດຕັ້ງສະຖານີວິທະຍຸ FM ໃຫ້ແກ່ເມືອງທີ່ບໍ່ມີສະຖານີວິທະຍຸ ໂດຍສະເພາະບັນດາເມືອງຢູ່ລຽບຕາມຊາຍແດນສຳເລັດ 8 ເມືອງ; ທົ່ວປະເທດມີປະເພດສື່ສິ່ງພິມທັງໝົດ 116 ສະບັບ; ພາກເອກະຊົນມີ 13 ສະບັບ, ພາກລັດມີ 103 ສະບັບ, ເປັນລາຍວັນ 11 ສະບັບ; ສະຖານີວິທະຍຸກະຈາຍສຽງທົ່ວປະເທດມີທັງໝົດ 168 ສະຖານີ, ສະຖານີ FM ແລະ AM 86 ສະຖານີ, ວິທະຍຸເຄືອຂ່າຍ82 ສະຖານີ; ສະຖານີໂທລະພາບທົ່ວປະເທດມີ 49 ສະຖານີລວມມີສະຖານີໂທລະພາບອານາລັອກ25 ສະຖານີ, ໂທລະພາບຜ່ານດາວທຽມ10 ສະຖານີ ແລະ ໂທລະພາບດີຈີຕອນ14 ສະຖານີ, ໜ້າຂ່າວອອນລາຍ 86 ໜ້າຂ່າວ ແລະ ໂທລະໂຄ່ງ7.858 ຊຸດ. ໄດ້ສໍາເລັດພິທີມອບ-ຮັບສະຖານີວິທະຍຸ-ໂທລະພາບແຂວງໄຊສົມບູນ ໂດຍການຊ່ວຍເຫຼືອຂອງ ສສ ຫວຽດນາມ.ໄດ້ສ້າງພະນັກງານສືບທອດປ່ຽນແທນໃນຂະແໜງຖະແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບດີກວ່າເກົ່າ, ສຶກສາຮຽນຮູ້ວິຊາສະເພາະທີ່ກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດ ເປັນຕົ້ນການອົບຮົມວິຊາການຂຽນຂ່າວ, ຕັດຕໍ່ພາບນິ້ງ-ວິດີໂອ ແລະ ອື່ນໆ; ເອົາໃຈໃສ່ສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ອະນຸລັກຮັກສາຄຸນຄ່າວັດທະ
ນະທຳອັນດີງາມຂອງຊາດ, ຂອງເຜົ່າໄດ້ເປັນຢ່າງດີ, ເອົາໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ໄຂກະແສວັດທະນະທໍາ ແລະ ຄ່ານິຍົມທີ່ບໍ່ສອດຄ່ອງ ບໍ່ໃຫ້ແຊກຊຶມເຂົ້າມາດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາທີ່ເປັນເອກະລັກຂອງບັນດາເຜົ່າ ເປັນຕົ້ນການເກັບກຳຂໍ້ມູນປະຫວັດ, ວິຖີຊີວິດ ແລະ ການນຸ່ງຖືຂອງຊົນເຜົ່າອາຄາ, ຊົນເຜົ່າໄທແດງ, ຊົນເຜົ່າຜູ້ນ້ອຍ;ຖ່າຍທໍາສາລະຄະດີໂຄສະນາເຜີຍແຜ່ຊີວິດວັດທະນະທຳອອກອາກາດຜ່ານທາງໂທລະພາບແຫ່ງຊາດລາວ ແລະ ຜະລິດລາຍການອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ, ສຶກສາ, ຄົ້ນຄວ້າ, ເກັບກຳຂໍ້ມູນ ແລະ ປະກອບແບບຟອມ “ຟ້ອນລໍາວົງລາວ” ເຖິງອົງການອຸຍແນັສໂກ ເພື່ອສະເໜີເປັນມໍລະດົກວັດທະນະທໍານາມມະທໍາພ້ອມທັງຄົ້ນຄວ້າ, ເກັບກຳຂໍ້ມູນ, ສັງລວມຮູບພາບ ແລະ ວິດີໂອ ເພື່ອກະກຽມປະກອບແບບຟອມສະເໜີລົງທະບຽນ “ປະເພນີສູ່ຂວັນ” ແລະ ຄົ້ນຄວ້າຂໍ້ມູນສ້າງປຶ້ມການອະນຸລັກ ແລະ ສົ່ງເສີມສິລະປະ-ວັດທະນະທໍານາມມະທຳຟ້ອນລາຍງ້າວ;ເອົາໃຈໃສ່ຄຸ້ມຄອງກວດກາວຽກງານການພິມ, ສິ່ງພິມຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດຢ່າງຕັ້ງໜ້າ ເພື່ອສະກັດກັ້ນບັນດາສິ່ງພິມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ລາມົກອານາຈານ. 
    ສ່ວນວຽກງານມໍລະດົກ ສຸມໃສ່ການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກແຫ່ງຊາດໃນລະດັບຕ່າງໆ, ສຳເລັດການນຳສະເໜີຫັດຖະກຳພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວຖືກຮັບຮອງເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກ, ສຳເລັດການນຳສົ່ງເອກະສານຄຳຮ້ອງສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກທາງທໍາມະຊາດ ແບບເຊື່ອມຕໍ່ກັບສວນອຸທິຍານແຫ່ງຊາດຟອງຫຍາແກ່ບາງມໍລະດົກໂລກຂອງ ສສ ຫວຽດນາມ, ສຳເລັດການຮັບຮອງມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 5 ແຫ່ງ; ສະເພາະວຽກງານຮູບເງົາມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນວົງການຮູບເງົາອາຊີບ ແລະ ສະໝັກຫຼິ້ນ, ໄດ້ມອບ-ຮັບຮູບເງົາເອກະສານມູນເຊື້ອການປະຕິວັດປົດປ່ອຍຊາດ ແລະ ປະຫວັດສາດລະຫວ່າງກົມຮູບເງົາກະຊວງ ຖວທ ແລະ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ ຮ່ວມກັບວິທະຍຸໂທລະພາບສູນກາງຈີນ (CMG) ຈັດກິດຈະກຳສາຍຮູບເງົາຕ່າງໆ; ວຽກງານສະຖາບັນວິຈິດສິນໄດ້ເປັນເຈົ້າການຕິດຕາມ, ກວດກາ ການສ້າງໃໝ່, ການປັ້ນຫຼໍ່, ຈໍາລອງແບບການນໍາຂັ້ນສູງ, ບຸກຄົນສໍາຄັນ, ພະພຸດທະຮູບ, ສັດໃນຕໍານານໃນຂອບເຂດທົ່ວປະເທດ.
ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ