ສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7ສະໄໝທີ XI

ສໍາເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7ສະໄໝທີ XI
ກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດຳເນີນແຕ່ວັນທີ 23-26 ຕຸລາ 2023 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງ, ບັນດາສະຫາຍເລຂາຄະນະພັກ ກະຊວງ,ອົງການ,ເລຂາຄະນະພັກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ,ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2023ແລະ ທິດທາງແຜນການ ປະຈໍາປີ 2024, ຕິດພັນກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ; ຕີລາຄາວຽກງານປ້ອງກັນ ຊາດປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2023ແລະ ທິດທາງການເຄື່ອນໄຫວວຽກງານ ປະຈໍາປີ 2024. ນອກຈາກນັ້ນກອງປະຊຸມໄດ້ເຊື່ອມຊຶມກຳແໜ້ນ ເນື້ອໃນຈິດໃຈສຳຄັນກ່ຽວກັບການດໍາເນີນກອງປະຊຸມ 3ຂັ້ນ ຂອງພັກ ແລະ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະພັກຮາກຖານກຸ່ມບ້ານ ແລະ ເອກະສານສໍາຄັນຈໍານວນໜຶ່ງ, ພ້ອມທັງໄດ້ວາງທິດທາງ ວຽກງານຈຸດສຸມໃນການນໍາພາຊີ້ນໍາ ແຕ່ນີ້ຮອດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8ສະໄໝທີ XI ຂອງພັກ.
ກອງປະຊຸມໄດ້ເປັນເອກະພາບຕີລາຄາວ່າ ໃນປີຜ່ານມາ ສະພາບການຂອງພາກພື້ນ ແລະ ສາກົນສືບຕໍ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ເຄັ່ງຕຶງ ຊຶ່ງໄດ້ສົ່ງຜົນກະທົບໜັກໜ່ວງຕໍ່ເສດຖະກິດໂລກ ແລະ ສົ່ງຜົນກະທົບໂດຍກົງຕໍ່ປະເທດພວກເຮົາ, ພ້ອມດຽວກັນນັ້ນ,ສະພາບຢູ່ພາຍໃນປະເທດຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້ສູງ, ອັດຕາແລກປ່ຽນຜັນຜວນ,ຄ່າຄອງຊີບທີ່ນັບມື້ນັບສູງຂຶ້ນ, ບວກກັບໄພພິບັດທໍາມະຊາດ, ບັນຫາຢາເສບຕິດ,ປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ໄດ້ກະທົບຕໍ່ ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ຫຼາຍພໍສົມຄວນ,ແຕ່ພາຍໃຕ້ການນໍາພາຢ່າງໃກ້ຊິດ ຂອງສູນກາງພັກ, ການຄຸ້ມຄອງ ຂອງລັດຖະບານ ແລະ ການຕິດຕາມ, ກວດກາ ຂອງສະພາແຫ່ງຊາດ, ຄວາມເປັນເຈົ້າການ ຂອງອົງການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ເຮັດໃຫ້ບັນຫາເຄັ່ງຮ້ອນທີ່ກ່າວມາຂ້າງເທິງນັ້ນ ຖືກຄວບຄຸມ ບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດການຮ້າຍແຮງ, ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ; ລັດຖະບານ ໄດ້ຕັ້ງໜ້າຊອກມາດຕະການແກ້ໄຂບັນຫາຕ່າງໆ ເພື່ອເຮັດໃຫ້ເສດຖະກິດຄ່ອຍປັບຕົວດີຂຶ້ນ; ສາມາດຮັກສາຈັງ¬ຫວະການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງໃນລະດັບ 4,2%; ການຈັດເກັບລາຍຮັບກໍ່ບັນລຸຕາມແຜນທີ່ມະຕິສະພາຮັບຮອງ, ຫຼາຍທ້ອງຖິ່ນເກັບໄດ້ເກີນແຜນ; ອັດຕາເງິນເຟີ້ ເຖິງວ່າຍັງສູງ ແຕ່ກໍ່ມີທ່າອ່ຽງຫຼຸດລົງ ຈາກ 41,26% ໃນເດືອນກຸມພາ ຫຼຸດລົງມາຢູ່ທີ່ 25,69% ໃນເດືອນກັນຍາທີ່ຜ່ານມານີ້; ການຊຳລະໜີ້ສິນຕ່າງປະເທດສາມາດປະຕິບັດໄດ້ຕາມແຜນ; ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ຄ່ອຍໄດ້ຮັບການປັບປຸງ, ການຜະລິດຂອງປະຊາຊົນຢູ່ຫຼາຍທ້ອງຖິ່ນໄດ້ຮັບການຊຸກຍູ້ສົ່ງເສີມເປັນຂະບວນຟົດຟື້ນ.
ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງພັກ-ລັດເຮົາ ຍັງສາມາດດໍາເນີນໄປຕາມຍຸດທະສາດ ທີ່ວາງໄວ້,ສາມາດ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສາມາດສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສືບຕໍ່ໄດ້ຮັບການສະໜັບສະໜູນຈາກປະເທດເພື່ອນມິດ, ອັນພົ້ນເດັ່ນ ແມ່ນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
ດ້ວຍຄວາມຮັບຜິດຊອບສູງດ້ານການເມືອງ,ກອງປະຊຸມໄດ້ປຶກສາຫາລືຢ່າງກົງໄປກົງມາ ແລະ ຊີ້ໃຫ້ເຫັນບັນດາຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ກາລະໂອກາດ, ລວມທັງບັນດາສາເຫດຕົ້ນຕໍ ຂອງສະພາບຄວາມຫຍຸ້ງຍາກຜ່ານມາ ເພື່ອພ້ອມກັນຕັດສິນໃຈແກ້ໄຂຢ່າງເອົາຈິງເອົາຈັງ. ກອງປະຊຸມໄດ້ເປັນເອກະພາບຊີ້ນຳການສ້າງແຜນການປີ 2024ຕ້ອງເປັນແຜນທີ່ມີລັກສະນະບຸກ ບຸກທະລຸ ຢ່າງແຂງແຮງ ແລະ ມີຈຸດສຸມ ເພື່ອຍູ້ແຮງການປະຕິບັດມະຕິ 11ຂອງພັກ ໃນເຄິ່ງທ້າຍສະໄໝ. ໃນນັ້ນ ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນຂອງປະເທດຊາດຢ່າງເປັນຂະບວນການທີ່ກວ້າງຂວາງໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ, ໂດຍສະເພາະແມ່ນ ບັນຫາເງິນເຟີ້, ສະພາບເງິນກີບອ່ອນຄ່າ, ອັດຕາແລກປ່ຽນເງິນຕາຜັນຜວນ ແລະ ຄ່າຄອງຊີບສູງ;ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ເປັນບຸລິມະສິດ;ພ້ອມກັນນັ້ນກໍ່ ເອົາໃຈໃສ່ແກ້ໄຂ,ຟື້ນຟູ ຜົນກະທົບ ຈາກໄພທໍາມະຊາດ, ວາງແຜນປ້ອງກັນບໍ່ໃຫ້ເກີດໄຟໄໝ້ລາມປ່າ; ຊີ້ນໍາ, ຕິດຕາມ,ຊຸກຍູ້,ປຸກລະດົມຂະບວນການຜະລິດ ຂອງປະຊາຊົນ ຢ່າງເປັນຂະບວນການຟົດຟື້ນ;ສືບຕໍ່ຫັນລົງກໍ່ສ້າງຮາກຖານໃຫ້ໜັກແໜ້ນ;ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;ສືບຕໍ່ປັບປຸງວຽກງານສຶກສາ,ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທຳ,ການສ້າງວຽກເຮັດງານທຳ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ໄພສັງຄົມຕ່າງໆ.
ນອກຈາກນັ້ນ, ສຸມໃສ່ຊີ້ນຳວຽກງານຈຸດສຸມຈຳນວນໜຶ່ງ,ເປັນຕົ້ນແມ່ນ ສືບ¬ຕໍ່ຊີ້ນໍາການປະຕິບັດວຽກງານຂອງຄະນະສະເພາະກິດ 19/ກມສພ ແລະ ຄະນະປະຕິຮູບລັດວິສາຫະກິດ ໃນການແກ້ໄຂບັັນຫາຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ; ການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທ່ົວປວງຊົນຮອບດ້ານ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານ,ສັງຄົມມີຄວາມສະຫງົບປອດໄພ,ປັບປຸງກໍາລັງປະກອບອາວຸດປະຊາຊົນໃຫ້ປອດໃສ,ໜັກແໜ້ນ,ເຂັ້ມແຂງ; ກະກຽມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6ຂອງສະພາແຫ່ງຊາດ ໃຫ້ໄດ້ຮັບຜົນດີ; ສືບຕໍ່ຊີ້ນໍາການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ;ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ; ເອົາໃຈໃສ່ກະກຽມສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ, ຂອງກໍາລັງປະກອບອາວຸດ, ໃຫ້ມີເນື້ອໃນເລິກເຊິ່ງ ແລະ ບັນຍາກາດຟົດຟື້ນ; ເອົາໃຈໃສ່ກະກຽມເປັນປະທານ ອາຊຽນ ແລະ ປີທ່ອງທ່ຽວລາວ ໃນປີ 2024ໃຫ້ປະສົບຜົນສຳເລັດ.
ສະຫາຍເລຂາທິການໃຫຍ່ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ,ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ,ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ, ພ້ອມກັນເຊີດຊູນໍ້າໃຈຮັກຊາດ,ເສຍສະຫຼະ, ເປັນເຈົ້າການໃນການຕັດສິນໃຈບຸກບືນສູ້ຊົນຢ່າງສຸດຂີດ ໃນການແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ຕັດສິນໃຈສ້າງການຫັນປ່ຽນຢ່າງແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານ, ເພື່ອສ້າງຜົນງານກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງມີໄຊ. (ຂ່າວ: ຫສພ-ພາບ ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ