![]() |
ທ່ານ ນາງ ແກ້ວປະເສີດ ສີນວນທອງ ຫົວໜ້າຂະແໜງຮ່ວມມືສາກົນ ໄດ້ຜ່ານບົດສະຫຼຸບ ວຽກງານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຂັ້ນແຂວງ ປະຈຳປີ 2025 ແລະ ທິດທາງແຜນການ 2026, ບົດສະຫຼຸບວຽກງານແກ້ໄຂລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງປີ 2025 ແລະ ທິດທາງ 2026, ຊຶ່ງໄດ້່ຍົກໃຫ້ເຫັນ ປີ 2024-2025 ມີ 15 ອົງການ 19 ໂຄງການ ມູນຄ່າຈຳນວນ 31,378,112 ໂດລາສະຫະລັດ (ງົບປະມານບາງ ໂຄງການກວມເອົາຫຼາຍແຂວງ). ອົງການຈັດຕັັ້ງສັງຄົມມີ 1 ສະມາຄົມ (ສະມາຄົມພັດທະນາຄົນພິການແຂວງຊຽງຂວາງ), 1ໂຄງການມີມູນຄ່າ 30,000 ໂດລາສະຫະລັດ. ປັດຈຸບັນ ອົງການຈັດຕັັ້ງສາກົນທີີ່ບໍ່ສັງກັດລັດຖະບານມີ 15 ອົງການ, 21 ໂຄງການ ມູນຄ່າ 36,023,107 ໂດລາສະຫະລັດ, ອົງການຈັດຕັັ້ງສັງຄົມ ມີ 1 ສະມາຄົມ, 1ໂຄງການມູນຄ່າ39,999 ໂດລາສະຫະລັດ, ພະນັກງານທ້ອງຖິີ່ນຄົນລາວທີີ່ເຮັດວຽກນຳໂຄງການມີ 975 ຄົນ, ມີຊ່ຽວຊານ ຕ່າງປະເທດ 5 ຄົນ ຍິງ 2 ຄົນ. ບັນດາອົງການດັ່ງກ່າວ ແມ່ນຈັດຕັັ້ງປະຕິບັດໂຄງການຢູ່ຫຼາຍຂະແໜງການຄື: ສາທາ, ສຶກສາ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ (ວຽກງານສີມືແຮງງານ, ເກັບກູຸ້ລະເບີດ, ຄົນພິການ, ໄພພິບັດ ແລະ ວຽກງານສຸກເສີນ) ແລະ ຂະແໜງການອື່ນໆ. ປະກອບມີພະນັກງານ ແລະ ຊ່ຽວຊານຕ່າງປະເທດທີີ່ ມີບົດຮຽນໃນວຽກງານການພັດທະນາກໍຄືການເຮັດວຽກກັບຊຸມຊົນໂດຍກົງ, ມີວິທີການຊຸກຍູຸ້ໃຫ້ປະຊາຊົນມີສ່ວນຮ່ວມ, ມີປະສົບການໃນການພັດທະນາຊຸມຊົນແບບຍືນຍົງ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ຊຸມຊົນ ແລະ ອື່ນໆ ຊຶ່ງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້່ດີຂຶ້ນເທື່ອລະກ້າວ, ໂຄງການເກັບກູ້ລະເບີດແຫ່ງຊາດລາວປະຈຳແຂວງຊຽງຂວາງ ປະກອບມີພະນັກງານທັງໝົດ 201 ຄົນ ຍິງ 56 ຄົນ, ຊ່ຽວຊານລາວ 2 ຄົນ ຍິງ 1 ຄົນ, ຊ່ວຍວິຊາການຊ່ຽວຊານ 1 ຄົນ, ປະກອບດ້ວຍ18 ທີມ, ການຈັດຕັໍ້ງປະຕິບັດວຽກງານມີ 4 ເມືອງຄື: ເມືອງຄຳ, ເມືອງແປກ, ເມືອງພູກູດ ແລະ ເມືອງໝອກ ໄດ້ຮັບທຶນສະໜັບສະໜຶນຈາກປະເທດນິວຊີແລນ ຈຳນວນ 3,182,270.07 ໂດລາສະຫະລັດ, ປະຕິບັດໄດ້ 30 ບ້ານ ທຳລາຍລະເບີດໄດ້ 3,139 ໜ່ວຍ. ໃນນັໍ້ນ 690 ໜ່ວຍ ແມູ່ນລະເບີດລູກຫວ່ານ. ກວດກູ້ໄດ້ 660 ຮຕ, ຈັດຕັໍ້ງປະຕິບັດຈຳນວນ 686 ເຮັກຕາ ທຽບກັບແຜນປີ ປະຕິບັດໄດ້ 104%, ອົງການເກັບກູ້ລະເບີດແມັກ ໄດ້ຮັບທຶນຈາກສະຫະລັດອາເມລິກາ ນຳໃຊ້ງົບປະມານ 6,299,536 ໂດລາສະຫະລັດ, ມີພະນັກງານທັງໝົດ 910 ຄົນ ຍິງ 377 ຄົນ, ຊ່ຽວຊານຕ່າງປະເທດ 3 ຄົນ, ຊ່ຽວຊານລາວ 1 ຄົນ, ປະກອບດ້ວຍ 79 ທີມ, ການຈັດຕັໍ້ງປະຕິບັດກິດຈະກຳຢູ່ 7 ເມືອງ ຈຳນວນ 48 ບ້ານ ທຳລາຍລະເບີດໄດ້ 2,072 ໜ່ວຍ.
![]() |
ໂອກາດນີ້, ທ່ານ ນາງ ຄຳພັດ ວັນລາສີ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຈາກປະເທດຕ່າງໆ ທີ່ໃຫ້ການຊ່ວຍເຫຼືອ. ພ້ອມນັ້ນ, ທ່ານຍັງເນັ້ນໜັກໃຫ້ເພີີ່ມທະວີການປະສານງານລະຫວ່າງ ສູນກາງ-ທ້ອງຖິີ່ນ ແລະ ອົງການຈັດຕັັ້ງສາກົນ ຊຸກຍູຸ້ໃຫ້ທຸກພາກສ່ວນປະຕິບັດກົນໄກການປະສານງານສົ່ງບົດລາຍງານການຈັດຕັັ້ງປະຕິບັດ ແລະ ແຜນການ ລົງເຄື່ອນໄຫວໃຫ້ກອງເລຂາຢ່າງເປັນລະບົບ ແລະ ທັນເວລາ, ຄະນະຮັບຜິດຊອບ ແລະ ພະນັກງານປະສານງານ ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດ, ບັນດານິຕິກຳຄຸ້ມຄອງ ແລະ ເນື້ອໃນ MOU ຢ່າງເລິກເຊິີ່ງ, ຄັດເລືອກ ແລະ ບຳລຸງສ້າງບຸກຄະລາກອນທີີ່ມີເງື່ອນໄຂເໝາະສົມ ແລະ ການຕິດຕາມກວດກາຊ່ຽວຊານຕ່າງປະເທດ, ຮັບປະກັນໃຫ້ການຈັດຕັັ້ງປະຕິບັດກິດຈະກຳສອດຄ່ອງກັບ MOU ແລະ ສະພາບຕົວຈິງ. ໂຄງການທີີ່ໃກ້ຈະສິ້ນສຸດ ຕ້ອງມີການປະເມີນຜົນກ່ອນການຕົກລົງຕາມໄລຍະ, ສ່ວນໂຄງການທີີ່ມີງົບປະມານເຫຼືອຍ້ອນເຫດຜົນທີີ່ຈຳເປັນ ຕ້ອງສະເໜີ, ກຳນົດເຂດພື້ນທີີ່ ແລະ ບ້ານເປົ້າໝາຍໃຫ້ຊັດເຈນ ບົນພື້ນຖານການປຶກສາຫາລືຮ່ວມກັນລະຫວ່າງພາກລັດ ແລະ ໂຄງການ, ສືບຕໍ່ກວດກູ້ ແລະ ທຳລາຍລະເບີດ, ໂຄສະນາຜົນຮ້າຍຂອງລະເບີດ ຕາມແຜນການທີ່ວາງໄວ້, ພົວພັນລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ເປັນປົກກະຕິ.
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ