ສຳເລັດກອງປະຊຸມ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ

ສຳເລັດກອງປະຊຸມ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ

ສຳເລັດກອງປະຊຸມ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ
ໃນລະຫວ່າງ ວັນທີ່ 26-27 ມິຖຸນາຜ່ານມາທີ່ສະໂມສອນທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ປະຈຳແຂວງຫຼວງພະບາງ ໄດ້ສຳເລັດກອງປະຊຸມປຶກສາຫາລືວຽກງານ ອົງການພຸດທະສາສະໜາສັມພັນລາວ (ອພສ)8 ແຂວງພາກເໜືອ ໂດຍເປັນປະທານຂອງ ພະອາຈານໃຫຍ່ ອ່ອນແກ້ວ ກິດຕິພັດໂທ (ສິດທິວົງ) ປະທານອົງການພຸດທະສາສະໜາ ສັມພັນລາວ ແຂວງຫຼວງພະບາງ ຜູ້ຊ່ວຍວຽກ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຊີ້ນຳບັນດາແຂວງພາກເໜືອ.
ສຳເລດກອງປະຊມ ອງການພດທະສາສະໜາສມພນລາວ 8 ແຂວງພາກເໜອ - image 1
 

ກອງປະຊຸມຄັ້ງນີ້, ໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງ ອົງການພຸດທະສາສະໜາ ສັມພັນລາວ ກັບບັນດາພາກສ່ວນກ່ຽວຂອງຂອງພັກ - ລັດ ເພື່ອເປັນການສະໜັບສະໜູນ ຊຸກຍູ້-ສົ່ງເສີມ ດ້ານການພັດທະນາອົງການພຸດທະສາສະໜາ ໃຫ້ມີຄວາມເຫຼື້ອມໃສສັດທາ ຈາກຊາວພຸດທະສາສະນິກະຊົນຢ່າງກວ້າງຂວາງ ທັງເຮັດໃຫ້ອົງການພຸດທະສາສະໜາສັມພັນລາວ ມີຄວາມເຂັ້ມແຂງ ແລະໜັ້ນຄົງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ແລກປ່ຽນບົດຮຽນ ເພື່ອໃຫ້ບັນດາປະທານອົງການພຸດທະສາສະໜາ ສັມພັນລາວ ໃນ 8 ແຂວງພາກເໜືອ ໄດ້ພ້ອມກັນປັບປຸງບາງບັນຫາຄົງຄ້າງ ທີ່ເກີດຂຶ້ນຢູ່ພາຍໃນ ເປັນຕົ້ນການເສີມຂະຫຍາຍມູນເຊື້ອວັດທະນະທຳອັນເກົ່າແກ່ ຂອງພຸດທະສາສະໜາ ທີ່ປະຊາຊົນລາວໄດ້ເຄົາລົບ ແລະນັບຖືມາໄດ້ຫຼາຍເຊັ່ນຄົນ ໂດຍສະເພາະແມ່ນການເທດ, ການສູດ ແລະພິທີກຳອັນເກົ່າແກ່, ການປະຕິບັດວິໄນຂອງພະສົງລາວ ໃຫ້ມີຄວາມເຂັ້ມງວດ, ການຮັບເອົາບຸກຄະລາກອນເຂົ້າບວດໃໝ່ ຄວນໃຫ້ຖືກຕ້ອງ-ສອດຄ່ອງກັບມາດຖານເງື່ອນໄຂ ຂອງການເປັນພະສົງ-ສາມະເນນ ເພື່ອຮັບປະກັນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕາມມາ, ການຈັດຕັ້ງປາງບຸນຮ່ວມກັນລະຫວ່າງແຂວງ ເພື່ອປຸກລະດົມທືນຮອນ ເຂົ້າໃນການພັດທະນາວຽກງານຂອງ ອົງການພຸດທະສາສະໜາສັມພັນລາວ ຢູ່ບັນດາແຂວງ ໃຫ້ກາຍເປັນປະເພນີ ແລະອື່ນໆ.

ສຳເລດກອງປະຊມ ອງການພດທະສາສະໜາສມພນລາວ 8 ແຂວງພາກເໜອ - image 2
 

ໃນກອງປະຊຸມຄັ້ງນີ້, ໄດ້ມີການຜ່ານຮ່າງບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ ລະຫວ່າງປີ 2023 ຫາ 2025 ແລະທິດທາງແຜນການ 6 ເດືອນທ້າຍປີ 2025 ຍົກໃຫ້ເຫັນຜົນງານແຕ່ລະດ້ານທີ່ ອົງການພຸດທະສາສະໜາສັມພັນລາວ 8 ແຂວງພາກເໜືອ ຍາດມາໄດ້, ພ້ອມນີ້ ປະທານອົງການພຸດທະສາສະໜາ ສັມພັນລາວ ບັນດາແຂວງພາກເໜືອ ໄດ້ມີຄຳເຫັນແລກປ່ຽນບົດຮຽນ ເພື່ອຊອກຫາວິທີທາງແກ້ໄຂບັນຫາຄົງຄ້າງຮ່ວມກັນ ໃຫ້ໄດ້ຮັບຜົນດີຂຶ້ນ.

(ຂ່າວ: ນັກຂ່າວວິທະຍຸ, ພາບ: ອພສ ແຂວງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ