ສຳເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31

ສຳເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 31 ແລະ ກອງປະຊຸມອື່ນໆປິ່ນອ້ອມ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-26 ມີນາ 2024 ທີ່ແຂວງຫຼວງພະບາງ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 24 ມີນາ ນີ້ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ລັດຖະມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍເລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມ.
    ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວວ່າ: ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ພາຍໃຕ້ອົງປະກອບ “ການເພີ່ມທະວີການເຊື່ອມຈອດອາຊຽນ” ໂດຍໄດ້ກໍານົດ 4 ຂົງເຂດບຸລິມະສິດ ຄື:  ການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດ;  ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ; ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ ແລະ ວັດທະນະທຳ-ສິລະປະ, ສົ່ງເສີມບົດບາດຂອງວັດທະນະທຳ-ສິລະປະອາຊຽນ ເພື່ອຄວາມກວມລວມ ແລະ ຍືນຍົງ. ສຳລັບອົງປະກອບ “ເພີ່ມທະວີຄວາມເຂັ້ມແຂງອາຊຽນ” ໄດ້ກໍານົດ 5 ຂົງເຂດບຸລິມະສິດ ຄື: ການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; ເພີ່ມທະວີຄວາມເປັນແກນກາງ ຂອງອາຊຽນ; ສົ່ງເສີມການຮ່ວມມືທາງດ້ານສິ່ງແວດລ້ອມ ກໍຄືສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງດິນຟ້າອາກາດ; ແມ່ຍິງ ແລະ ເດັກນ້ອຍ “ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນປ່ຽນການປະພຶດຢ່າງເປັນລະບົບໃນອາຊຽນ” ແລະ ສາທາລະນະສຸກ “ສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່”. ນອກຈາກນີ້, ຍັງມີແຜນສະເໜີ ອອກຖະແຫຼງງການຈຳນວນໜຶ່ງຕື່ມອີກ ເປັນຕົ້ນໃນວຽກງານສົ່ງເສີມ ແລະ ປົກປ້ອງແຮງງານເຄື່ອນຍ້າຍ ແລະ ອື່ນໆ. ສຳລັບການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ມາຮອດປັດຈຸບັນແຜນແມ່ບົດດັ່ງກ່າວ, ປະຕິບັດໄດ້ 97% ຊຶ່ງກອງປະຊຸມໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດແຜນວຽກພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
ພ້ອມນີ້, ກອງປະຊຸມຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງການເປີດນຳໃຊ້ລະບົບການຕິດຕາມ ແລະ ປະເມີນຜົນຖານຂໍ້ມູນຂອງເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ADME System) ຊຶ່ງເປັນແຫຼ່ງສະໜອງຂໍ້ມູນທີ່ສຳຄັນ ແລະ ເປັນບ່ອນອີງສຳລັບການຄົ້ນຄວ້າວາງນະໂຍບາຍ, ແຜນການ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ. ສ່ວນຮ່າງແຜນຍຸດທະສາດຫຼັງປີ 2025 ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າ ໃນການຮ່າງແຜນຍຸດທະສາດດັ່ງກ່າວ, ທີ່ກວມເອົາຂົງເຂດວັດທະນະທຳ ແລະ ສິລະປະ, ລັດຖະກອນ, ຖະແຫຼງຂ່າວ, ການສຶກສາ, ການສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ,  ຊາວໜຸ່ມ, ສະຫວັດດີການສັງຄົມ ແລະ ການພັດທະນາ, ກິລາ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສິ່ງແວດລ້ອມ, ການຄຸ້ມຄອງໄພພິບັດ, ແຮງງານ ແລະ ສາທາລະນະສຸກ. 
ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນອັນສຳຄັນຂອງບັນດາຂະແໜງການທີ່ໄດ້ເຂົ້າຮ່ວມກອງປະຊຸມຊ້ອງໜ້າ ລະຫວ່າງ ລັດຖະມົນຕີປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ປະທານລັດຖະມົນຕີ ຂະແໜງການໃນເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ ເປັນປະທານ ເພື່ອແລກປ່ຽນທັດສະນະກ່ຽວກັບວິໄສທັດປະຊາຄົມອາຊຽນ 2045 ແລະ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນຂອງການປະສານງານລະຫວ່າງຂະແໜງການ ແລະ ເສົາຄໍ້າ. 
    ກອງປະຊຸມໄດ້ຮັບຊາບທັດສະນະ ແລະ ຂໍ້ສະເໜີຂອງບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າ ຂອງຂະແໜງການໃນເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ  ເປັນປະທານ ກ່ຽວກັບການພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025. ພ້ອມທັງໄດ້ຮຽກຮ້ອງໃຫ້ຂະແໜງການຕ່າງໆ ມີສ່ວນຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຮ່າງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ສໍາເລັດຕາມຄາດໝາຍ. 
ພ້ອມນີ້, ຍັງໄດ້ເປັນເອກະພາບຮັບຮອງ ຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ (ທີ່ສະເໜີໂດຍ ສປປ ລາວ) ເພື່ອສະເໜີຜູ້ນຳອາຊຽນ ຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຊຶ່ງເປັນການເນັ້ນຢໍ້າໃຫ້ເຫັນຄວາມສໍາຄັນໃນການສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະໃນອາຊຽນແບບກວມລວມ, ຍືນຍົງ ແລະ ວິສາຫະກິດວັດທະນະທຳຂະໜາດນ້ອຍ-ກາງ ອັນເປັນພື້ນຖານທີ່ສຳຄັນ ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງ, ແນວຄິດສ້າງສັນ ໃນການຊຸກຍູ້ສົ່ງເສີມວັດທະນະທຳຂອງທ້ອງຖິ່ນ ແລະ ຜະລິດຕະພັນຂອງເຂົາເຈົ້າ ແລະ ໄດ້ເຫັນດີຮັບຮອງຂອບວຽກ ວ່າດ້ວຍລະບົບການປະສານງານພາຍໃຕ້ພາວະສຸກເສີນສາທາລະນະສຸກອາຊຽນ ຊຶ່ງຂອບວຽກດັ່ງກ່າວ, ເນັ້ນຢໍ້າຄືນຄວາມໝາຍໝັ້ນຂອງອາຊຽນໃນການສ້າງຕັ້ງກົນໄກການປະສານງານທີ່ມີປະສິດທິພາບ ສຳລັບພາວະສຸກເສີນດ້ານສາທາລະນະສຸກ.
ກອງປະຊຸມ ຮັບຮູ້ບົດບາດອັນສຳຄັນຂອງສື່ມວນຊົນໃນການເພີ່ມທະວີການປູກຈິດສຳນຶກ, ສົ່ງເສີມເອກະລັກອາຊຽນ ແລະ  ຮັບປະກັນການເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນຄວາມຈິງ ແລະ ເຊື່ອຖືໄດ້ ແລະ ໄດ້ຊົມເຊີຍບັນດາຄວາມພະຍາຍາມຂອງບັນດາຂະແໜງການຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃນການເພີ່ມທະວີການຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນຂອງລັດໃນອາຊຽນ, ພ້ອມທັງມີແຜນສະເໜີຜູ້ນຳອາຊຽນ ຮັບຊາບຄູ່ມືແນະນຳ ວ່າດ້ວຍ ການບໍລິຫານຄຸ້ມຄອງຂໍ້ມູນຂ່າວສານຂອງລັດຖະບານ ໃນການຕ້ານຂ່າວທີ່ບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດເບືອນ ໃນວຽກງານສື່ມວນຊົນ.
    ກອງປະຊຸມ ໄດ້ຮັບຮູ້ເຖິງຄວາມສໍາຄັນໃນການຍົກລະດັບລະບົບການຄຸ້ມຄອງບໍລິຫານຄວາມສ່ຽງທາງດ້ານໄພພິບັດ ໂດຍສະເພາະການຄາດຄະເນ, ການກະກຽມລ່ວງໜ້າ ແລະ ໄດ້ຮັບຮອງເອົາບົດລາຍງານການປະເມີນຄວາມສ່ຽງໄພພິບັດຂ້າມຊາຍແດນ, ການວາງແຜນການຮັບມືກັບພາຍຸໄຊໂຄລນເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນອາຊຽນ ຊຶ່ງມີບັນດາຂໍ້ສະເໜີຕໍ່ປະເທດສະມາຊິກອາຊຽນ ໃນການເພີ່ມທະວີຄຸ້ມຄອງຄວາມສ່ຽງທາງດ້ານໄພພິບັດ ແລະ ການເຊື່ອມສານວຽກງານຄຸ້ມຄອງໄພພິບັດ, ພາວະສຸກເສີນດ້ານສາທາລະນະສຸກອາຊຽນ ໂດຍເນັ້ນໃຫ້ເຫັນເຖິງວິທີການຮັບມືກັບໄພອັນຕະລາຍຫຼາຍດ້ານ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການໝູນໃຊ້ທຸກຄວາມສາມາດ ໃນວຽກງານການຄຸ້ມຄອງຄວາມສ່ຽງໄພທາງດ້ານໄພພິບັດ ເພື່ອແກ້ໄຂເຫດການພາວະສຸກເສີນ ດ້ານສາທາລະນະສຸກຢ່າງມີປະສິດທິພາບ ຊຶ່ງເອກະສານດັ່ງກ່າວ, ແມ່ນຈະນຳສະເໜີຜູ້ນຳອາຊຽນຮັບຊາບ. 
     ພ້ອມກັນນີ້, ກອງປະຊຸມມີແຜນສະເໜີຜູ້ນຳອາຊຽນຮັບຊາບ ບົດສຶກສາຄົ້ນຄວ້າ ອາຊຽນ-ອີເຣຍ ກ່ຽວກັບ ການສົ່ງເສີມ ແລະ ປົກປັກຮັກສາກິລາພື້ນເມືອງໃນອາຊຽນ ກໍຄື ສິ່ງທ້າທ້າຍ, ກາລະໂອກາດ ແລະ ຍຸດທະສາດ ທີ່ເນັ້ນຢໍ້າເຖິງຄວາມສຳຄັນບົດບາດຂອງກິລາພື້ນເມືອງ ໃນການຊຸກຍູ້ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາມໍລະດົກວັດທະນະທຳ ຮີດຄອງປະເພນີຂອງອາຊຽນ.
ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການກະກຽມຂອງ ຕີມໍເລັດສະເຕ ໃນການເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ໃນການປະຕິບັດໂຄງການແລກປ່ຽນຍົກລະດັບຊັບພະຍາກອນມະນຸດອາຊຽນໃຫ້ແກ່ ຕີມໍເລັດສະເຕ ຊຶ່ງກວມເອົາ 3 ເສົ້າຄໍ້າປະຊາຄົມອາຊຽນ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຕໍ່ກັບໂຄງການດັ່ງກ່າວ ໄດ້ດຳເນີນມາແຕ່ເດືອນມັງກອນ ເຖິງ ເດືອນມີນາ 2024, ມັນໄດ້ເສີມສ້າງຂີດຄວາມສາມາດໃຫ້ແກ່ ຕີມໍເລັດສະເຕ ໃນການປະຕິບັດວຽກງານຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ  ແລະ ບັນດາບຸລິມະສິດຂະແໜງການ, ຄວາມຮັບຜິດຊອບອື່ນໆ, ລວມທັງການກະກຽມສຳລັບການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມອາຊຽນ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ