ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ເຄື່ອນໄຫວວຽກງານຢູ່ເມືອງພຽງ

ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ເຄື່ອນໄຫວວຽກງານຢູ່ເມືອງພຽງ
ສະມາຊິກສະພາປະຊາຊົນແຂວງໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດຫມາຍ ແລະ ມະຕິກອງປະຊຸມ ປະຈໍາປີ 2023 ຂອງຄະນະສະມາຊິກສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຊຸດທີ II ທີ່ເມືອງພຽງ ແຂວງໄຊຍະບູລີ ຫວ່າງບໍ່ດົນມານີ້ ຊຶ່ງນຳໂດຍທ່ານ ບຸນໄທ ສີເທບ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ພ້ອມຄະນະ, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ເສີດ ແສງສຸລິນ ເຈົ້າເມືອງໆພຽງ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ຂົງເຂດເສດຖະກິດ, ແຜນການແລະ ການເງິນ, ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ຂົງເຂດຍຸຕິທຳ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທ່ານເຈົ້າເມືອງໆພຽງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນເມືອງຕໍ່ການລົງມາຕິດຕາມຊຸກຍູ້ໃນເທື່ອນີ້ ໂດຍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານແຕ່ລະຂົງເຂດຢູ່ພາຍໃນເມືອງ ແລະ ໃນໄລຍະ 9 ເດືອນຜ່ານມາ ໂດຍລວມແລ້ວເມືອງພຽງແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມຍັງສືບຕໍ່ມີຄວາມສະຫງົບປອດໄພໂດຍພື້ນຖານເສດຖະກິດກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3,05 ຕື້ກີບ, ໃນນີ້ ຮັບຈາກສ່ວຍສາອາກອນ 2,88 ຕື້ກີບ, ຮັບຈາກຊັບສິນ 174,48 ລ້ານກີບ. ປະຕິບັດລາຍຈ່າຍທັງໝົດ 2,61 ຕື້ກີບ: ຈ່າຍບໍລິຫານ 2,09 ຕື້ກີບ, ຈ່າຍດັດສົມສົ່ງເສີມ 524,6 ລ້ານກີບ ແລະ ດຸ່ນດ່ຽງໃຫ້ແຂວງ 100 ລ້ານກີບ. ມູນຄ່າການນໍາເຂົ້າ-ສົ່ງອອກ: ສົ່ງອອກສິນຄ້າໄດ້ທັງໝົດ 172,7 ຕື້ກີບ  ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 1,5 ເທົ່າຕົວ, ຄຸ້ມຄອງການນໍາເຂົ້າສິນຄ້າໄດ້ 224,8 ຕຶື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 106% ດ້ານແຫຼ່ງທຶນເພື່ອການພັດທະນາ: ໄດ້ເອົາໃຈໃສ່ຊຸກຍູ້ຕິດຕາມໂຄງການລົງທຶນພາຍໃນເມືອງທັງໝົດ 43 ໂຄງການ ມູນຄ່າ181,10 ຕື້ກີບ ທຽບໃສ່ແຜນການປີປະຕິບັດລື່ນຄາດໝາຍ 20 ໂຄງການ. ໃນນີ້; ໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 14 ໂຄງການມູນຄ່າ 141,98 ຕື້ກີບ; ໂຄງການລົງທຶນທີ່ລັດຖະບານອະນຸມັດ 2 ໂຄງການມູນຄ່າ 6,04 ຕື້ກີບ; ໂຄງການລົງທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ 19 ໂຄງການມູນຄ່າ 26,95 ຕື້ກີບ, ໂຄງການລົງທຶນຂອງປະຊາຊົນ 5 ໂຄງການມູນຄ່າ 668,55 ລ້ານກີບ, ໂຄງການປະກອບສ່ວນຈາກພາກສ່ວນສັງຄົມ 2 ໂຄງການມູນຄ່າ 851,92 ລ້ານກີບ ແລະ ໂຄງການລົງທຶນທີ່ນຳໃຊ້ງົບປະມານຂອງເມືອງ 1 ໂຄງການມູນຄ່າ 4,6 ຕື້ກີບ. ວຽກງານກະສິກຳ-ປ່າໄມ້: ຊຸກຍູ້ການຜະລິດເຂົ້ານາແຊງໄດ້ທັງໝົດ 4.991,39 ໂຕນ, ຊຸກຍູ້ການຜະລິດເຂົ້ານາປີໄດ້ທັງໝົດ 6.887,60 ເຮັກຕາເທົ່າກັບ 100,11% ຂອງເນື້ອທີ່ແຜນການ ແລະ ຕິດຕາມການຜະລິດເຂົ້າໄຮ່ ເນື້ອທີ່ 545,7 ເຮັກຕາ, ໄດ້ຊຸກຍູ້ການຜະລິດພືດສະບຽງປະຕິບັດໄດ້ທັງໝົດ 10.000 ກວ່າເຮັກຕາ ຂອງເນື້ອທີ່ແຜນການປີ, ພືດເປັນສິນຄ້າເນື້ອທີ່ 19.500 ກວ່າເຮັກຕາ, ຊຸກຍູ້ຕິດຕາມການປູກໄມ້ໃຫ້ໝາກ 257,5 ເຮັກຕາ,  ດ້ານການລ້ຽງສັດກໍໄດ້ມີການຂະຫຍາຍຕົວ ແລະ ໄດ້ຫັນຈາກການລ້ຽງແບບທຳມະຊາດກະແຈກກະຈາຍມາລ້ຽງແບບເປັນກຸ່ມ, ເປັນຟາມຕິດພັນກັບການປູກຫຍ້າອາຫານສັດ ແລະ ຕາໜ່າງສັດຕະວະແພດ, ເຮັດໃຫ້ຝູງສັດຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 14,74%, ທົ່ວເມືອງມີສັດລ້ຽງທັງໝົດ 1.533.278 ໂຕ, ທຽບໃສ່ແຜນການປີປະຕິບັດໄດ້ 59,65% ສາມາດຕອບສະໜອງຊີ້ນ, ໄຂ່ ແລະ ປາ ໄດ້ 3.516.427 ກິໂລ, ສະເລ່ຍໃສ່ຫົວຄົນ 53,90 ກິໂລ/ຄົນ/9 ເດືອນ, ທຽບໃສ່ແຜນປີປະຕິບັດໄດ້ 94,57%. ໃນໄລຍະ 9 ເດືອນຜ່ານມາສາມາດສົ່ງອອກສິນຄ້າພືດກະສິກຳໄດ້ທັງໝົດ 56.166,71 ໂຕນ, ສິນຄ້າສົ່ງອອກສ່ວນຫຼາຍແມ່ນ: ໝາກເດືອຍ, ມັນຕົ້ນ,                   ໝາກກ້ວຍ, ຖົ່ວເຫຼືອງ, ເຂົ້າ; ຢັ້ງຢືນການເຄື່ອນຍ້າຍສັດ ຈຳນວນ 31.644 ໂຕ, ທຽບໃສ່ແຜນການປີປະຕິບັດໄດ້ 83,27%. ຄຽງຄູ່ກັບວຽກງານຂົງເຂດຕ່າງໆກໍໄດ້ຮັບການຈັດຕັ້ງປະຕິບັດໄດ້ມີຜົນສຳເລັດຕາມຄາດ            ໝາຍ ແລະ ໃນໂອກາດນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດເຫັນ ແລະ ສະເໜີຕໍ່ສະພາເພື່ອເປັນບ່ອນອີງໃນການປັບປຸງແກ້ໄຂບັນຫາຄົງຄ້າງ ໃຫ້ໄດ້ຮັບການຄົ້ນຄວ້າພິຈາລະນາ ແລະ ຮັບຮອງ, ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເຮັດໃຫ້ເມືອງພຽງໄດ້ຮັບການພັດທະນາດີຂຶ້ນ ແລະ ໃນໂອກາດນີ້ຄະນະທີມງານສະພາປະຊາຊົນແຂວງຍັງໄດ້ໄປຢ້ຽມຢາມໂຮງງານກັ່ນນ້ຳມັນປາມຢູ່ບ້ານໂພນສະຫວ່າງ ຕື່ມອີກ. 
(ຂ່າວ-ພາບ: ແສງສຸດາ ກິ່ງສະຫວັດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ