ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງ ແລະ ມີຄວາມຮູ້ຄວາມສາມາດ

ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງ ແລະ ມີຄວາມຮູ້ຄວາມສາມາດ

ສະມາຊິກພັກທຸກສະຫາຍ ຕ້ອງເປັນແບບຢ່າງ ແລະ ມີຄວາມຮູ້ຄວາມສາມາດ
ໂດຍ: ສ.ບຸດປະຊາ ທ່ານສູນທອງຄຳຄູນປັນຍາ ອະດີດພະນັກງານບໍານານ ເມື່ອກ່ອນເຄີຍເປັນເຈົ້າເມືອງວັງວຽງ ຕໍ່ມາເປັນຫົວໜ້າຈັດຕັ້ງແຂວງ ແລະ ເປັນຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງວຽງຈັນ; ໃນເມື່ອກ່ອນ,

ກໍຍັງໄດ້ຮຽນສາຂາວິຊາກໍ່ສ້າງພັກ ຢູ່ ສສ ຫວຽດນາມ. ໃນໂອກາດທີ່ທ່ານມາເຂົ້າຮ່ວມ ພິທີສຳພາດອະດີດພະນັກງານການນໍາຂັ້ນສູງຂອງພັກ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ ເມື່ອຕົ້ນເດືອນນີ້ ທີ່ແຂວງວຽງຈັນ; ທ່ານໄດ້ໃຫ້ສຳພາດເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປລ) ຄົບຮອບ70ປີ (22 ມີນາ1955 – 22ມີນາ2025).

ທ່ານ ສູນທອງຄໍາ ຄູນປັນຍາ ໄດ້ສະແດງຄວາມດີອົກດີໃຈທີ່ໄດ້ມາເຂົ້າຮ່ວມພິທີສຳພາດດັ່ງກ່າວ ຊຶ່ງໄດ້ຮັບຟັງຫຼາຍເລື່ອງລາວທີ່ເປັນເຫດການສຳຄັນໃນໄລຍະຜ່ານມາ ແລະ ໄດ້ກ່າວວ່າ: ຂ້າພະເຈົ້າ ກໍເປັນພະນັກງານຜູ້ໜຶ່ງ ທີ່ກິ້ງເກືອກລີເລືອ ກັບຮາກຖານເປັນເວລາຫຼາຍສິບປີ ແລະ ໄດ້ເຮັດວຽກງານການເມືອງ-ແນວຄິດ ໃນຂົງເຂດຈັດຕັ້ງ ກໍ່ສ້າງພັກ-ພະນັກງານ, ພາຍຫຼັງຮັບບໍານານ ກໍຍັງສືບຕໍ່ເຄື່ອນໄຫວຢູ່ຂັ້ນບ້ານ ຂັ້ນຮາກຖານ ເພື່ອໃຫ້ຄໍາປຶກສາ ຊຸກຍູ້ຊ່ວຍເຫຼືອ ໃຫ້ການຈັດຕັ້ງມີການປັບປຸງແກ້ໄຂວຽກງານຕ່າງໆ. ຢ່າງໃດກໍດີ, ເມື່ອມາເບິ່ງສະພາບລວມຂອງການກໍ່ສ້າງພັກ-ພະນັກງານ ຊຶ່ງເຫັນວ່າໃນທົ່ວແຂວງ ກໍມີບັນຍາກາດຟົດຟື້ນ, ມີການກະກຽມກອງປະຊຸມໃຫຍ່ ໃນຂັ້ນຕ່າງໆ; ພາຍໃຕ້ການນໍາພາຂອງພັກ ສະພາບລວມດ້ານເສດຖະກິດຂອງແຂວງ ໂດຍສະເພາະຢູ່ບັນດາເມືອງ ກໍເຫັນວ່ານັບມື້ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

ສະມາຊິກພັກທຸກສະຫາຍ ມີຄວາມສຳຄັນຫຼາຍ ຕໍ່ກັບການເຮັດວຽກງານການເມືອງ-ແນວຄິດ ໃນຂົງເຂດກໍ່ສ້າງພັກ-ພະນັກງານ ແລະ ສຶກສາວຽກງານການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ; ສະນັ້ນ, ຕ້ອງໄດ້ສ້າງສະມາຊິກພັກຢູ່ຂັ້ນຮາກຖານ ໃຫ້ມີຄວາມເປັນແບບຢ່າງ ແລະ ມີຄວາມຮູ້ຄວາມສາມາດ ສົມກັບຜູ້ນໍາພາຢູ່ຂັ້ນຮາກຖານ ຊຶ່ງທ່ານສູນທອງຄໍາຄູນປັນຍາກໍມີຄວາມຄິດເຫັນວ່າ: ໃນລະບົບການເມືອງຂອງປະເທດເຮົາ, ພັກເປັນແກນນໍາໃນລະບົບການເມືອງ ຖ້າຢາກໃຫ້ທຸກວຽກງານ ເດີນແມ່ນແລ່ນສະດວກນັ້ນ ກ່ອນອື່ນໝົດຄະນະພັກ-ສະມາຊິກພັກ ຕ້ອງປັບປຸງຕົນເອງ ຊຶ່ງຕ້ອງເປັນແບບຢ່າງ, ຕ້ອງໃຫ້ມີຄວາມຮູ້ຄວາມສາມາດ, ຕ້ອງມີຄວາມຕື່ນຕົວ ເພາະບັນດາປະກົດການໃນກົມກອງ, ທ້ອງຖິ່ນ ທັງໝົດລ້ວນແຕ່ພົວພັນເຖິງການນໍາພາຂອງພັກ ກາຍເປັນແກນນໍາຂອງການຈັດຕັ້ງພັກຢູ່ບ່ອນນັ້ນ; ຖ້າການຈັດຕັ້ງພັກຢູ່ບ່ອນໃດເຄື່ອນໄຫວດີ ປະຊາຊົນໄດ້ຮັບການສຶກສາອົບຮົມ, ຢູ່ບ່ອນນັ້ນປະກົດການຫຍໍ້ທໍ້ ກໍຈະບໍ່ມີ.

ສະນັ້ນ, ສະມາຊິກພັກທຸກສະຫາຍ ບໍ່ວ່າຈະໃນຖານະໃດ ກໍຕ້ອງເປັນແບບຢ່າງ ແລະ ມີຄວາມຮູ້ຄວາມສາມາດ ເພື່ອດຳເນີນບົດບາດນໍາພາ ໃນຖານະເປັນແບບຢ່າງຜູ້ນໍາໜ້າ ທີ່ຈັດຕັ້ງເຄື່ອນໄຫວໃນກົມກອງ, ທ້ອງຖິ່ນຕົນ ປະກອບສ່ວນເສີມຂະຫຍາຍພັກ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ພັກ, ຕໍ່ລັດ ໃນການນໍາພາວຽກງານຕ່າງໆ ປະເທດຊາດຈຶ່ງໄດ້ຮັບການພັດທະນາ ປະຊາຊົນກໍໄດ້ຮັບການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ