ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ

ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກັນຍານີ້ ທີ່ຫ້ອງ ປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ພາຍໃຕ້ຄໍາຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ” ໂດຍການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈຳພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດຈໍານວນ 183 ສະຫາຍ ຍິງ 79 ສະຫາຍ. ໃນນີ້ ມີຜູ້ແທນກອງປະຊຸມ 148 ສະຫາຍ, ຍິງ 65 ສະຫາຍ.
ສາເລດກອງປະຊມໃຫຍສະມາຊກພກ ຄງທ II ອງຄະນະພກ ສວສສຊ - image 1
 

ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ຂອງການຈັດຕັ້ງນຳພາວຽກງານຮອບດ້ານ ຂອງອົງຄະນະພັກ ສວສສຊ ເປັນການທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດໃນຊຸມປີຕໍ່ໜ້າ.

ກອງປະຊຸມໃຫຍ່ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສໍາຄັນ ແລະ ຕົກລົງຮັບຮອງຢ່າງເອກະສັນທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ຊຶ່ງໄດ້ຕີລາຄາຜົນສໍາເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກ ຂອງ ສປປ ລາວ, ໂຄງການຄົ້ນຄວ້າຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດ ຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ. ໄປຄຽງຄູ່ກັນ ກອງປະຊຸມຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ຊຶ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດ ເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ. ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບຳລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ, ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.

ກອງປະຊຸມໄດ້ຮັບຟັງລາຍງານ ແລະ ບົດປະກອບຄໍາເຫັນຈາກຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ. ການລາຍງານ ແລະ ປະກອບຄໍາຄິດເຫັນສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ແລະ ເປັນເອກະພາບຕໍ່ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ເຂົ້າໃນຂົງເຂດການ ຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 13 ສະຫາຍ; ໃນກອງປະຊຸມ ເລືອກໄດ້ 11 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາ, ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ເປັນຮອງເລຂາ, ສະຫາຍ ໄຊສົງຄາມ ມະໂນທຳ ເປັນປະທານກວດກາພັກ ແລະ ສະຫາຍ ບຸນລັດ ແກ້ວອາສາ ເປັນຮອງປະທານກວດກາພັກ.

ສາເລດກອງປະຊມໃຫຍສະມາຊກພກ ຄງທ II ອງຄະນະພກ ສວສສຊ - image 2
 

ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ຊຶ່ງມີບາງຄວາມໝາຍສໍາຄັນ ວ່າ: ເພື່ອປະຕິບັດໜ້າທີ່ການເມືອງດັ່ງກ່າວໃຫ້ສຳເລັດ ແລະ ປະກອບສ່ວນບູລະນະແນວທາງ ນະໂຍບາຍຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມນັ້ນ ຄະນະພັກ ສວສສຊ ແລະ ຜູ້ແທນກອງປະຊຸມ ຈະຕ້ອງໄດ້ກຳແໜ້ນບາງບັນຫາ ຄື: 1. ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພະນັກງານ, ນັກຄົ້ນຄວ້າ, ນັກວິທະຍາສາດ ໃຫ້ຮັບຮູ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດລະບຽບ, ກົດໝາຍ ແລະ ລະບຽບການຕ່າງໆ, 2. ຄະນະພັກຊຸດໃໝ່ ຕ້ອງຢຶດໝັ້ນຫຼັກການຂອງພັກຢ່າງໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ຮັດກຸມ, ມີປະສິດທິພາບ, 3. ຄະນະພັກ ສວສສຊ ຕ້ອງເພີ່ມທະວີການຈັດຕັ້ງນໍາພາ-ຊີ້ນຳ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານການຄົ້ນຄວ້າວິທະຍາສາດໃນຕໍ່ໜ້າໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃຫ້ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ ແກ່ພັກ ແລະ ລັດຖະບານ, 4. ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໃນການບຳລຸງກໍ່ສ້າງພະນັກງານບຸກຄະລາກອນໃຫ້ມີລະດັບຄວາມຮູ້ຄວາມ ສາມາດສູງ ເພື່ອກໍ່ສ້າງຖັນແຖວນັກຄົ້ນຄວ້າ, ນັກຊ່ຽວຊານ, ນັກວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ, ສາມາດຄົ້ນຄວ້າທາງດ້ານທິດສະດີ, ພຶດຕິກຳ ແລະ ການປະຍຸກນໍາໃຊ້ ຮັບໃຊ້ການວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, 5. ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍຮູບແບບ ໂດຍສະເພາະການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ, ເດັກໃນ ໂລຊີ ແລະ ອື່ນໆ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 3 ສະໄຫມທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 3 ສະໄຫມທີ VIII

ໃນວັນທີ 22 ຕຸລານີ້ ທີ່ສະໂມສອນ ເມືອງບໍ່ແຕນ ແຂວງໄຊຍະບູລີ, ຄະນະບໍລິຫານງານພັກເມືອງບໍ່ແຕນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄຫມທີ VIII ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ ນີ້ ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ, ພາຍໃຕ້ການເປັນປະທານ ສະຫາຍ ຄຳພັນ ສິດທິດຳພາ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ມີອະດີດການນໍາຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ສອງໝື່ນກວ່າສະຫາຍ ຈາກທ້ອງຖິ່ນ, ພະແນກການ-ອົງການອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 15 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊີກພັກທົ່ວແຂວງ ເຂົ້າຮ່ວມ.
ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນຕອນເຊົ້າຂອງວັນທີ 14 ຕຸລານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະມາຊິກພັກ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກຫ້ອງການ-ບັນດາກົມ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ ຈຳນວນ 192 ສະຫາຍ ຍິງ 66 ສະຫາຍ.
ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໃນວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ຄອສພ, ໂດຍການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາ, ບັນດາຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ພິທີປະກາດແຕ່ງຕັ້ງທ່ານ ບຸນນະເລດ ອິນທິຈັກ ຜູ້ພິພາກສາຊັ້ນສອງ ສານປະຊາຊົນແຂວງເຊກອງ ເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ ຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ວັນທີ 13 ຕຸລານີ້, ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ XVI ຂອງຕົນຂຶ້ນທີ່ຫ້ອງປະຊຸມອົງການໄອຍະການແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ມີສະຫາຍ ພູວົງ ໄພມະນີ ຮອງຄະນະຈັດຕັ້ງແຂວງ, ພ້ອມດ້ວຍອະດີດການນຳ, ແຂກເຊີນ ແລະ ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ 42 ສະຫາຍຍິງ 12 ສະຫາຍ.
ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ມີພະນັກງານຫຼັກແຫຼ່ງກຸ່ມປົກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ