ພິທີ ມອບ-ຮັບ ເງິນຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ສະມາຄົມເຊື້ອຊາດລາວລະດົມທຶນຊ່ວຍເຫຼືອໄພນໍ້າຖ້ວມຢູ່ ແຂວງພາກເໜືອ ລາວ

ສະມາຄົມເຊື້ອຊາດລາວລະດົມທຶນຊ່ວຍເຫຼືອໄພນໍ້າຖ້ວມຢູ່ ແຂວງພາກເໜືອ ລາວ
ຫວ່າງບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຈັດພິທີ ມອບ-ຮັບ ເງິນຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງພາກເໜືອ ຂອງ ສປປ ລາວ ຈາກບັນດາສະມາຄົມ, ຄົນເຊື້ອຊາດລາວ

 

 ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ ເຢຍລະມັນ ແລະ ໃນບັນດາປະເທດທີ່ສະຖານທູດຮັບຜິດຊອບ. ພາຍຫຼັງສັງລວມການບໍລິຈາກເງິນຊ່ວຍເຫຼືອຄັ້ງນີ້ ຈາກສະມາຄົມລາວ ແບກແລງ, ສະມາຄົມສະຕີລາວ, ສະມາຄົມວັດລາວ-ຊາວພຸດສີບຸນເຮືອງ, ສະມາຄົມ ເຢຍລະມັນ-ລາວ ເພື່ອການພັດທະນາ ແລະ ສະມາຄົມວັດທະນະທໍາດອກຈໍາປາ ລວມທັງ ບັນດາຄົນເຊື້ອຊາດລາວ ຢູ່ ເຢຍລະມັນ ໄດ້ທັງໝົດຈໍານວນ 7.200 ເອີໂຣ ຫຼື ປະມານ 170.600.000 ກີບ.ເຂົ້າຮ່ວມໃນພິທີ ມອບ-ຮັບ ດັ່ງກ່າວ ມີປະທານສະມາຄົມລາວ ແບກແລງ ພ້ອມດ້ວຍຄະນະ, ປະທານສະມາຄົມສະຕີລາວ ພ້ອມດ້ວຍຄະນະ, ປະທານສັງຄົມເພື່ອການພັດທະນາ ເຢຍລະມັນ-ລາວ (DLG), ຄົນເຊື້ອຊາດລາວທີ່ ແບກແລງ ແລະ ພະນັກງານສະຖານທູດ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ, ໄມບົວ ໄຊຍະວົງເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ເຢຍລະມັນ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ພະນັກງານສະຖານທູດສະແດງຄວາມຂອບໃຈຢ່າງຈິງໃຈແລະ ຊົມເຊີຍບັນດາສະມາຄົມລວມທັງຄົນເຊື້ອຊາດລາວ ທີ່ໄດ້ເອົາໃຈໃສ່ຊ່ວຍລະດົມຜູ້ທີ່ມີຈິດໃຈໄສສັດທາ ແລະ ເອື້ອເຜື້ອເພື່ອແຜ່ປັດໃຈປະກອບສ່ວນເງິນຊ່ວຍເຫຼືອປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ແລະ ພ້ອມດຽວກັນນັ້ນ, ທ່ານໄມບົວ ໄຊຍະວົງ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແຕ່ລະສະມາຄົມດັ່ງກ່າວ ເພື່ອເປັນການສະແດງເຖິງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນ ໄປຍັງບັນດາສະມາຄົມ ແລະ ຄົນເຊື້ອຊາດລາວ ທີ່ໄດ້ບໍລິຈາກປັດໃຈເງິນຊ່ວຍເຫຼືອຄັ້ງນີ້ ແລະ ທັງຈະໄດ້ຈາລຶກໄວ້ໃນປຶ້ມບັນທຶກຂອງ ສະຖານທູດລາວ ທີ່ ແບກແລງ.

ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ຄວາມຄືບໜ້າການຈັດຕັ້ງປະຕິບັດ 4 ໂຄງການ ຢູ່ແຂວງຄໍາມ່ວນ

ກອງປະຊຸມປຶກສາຫາລື ຄົ້ນຄວ້າພິຈາລະນາການອອກແບບໂຄງການພັດທະນາຕ່າງໆ ຢູ່ແຂວງຄໍາມ່ວນ ທີ່ໄດ້ມີການສຶກສາສໍາຫຼວດ ແລະ ໄດ້ລົງນາມເຊັນສັນຍາໃນຜ່ານມາ ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ຫ້ອງວ່າການແຂວງ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ໂຍມາ ອິນທະວົງ ຕາງໜ້າກຸ່ມບໍລິສັດ 3 ບີ ຈໍາກັດຜູ້ດຽວ, ບັນດາທ່ານຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

5 ເດືອນຕົ້ນປີນີ້ ເກັບລາຍຮັບຈາກການເສຍອາກອນທີ່ດິນ ເພີ່ມຂຶ້ນ 22%

ການເສຍອາກອນທີ່ດິນ (ຄ່າພາສີທີ່ດິນ) ເລີ່ມຊໍາລະໄດ້ແຕ່ວັນທີ 1 ມັງກອນ 2025 ແລະ ຈະສິ້ນສຸດໃນວັນທີ 31 ທັນວາ 2025. ອີງຕາມຂໍ້ມູນຈາກກົມສ່ວຍສາອາກອນໃນຂອບເຂດທົ່ວປະເທດ ສາມາດປ້ອນຂໍ້ມູນຕອນດິນເຂົ້າໃນລະບົບ TaxRIS ໄດ້ແລ້ວ 1,461,243 ຕອນ, ຈາກເປົ້າໝາຍທັງໝົດຈໍານວນ 2,987,091 ຕອນເທົ່າກັບ 49% ຂອງຕອນດິນທັງໝົດ.
ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສຊປລ ປາຖະກະຖາ 70 ປີວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ປປ ລາວ (25 ມີນາ 1955-25 ມີນາ 2025) ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນ ໃນວັນທີ 6 ມິຖຸນານີ້ ທີ່ ສຊປລ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ສະມາຊິກພັກ-ພະນັກງານເຂົ້າຮ່ວມຮັບຟັງ.
ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການ

ກອງປະຊຸມປະຖົມມະລືກສ້າງຕັ້ງສະມາຄົມຊ່ວຍເຫຼືອຄົນພິການດ້ານອົງຄະທຽມ ແລະ ເຄື່ອງຄໍ້າຊູ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ ປະທານສະມາຄົມຄົນພິການ, ທ່ານນາງ ເມດຕາ ທິບພະວົງ ຜູ້ອຳນວຍການສະມາຄົມຄົນພິການ COPE, ມີບັນດາທູດປະຈໍາ ສປປ ລາວ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ສາຂາສູນການແພດຈາກແຂວງຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ, ອຸດົມໄຊ, ຈຳປາສັກ ພ້ອມດ້ວຍສະມາຊິກທີ່ເປັນຄົນພິການໃນທົ່ວປະເທດເຂົ້າຮ່ວມ.
5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

5 ເດືອນຕົ້ນປີນີ້ ເກັບຄ່າທຳນຽມທາງເພີ່ມຂຶ້ນ 16%

ນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາປີ 2025, ມີພາຫະນະມາຊໍາລະຄ່າທຳນຽມທາງແລ້ວ 344,857 ຄັນ, ສາມາດເກັບລາຍຮັບໄດ້ 84 ຕື້ກວ່າກີບ, ເພີ່ມຂຶ້ນ 16% ຖ້າທຽບໃສ່ເດືອນຜ່ານມາຄິດເປັນເງິນຈຳນວນ 12 ຕື້ກວ່າກີບ.
ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈະສຶກສາ-ສໍາຫຼວດການລົງທຶນປູກໄມ້ໃຫ້ໝາກ ຢູ່ເມືອງເຊບັ້ງໄຟ

ບໍລິສັດ ດາດມີ ຟາມມິ້ງ ຈໍາກັດຜູ້ດຽວ ຈະເລີ່ມສຶກສາ-ສໍາຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການ ກະສິກຳ (ປູກໄມ້ໃຫ້ໝາກ) ເປັນສິນຄ້າ ເພື່ອຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ທີ່ບ້ານຄໍາເຕີຍ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ,
ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສນຫລ ເຜີຍແຜ່ເຊື່ອມຊຶມ 3 ເອກະສານສໍາຄັນ

ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຕົກລົງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂຶ້ນໃນວັນທີ 6 ມິຖຸນານີ້ ທີ່ ສນຫລ ໂດຍການເປັນປະທານຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານ ສນຫລ ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະບໍລິຫານງານພັກ, ຄະນະປະທານ ສນຫລ, ພະນັກ ງານ-ລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ວາງສີລາລຶກ ໂຄງການກໍ່ສ້າງຕຶກອາຄານ ທພລ ຫຼັງໃໝ່ ສາຂາຄຳມ່ວນ

ພິທີວາງສີລາລຶກໂຄງການກໍ່ສ້າງຕຶກອາຄານ ທະນາຄານພັດທະນາລາວ (ທພລ) ຫຼັງໃໝ່ ສາຂາຄຳມ່ວນ ຈັດຂຶ້ນໃນວັນທີ 6 ມີຖຸນານີ້ ທີ່ບ້ານຈອມທອງ ເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.
ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ເມືອງໄຊຍະບູລີ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານທົ່ວເມືອງ ປະຈໍາປີ 2024.

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ຢູ່ທີ່ຫໍປະຊຸມໃຫຍ່ຂອງເມືອງ. ໂດຍການ ເຂົ້າຮ່ວມຂອງ ສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ໄຊຍະບູລີ.
ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ສະຫວັນນະເຂດ ຂົນຂວາຍບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ

ວັນທີ 4 ມິຖຸນາຜ່ານມານີ້, ອົງການກາແດງແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ແລະ ວາງແຜນຮັບບໍລິຈາກເລືອດ ຮ່ວມກັບພາກສ່ວນກຳລັງ ປກຊ-ປກສ ຂຶ້ນທີ່ຫ້ອງປະຊຸມຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຜູ້ຊີ້ນຳວຽກອົງການກາແດງແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ