ສາມແຂວງເຜີຍແຜ່ເຊື່ອມຊຶມນິຕິກໍາຂອງຄະນະສະເພາະກິດ 19/ກມສພ

ສາມແຂວງເຜີຍແຜ່ເຊື່ອມຊຶມນິຕິກໍາຂອງຄະນະສະເພາະກິດ 19/ກມສພ
ວັນທີ 5 ຕຸລາ ນີ້ ທີ່ສະໂມສອນແຂວງຄໍາມ່ວນ ຄະນະສະເພາະກິດ 19 ຂັ້ນສູນກາງ ຮ່ວມກັບອົງການປົກຄອງແຂວງຄໍາມ່ວນ ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ນິຕິກໍາທີ່ສໍາຄັນ ແລະ ຮີບດ່ວນ ໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ໜີ້ສິນຕ່າງປະເທດ ແລະ ນະໂບບາຍຕ່າງໆ ເພື່ອກະຕຸ້ນເສດຖະກິດໃຫ້ແກ່ອົງການປົກຄອງແຂວງຄໍາມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ (3 ແຂວງພາກກາງ).  ເຂົ້າຮ່ວມເປັນປະທານຕາງໜ້າໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ເມືອງໃນທົ່ວແຂວງຄໍາມ່ວນ, ຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງ, ບັນດາທ່ານການນໍາຂອງແຂວງສະຫວັນນະເຂດ, ບໍລິຄໍາໄຊ ທີ່ໄດ້ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ. 
ຈຸດປະສົງໃນການເຜີຍແຜ່ຄັ້ງນີ້ ກໍເພື່ອເພີ່ມທະວີໃນແກ້ໄຂສະພາບຄວາມຫຍຸ້ງຍາກ, ບັນຫາເຄັ່ງຮ້ອນຂອງເສດຖະກິດການເງິນ, ເງິນຕາໃນປັດຈຸບັນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດປັ່ນປວນ, ລາຄາສິນຄ້າເພີ່ມສູງຂຶ້ນ ຊຶ່ງໄດ້ມີຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ການດໍາລົງຊີວິດຂອງປະຊົນ ແລະ ເພື່ອແນໃສ່ເຮັດໃຫ້ສະພາບເສດຖະກິດການເງິນກ້າວສູ່ສະພາບປົກກະຕິໂດຍໄວ ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາປັ່ນປ່ວນ, ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ແລະ ໜີ້ສິນຕ່າງປະເທດ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023; ຂໍ້ຕົກລົງສະບັບເລກທີ 91/ນຍ, ລົງວັນທີ 14 ກໍລະກົດ 2023.  ແຜນການເຄື່ອນໄຫວວຽກຈຸດສຸມ ຂອງຄະນະສະເພາະກິດ 19/ກມສພ, ສະບັບເລກທີ 01/ນຍ, ລົງວັນທີ 18 ກໍລະກົດ 2023; ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023; ຄໍາສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023; ຄໍາສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຕິດຕາມ, ກວດກາ, ສະກັດກັ້ນການບຸກລຸກທໍາລາຍປ່າໄມ້ ເລກທີ 07/ຈຂ, ລົງວັນທີ 4 ເມສາ 2023 ແລະ ມະຕິຕົກລົງນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ສົ່ງເສີມການເຂົ້າຮຽນວິຊາຊີບ ລະບັບເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ຊຶ່ງກອງປະຊຸມດັ່ງກ່າວດໍາເນີນໄປເປັນເວລາ 1 ວັນຈຶ່ງຈະສໍາເລັດ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ວັນໄຊ ພອງສະຫວັນ ໃນນາມປະທານກອງປະຊຸມຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເປັນເຈົ້າການ, ຍົກສູງຄວາມ ຮັບຜິດຊອບ, ຕິດຕາມ, ຮັບຟັງການເຜີຍແຜ່ ແລະ ແລກປ່ຽນສົນທະນາ ຕໍ່ກັບບັນດາເນື້ອໃນຈິດໃຈນິຕິກໍາດັ່ງກ່າວທີ່ຈະໄດ້ສະເໜີຕໍ່ກອງປະຊຸມໃນມື້ນີ້ ຖ້າຫາກວ່າຍັງບໍ່ທັນມີຄວາມເຂົ້າໃຈບັນຫາໃດກໍໃຫ້ຍົກຂຶ້ນມາແລກປ່ຽນກັນ ເພື່ອໃຫ້ມີຄວາມຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດຕາມນິຕິກໍາທີ່ສູນກາງວາງອອກ ເພື່ອພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ທີ່ພວມປະເຊີນຢູ່ ໃຫ້ຫຼຸດລົງ ແລະ ເຂົ້າສູ່ສະພາບປົກກະຕິ. 
(ຂ່າວ-ພາບ: ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ