ສຳເລັດກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ມຽນມາ-ລາວ ຄັ້ງທີ 12

ສຳເລັດກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ມຽນມາ-ລາວ ຄັ້ງທີ 12

ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນເຂດ-ແຂວງ ຄັ້ງທີ 12, ໄດ້ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ແຂວງທ່າຂີ້ເຫຼັກ ປະເທດມຽນມາ, ຝ່າຍລາວນໍາໂດຍ ທ່ານ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ ຫົວໜ້າຄະນະກຳມະການຊາຍແດນ ລາວ-ມຽນມາ ແລະ ຝ່າຍມຽນມານຳໂດຍ ທ່ານ ພັນໂທ ຕ້ານລາຍວິນ ຮັກສາການຫົວໜ້າກອງບັນຊາການທະຫານແຂວງທ່າຂີ້ເຫຼັກ ກອງທັບພາກສາມຫຼ່ຽມ ປະເທດມຽນມາ, ມີຄະນະກຳມະການຊາຍແດນແຫ່ງຊາດ, ຄະນະກົມພົວພັນຕ່າງປະເທດ, ກົມທະຫານຊາຍແດນ, ສອງກອງບັນຊາການ ທະຫານ-ຕຳຫຼວດ ບໍ່ແກ້ວ-ຫຼວງນ້ຳທາ, ກອງພົນທີ 3 ແລະ ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຈາກຄະນະທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງສອງປະເທດ ລາວ-ມຽນມາ ຊຶ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາສະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍກໍໄດ້ປຶກສາຫາລືວຽກ ເປັນເອກະພາບກັນມີຫຼາຍເນື້ອໃນ, ຫຼາຍບັນຫາທີ່ສຳຄັນ, ອັນເປັນການປະກອບສ່ວນສຳຄັນເຂົ້າໃນການແກ້ໄຂບັນຫາຕ່າງໆ ຕາມຊາຍແດນ ລາວ-ມຽນມາ, ໃຫ້ດີຂຶ້ນ ຊຶ່ງສະແດງໃຫ້ເຫັນເຖິງນະໂຍບາຍຂອງລັດຖະບານ ແລະ ກອງທັບທັງສອງປະເທດລາວ-ມຽນມາ ໃນການແກ້ໄຂບັນຫາປາກົດການຫຍໍ້ທໍ້່ຕ່າງໆ ຕາມຊາຍແດນ ລາວ-ມຽນມາ ໃຫ້ມີຄວາມສະຫງົບ.

(ຂ່າວ-ພາບ: ວໍລະສິດ ພິດສະຫາຍ)

ຄໍາເຫັນ

ຂ່າວການຮ່ວມມື

ຜູ້​ຕາງໜ້າ​ພິ​ເສດຂອງ ສະ​ຫາຍເລ​ຂາ​ທິກ​ານ​​ໃຫ​ຍ່  ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ ປປ ​ລາວ ຢ້ຽມຢາ​ມ​ ສປ ຈີນ

ຜູ້​ຕາງໜ້າ​ພິ​ເສດຂອງ ສະ​ຫາຍເລ​ຂາ​ທິກ​ານ​​ໃຫ​ຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ ປປ ​ລາວ ຢ້ຽມຢາ​ມ​ ສປ ຈີນ

ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້​ຕາງ​ໜ້າ​ພິ​ເສດຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫ​ຍ່​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ພ້ອມ​ດວ້ຍຄະນະ ໄດ້ເດີນທາງ​​ໄປ​ຢ້ຽມ​ຢາມ ສປ ຈີນ (ວັນ​ທີ 20-22 ເມສາ 2026​​) ເພື່ອແຈ້ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫ​ຍ່ຜູ້ແທນທົ່ວປະເທດ​ຄັ້ງ​ທີ XII ຂອງ​ພັກ ປ​ປ ລາວ ຕໍ່ການນໍາ ພັກ, ລັດ ສປ ຈີນ.
ພອນພິມົນ ມອນ​ຈັນ​ດີ ກ້າຝັນ ກ້າເຮັດ ຜູ້ຍິງລາວພິສູດວ່າບໍ່ມີຄຳວ່າ ‘ເຮັດບໍ່ໄດ້

ພອນພິມົນ ມອນ​ຈັນ​ດີ ກ້າຝັນ ກ້າເຮັດ ຜູ້ຍິງລາວພິສູດວ່າບໍ່ມີຄຳວ່າ ‘ເຮັດບໍ່ໄດ້

ພອນພິມົນ ມອນ​ຈັນ​ດີ ຊື່ຂອງຍິງສາວຄົນໜຶ່ງ ທີ່ພິສູດໃຫ້ໂລກເຫັນວ່າ “ຄວາມຝັນ” ບໍ່ເຄີຍເລືອກຄົນ, ແຕ່ຄົນຕ່າງຫາກທີ່ເລືອກຈະສູ້ເພື່ອມັນ. ຈາກສາວນ້ອຍທຳມະດາ ຢູ່ເມືອງໄຊ ແຂວງອຸດົມໄຊ ຜູ້ທີ່ເຄີຍຄິດເຫັນລົດໄຟເປັນ​ພຽງແຕ່ “ຄວາມຝັນໄກໆ” ໃນຂ່າວມື້​ກ່ອນໆ…​ແຕ່ມື້ນີ້ນາງກັບກາຍເປັນຄົນຢູ່ຫຼັງສາຍງານນັ້ນຢ່າງພາກພູມໃຈ.
ກອງປະຊຸມຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82

ກອງປະຊຸມຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82

ໃນລະຫວ່າງວັນທີ 20-24 ເມສານີ້ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ​​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ-ສັງ​ຄົມປະ​ຈຳ​ພາ​ກ​ພື້ນ​ອາ​ຊີ-ປາ​ຊີ​ຟິກສະໄໝທີ 82 (the 82nd session of the Economic and Social Commission for Asia and the Pacific (ESCAP) ຈັດຂຶ້ນພາຍໃຕ້ຫົວຂໍ້: "ພວກເຮົາພ້ອມກັນກ້າວໄປ: ການພັດທະນາສັງຄົມສໍາລັບທຸກໄວອາຍຸ ຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ (Leaving no one behind: advancing a society for all ages in Asia and the Pacific)".
ຮອງປະທານ ສນຊ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ

ຮອງປະທານ ສນຊ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ

ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 20 ເມສາ ຜ່ານມາ.
ທູດລາວເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນ  ເຈົ້າຍິງໂຍ່ຍຮວາ ຣາຊະທິດາລາວ ທີ່ແຂວງນິງບິ່ງ

ທູດລາວເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນ ເຈົ້າຍິງໂຍ່ຍຮວາ ຣາຊະທິດາລາວ ທີ່ແຂວງນິງບິ່ງ

ໃນວັນທີ 19 ເມສາ ຜ່ານມາ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີລະນຶກວັນສິ້ນພະຊົນຂອງເຈົ້າຍິງ ໂຍ່ຍຮວາ ຣາຊະທິດາລາວ ທີ່ອຳນາດການປົກຄອງແຂວງນິງບິ່ງ ພ້ອມຊາວຕາແສງ ໄຕຮວາລື ຈັດຂຶ້ນຢູ່ຫໍໄຫວ້ເຈົ້າຍິງໂຍ່ຍຮວາ ບ້ານຖາຍເຊີນ ຕາແສງໄຕຮວາລື ແຂວງນິງບິ່ງ ໂດຍມີການນຳແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມ.
ກອງບັນຊາການທະຫານເຂດ 4 ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ

ກອງບັນຊາການທະຫານເຂດ 4 ໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ

ຫວ່າງມໍ່ໆມານີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມພິທີຍ້ອງຍໍນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ ຈາກພັກ ແລະ ລັດຖະບານຫວຽດນາມ ມອບໃຫ້ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ, ໂດຍການເປັນປະທານຂອງ ສະຫາຍ ເລ ມິງ ຮຶງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ມີສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັັນປະເທດຫວຽດນາມ, ມີພະນັກງານອາວຸໂສບໍານານ, ບັນດາເລຂາພັກແຂວງອ້ອມຂ້າງ, ຄະນະກົມໃຫຍ່ ແລະ ການນໍາກອງບັນຊາການທະຫານເຂດ 4 ເຂົ້າຮ່ວມ.
ຮອງ ລມຕ ກະຊວງຕ່າງປະເທດລາວ-ອິນໂດເນເຊຍ ພົບປະສອງຝ່າຍ

ຮອງ ລມຕ ກະຊວງຕ່າງປະເທດລາວ-ອິນໂດເນເຊຍ ພົບປະສອງຝ່າຍ

ໃນວັນທີ 20 ເມສາ ຜ່ານມານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ອັນນິດ ມັດຕາ (H.E. Anis Matta) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ເມສາ 2026.
ວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມວັງເງິນ

ພິທີວາງສີລາລືກໂຄງການກໍ່ສ້າງໂຮງຮຽນສາມັນ ວິຊາຊີບແບບປະສົມວັງເງິນ ແຂວງຫຼວງພະບາງ ຈັດຂຶ້ນໃນວັນທີ 20 ເມສານີ້ ທີ່ໂຮງຮຽນປະຖົມສົມບູນວັງເງິນ ນະຄອນ ຫຼວງພະບາງ, ມີທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ, ທ່ານ ຫວູ້ ງ໊ອກ ລີ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າພະແນກການຂອງແຂວງ, ນະຄອນ ຫຼວງພະບາງແລະປະຊາຊົນ ເຂົ້າຮ່ວມ.
ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ

ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຈັດ ສັບປະດາຮູບເງົາຈີນ ເພື່ອສະເຫຼີມຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026 ເທດສະການຮູບເງົາດີເດັ່ນລາວ-ຈີນ ຄົບຮອບ 10 ປີຂຶ້ນໃນວັນທີ 20 ເມສາ ນີ້ ທີ່ໂຮງສາຍຮູບເງົາເມເຈີ ສູນການຄ້າວຽງຈັນເຊັນເຕີ ໂດຍເປັນກຽດເຂົ້າຮ່ວມຮັບຊົມ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີທ່ານ ມອນໄຊ ລາວມົວຊົງ ຮອງປະທານສະພາແຫ່ງຊາດ, ທ່່ານ ນາງ ສວນສະຫວັນ ວິຍະເກດ ລັດະຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ້ມ ແຫ່ງ ສປ ຈີນ ປະຈໍາ ລາວ ພ້ອມດ້ວຍບັນດາທ່ານການນຳ ແລະ ນັກງານຈາກກະຊວງຕ່າງໆ.
ເຈັງຊຶ ຜູ້ສ້າງຕົວເອງດ້ວຍການຮຽນຮູ້​ສູ່ການເຮັດວຽກແບບມືອາຊີບ

ເຈັງຊຶ ຜູ້ສ້າງຕົວເອງດ້ວຍການຮຽນຮູ້​ສູ່ການເຮັດວຽກແບບມືອາຊີບ

ເບື້ອງ​ຫຼັງຂອງຄວາມສຳເລັດທຸກຢ່າງບໍ່ແມ່ນມີແຕ່ໂຊກຊະຕາ, ແຕ່ແມ່ນເຫື່ອແຮງ ແລະ ຄວາມອົດທົນທີ່ຖືກສະສົມມາຢ່າງຍາວນານ. “ທ້າວ ເຈັງຊຶ” ຄືພາບສະທ້ອນຂອງຊາຍຜູ້ໜຶ່ງທີ່ກ້າຝັນ ແລະ ກ້າເດີນໄປຂ້າມຂອບເຂດຂອງຕົນເອງ, ຈາກວັນ​ທຳ​ອິດທີ່ເຕັມໄປດ້ວຍຄວາມກັງວົນ ແລະ ຄວາມບໍ່ໝັ້ນໃຈ ລາວບໍ່ໄດ້ຫຼີກໜີ ແຕ່ເລືອກທີ່ຈະເຜີຍໜ້າກັບມັນດ້ວຍຫົວໃຈທີ່ແຂງແກ່ນ.
ເພີ່ມເຕີມ