![]() |
ການຝຶກອົບຮົມກຳມະຖານຄັ້ງນີ້, ແນໃສ່ເພື່ອພັດທະນາສາມະເນນ ໃຫ້ຮູ້ວິທີປະຕິບັດໃນທາງພຸດທະສາສະໜາຢ່າງຖືກຕ້ອງ, ປູກຝັງຄຸນນະທຳທາງພຸດທະສາສະໜາ ໃຫ້ງອກງາມໃນຈິດໃຈຂອງສາມະເນນ ຈົນສາມາດນໍາໄປປະຕິບັດ ແລະ ນໍາໃຊ້ໃນຊີວິດປະຈຳວັນຢ່າງເໝາະສົມ, ປູກຝັງຈິດສໍານຶກໃນການພັດທະນາຕົນເອງຂອງສາມະເນນ, ຝຶກສາມະເນນ ໃຫ້ຮູ້ຈັກໃຊ້ຊັບພະຍາກອນຢ່າງປະຢັດ ແລະ ພໍພຽງ, ທັງຈະເຮັດໃຫ້ສາມະເນນຮູ້ເທົ່າທັນກັບສື່ຕ່າງໆ, ຮູ້ໂທດໄພ ແລະ ຫ່າງໄກຢາເສບຕິດ, ຮູ້ ແລະ ເຂົ້າໃຈຕໍ່ໜ້າທີ່ໃນການປະຕິບັດຕົນກັບຄູບາອາຈານ ແນໃສ່ພັດທະນາສາມະເນນ ໃຫ້ເປັນຜູ້ມີຄຸນນະທຳ-ສີລະທຳ, ຈາຣິຍະທຳທີ່ດີງາມ, ມີຄວາມຮູ້ຄວາມເຂົ້າໃຈຕໍ່ຫຼັກທໍາຄໍາສອນ ແລະ ສາມາດນໍາຫຼັກທໍາໃນທາງພະພຸດທະສາດສະໜາ ໄປໃຊ້ໃນຊີວິດປະຈໍາວັນໄດ້.
![]() |
ຂ່າວ: ບຸນອູ້ມ, ພາບ: ຂັນໄຊ


ຄໍາເຫັນ