ສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 

ສະຫຼຸບວຽກງານປ້ອງກັນຄວາມສະຫງົບທົ່ວປະເທດ ປະຈໍາປີ 2023 
ກະຊວງປ້ອງກັນຄວາມສະຫງົບໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ (ປກສ) ທົ່ວປະເທດປະຈໍາປີ 2023 ແລະ ວາງທິດທາງວຽກງານຈຸດສຸມປີ 2024 ຂຶ້ນໃນວັນທີ 4 ມັງກອນນີ້, ທີ່ສະໂມ ສອນກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາທ່ານຮອງລັດຖະມົນຕີ, ຄະນະພັກ-ຄະນະບັນຊາ, ກົມ-ກອງກ່ຽວຂ້ອງເຂົ້າຮ່ວມ.
     ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບຕີລາຄາການຊີ້ນໍາໆພາ, ການບັນຊາຂອງຄະນະບໍລິຫານງານພັກກະຊວງ, ຮັບຟັງການລາຍງານ, ການປະກອບຄໍາເຫັນຂອງບັນດາກົມໃຫຍ່, ຫ້ອງວ່າການ, ກົມກອງວິຊາສະເພາະ ແລະ ກົມກອງທ້ອງຖິ່ນຈໍານວນໜຶ່ງ ເພື່ອຄວາມເປັນເອກະພາບໃນການຕີລາຄາສະພາບການຮອບດ້ານໃນການປະຕິບັດໜ້າທີ່ການເມືອງ; ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາຕົວຈິງໃຫ້ຖືກຕ້ອງ, ທັນສະພາບການ ຮັບປະກັນໃຫ້ການກຳນົດແຜນວຽກງານຈຸດສຸມໃນຕໍ່ໜ້າແທດເໝາະກັບສະພາບແວດລ້ອມຕົວຈິງຂອງກຳລັງປ້ອງກັນຄວາມສະຫງົບ.
    ຈາກນັ້ນ, ທ່ານ ພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບປະຈຳປີ 2023 ແລະ ທິດທາງແຜນວຽກຈຸດສຸມປີ 2024 ກ່າວວ່າ: ປີ 2023 ຜ່ານມາ, ມີຄະດີອາຍາເກີດຂຶ້ນທັງໝົດ 7.996 ຄະດີ, ມ້າງໄດ້ 6.753 ຄະດີ, ກັກຜູ້ຖືກຫາ 10.399 ຄົນ, ຍິງ 1.380 ຄົນ, ຄົນຕ່າງປະເທດ 216 ຄົນ ( ທຽບໃສ່ປີ 2022 ຄະດີເພີ່ມຂຶ້ນ 764 ຄະດີ) ຄະດີອາຍາທົ່ວໄປ 3.092 ຄະດີ, ມ້າງໄດ້ 1.849 ຄະດີ, ເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດ 4.283 ຄະດີ, ກັກຜູ້ຖືກຫາ 6.585 ຄົນ, ຍິງ 735 ຄົນ, ຄົນຕ່າງປະເທດ 139 ຄົນ, ສາມາດດຳເນີນຄະດີສຳເລັດ 4.686 ຄະດີ, ມີຜູ້ຖືກຫາ 7.003 ຄົນ, ຍິງ 852 ຄົນ, ຍຶດຂອງກາງຢາເສບຕິດປະເພດຕ່າງໆ ຢາບ້າ 79.598.636 ເມັດ, ນໍ້າໜັກ 7.959,86 ກິໂລກຣາມ, ເຮໂລອິນ 477,40 ກິໂລກຣາມ, ຢາໄອ 4.019,40 ກິໂລກຣາມ, ຢາອີ 4.488 ເມັດ ເທົ່າກັບ 31 ກິໂລກຣາມ, ຢາຝິ່ນ 131,01 ກິໂລກຣາມ, ກັນຊາ 5.361,2 ກິໂລກຣາມ, ເຄຕາມິນ 1.044,51 ກິໂລກຣາມ, ແປ້ງຝຸ່ນ 26.251,43 ກິໂລກຣາມ, ລົດໃຫຍ່ 123 ຄັນ, ລົດຈັກ 635 ຄັນເຮືອ 3 ລຳ, ປືນ 25 ກະບອກ, ລູກປືນ 702 ລູກ, ເງິນກີບ 580 ກວ່າລ້ານກີບ, ເງິນບາດ 8 ລ້ານກວ່າບາດເງິນໂດລາ 175.900 ໂດລາ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ; ຄະດີເສດຖະກິດເກີດຂຶ້ນ 597 ຄະດີ, ກັກຜູ້ຖືກຫາ 762 ຄົນ, ຍິງ 281 ຄົນ, ຕ່າງປະເທດ 47 ຄົນ, ມີຜົນເສຍຫາຍ 285 ຕື້ກວ່າກີບ, ເງິນໂດລາ 65 ລ້ານກວ່າໂດລາ, ເງິນບາດ 27 ຕື້ກວ່າບາດ, ຄະດີຄ້າມະນຸດເກີດຂຶ້ນ 24 ຄະດີ, ສາມາດແກ້ໄຂ ແລະ ດຳເນີນຄະດີໄດ້ 24 ຄະດີ, ມີຜູ້ຖືກຫາ 66 ຄົນ, ຍິງ 40 ຄົນ, ຄົນຕ່າງປະເທດ 30 ຄົນ, ຍິງ 5 ຄົນ. ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 6.182 ລາຍ, ພາຫະນະເປ່ເພ 10.926 ຄັນ, ຄົນບາດເຈັບ 9.754 ຄົນ, ເສຍຊີວິດ 833 ຄົນ ທຽບໃສ່ປີ 2022 ອຸບັດເຫດເພີ່ມຂຶ້ນ 876 ລາຍ, ຜູ້ເສຍຊີວິດຫຼຸດລົງ 18 ຄົນ, ມີອັກຄີໄພເກີດຂຶ້ນ 205 ຄັ້ງ ລວມມູນຄ່າເສຍຫຼາຍທັງໝົດ 130 ຕື້ກວ່າກີບ, ມີຄົນເສຍຊີວິດ 4 ຄົນ. ນອກນັ້ນໄດ້ນຳກຳລັງລົງກໍ່ສ້າຮາກຖານຕາມ 4 ຄາດໝາຍ, 4 ເນື້ອໃນ, ຕາມທິດ 3 ສ້າງຂອງພັກ-ລັດ ກໍຄືກຳລັງປ້ອງກັນຄວາມສະຫງົບ ໂດຍຫັນເປັນແຜນງານໂຄງການອັນລະອຽດ ແລະ ມີຈຸດສຸມ. ພ້ອມກັນນີ້, ໄດ້ປັບປຸງແກ້ໄຂສຳມະໂນຄົວຢູ່ 4 ແຂວງຄື: ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ອັດຕະປືມີທັງໝົດ 475 ຄອບຄົວ, ຈຳນວນພົນ 1.239 ຄົນ, ຍິງ 532 ຄົນ, ດ້ານວຽກງານພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ໄດ້ປະຕິບັດຕາມແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ ແລະ ເຂັ້ມງວດ, ຕາມທິດສັນຕິພາບ, ເອກະ ລາດ, ມິດຕະພາບ, ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ເຊີດຢູ່ບົດບາດຂອງກຳລັງ ປກສ ປະຊາຊົນລາວໃຫ້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ວຽກງານອື່ນໆ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້.
     ສຳລັບທິດທາງແຜນວຽກຈຸດສຸມໃນປີ 2024 ກຳລັງ ປກສ ຈະສືບຕໍ່ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍປອດໄພໂດຍພື້ນຖານ, ກໍ່ສ້າງ ແລະ ປັບປຸງກໍາລັງປ້ອງກັນຄວາມສະຫງົບໃຫ້ມີຄວາມປອດໃສ, ໜັກແໜ້ນທາງດ້ານການ ເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບຢ່າງເຂັ້ມງວດ; ມີຄວາມຊຳນານທາງດ້ານວິຊາສະເພາະ, ມີແບບແຜນນຳພາ-ບັນຊາເຄື່ອນໄຫວວຽກງານມີວິທະຍາສາດ, ຫັນກໍາລັງເຂົ້າສູ່ຄວາມທັນສະໄໝຢ່າງແຂງແຮງ, ຮັບປະກັນດ້ານພະລາທິການ, ສະໜອງງົບປະມານດ້ານຕ່າງໆຕາມຄວາມຕ້ອງການອັນຈຳເປັນ ໃຫ້ແກ່ການເຄື່ອນໄຫວວິຊາສະເພາະ ແລະ ການລ້ຽງດູກຳລັງຕາມທິດນຳຂອງພັກ “ເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ "ເທື່ອລະກ້າວ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ສອດຫ້ອຍເຂົ້າໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ; ກຳນົດຄູ່ຮ່ວມມືຍຸດທະສາດ, ເພີ່ມມິດຫຼຸດຜ່ອນສັດຕູ ໃຫ້ຖືກຕ້ອງເໝາະສົມກັບໜ້າທີ່ການເມືອງປ້ອງກັນຄວາມສະຫງົບໃນສະພາບການໃໝ່.
   ກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຢ່າງສ້າງສັນມີບັນຍາກາດ ມີວິທະຍາສາດ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ ພ້ອມກັນນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.      
ຂ່າວ: ພັນຕີ ສຸລິວອນ, ພາບ: ຄຳໂຖ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ