ສຳເລັດກອງປະຊຸມວຽກງານສ່ວຍສາອາກອນ

ສຳເລັດກອງປະຊຸມວຽກງານສ່ວຍສາອາກອນ
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2023 ແລະທິດທາງແຜນການປະຈໍາປີ 2024 ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 15 ທັນວານີ້, ທີ່ກົມສ່ວຍສາອາກອນກະຊວງການເງິນໃຫ້ກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານລັດຖະມົນຕີກະຊວງການເງິນ,ພາຍໃຕ້ການເປັນປະທານຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີບັນດາຮອງຫົວໜ້າກົມ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນປະເສີດ ສີກຸນລະບຸດໄດ້ລາຍງານວ່າ:ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສະຫຼຸບຕີລາຄາຄືນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນ 1 ປີຜ່ານມາໃນຂອບເຂດທົ່ວປະເທດ ແລະ ກຳນົດທິດທາງ, ມາດຕະການຈຸດສຸມເພື່ອຈັດຕັ້ງປະຕິບັດແຜນປີ 2024. ກອງປະຊຸມໄດ້ມີການປຶກສາຫາລືຮ່ວມກັນໃນຫຼາຍຫົວຂໍ້ຄື: ການຂະຫຍາຍລາຍຮັບ ແລະ ການລົງສໍາຫຼວດຫົວໜ່ວຍທຸລະກິດທີ່ເກີດໃໝ່ ຫຼືຢຸດເຊົາກິດຈະການ, ການຍື່ນບົດລາຍງານການເງິນປະຈຳປີ ແລະ ການສົມທົບກັບຂະແໜງການຄ້າກວດກາບັນດາຫົວໜ່ວຍທຸລະກິດທີ່ຍັງບໍ່ທັນໄດ້ຢັ້ງຢືນໃນລະບົບ ERC,ຄຸ້ມຄອງຕິດຕາມບັນດາຫົວໜ່ວຍທີ່ມອບໃຫ້ 9 ແຂວງຄຸ້ມຄອງ ແລະຄົ້ນຄວ້າຫົວໜ່ວຍທຸລະກິດທີ່ສູນກາງຄຸ້ມຄອງລົງໃຫ້ບັນດາແຂວງ, ຄຸ້ມຄອງການຈັດເກັບອາກອນທີ່ດິນ ແລະ ຄ່າທໍານຽມທາງ, ຄ່າທໍານຽມຕ່າງໆ, ຕິດຕາມການແຈ້ງມອບອາກອນຂອງຫົວໜ່ວຍວິສາຫະກິດ;ການເກັບອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ຈາກບ້ານພັກ-ໂຮງແຮມ, ຮ້ານບັນເທີງ, ຄາລາໂອເກະ, ສະໜາມກັອບ, ຮ້ານເສີມສວຍ, ເຫຼົ້າ, ຢາສູບ, ພາຫະນະ ແລະອື່ນໆ,ວຽກງານຂະຫຍາຍຖານອາກອນມູນຄ່າເພີ່ມ, ຕິດຕັ້ງເຄື່ອງ POS, ການເຊື່ອມຕໍ່ຫົວໜ່ວຍເຂົ້າໃນລະບົບ TaxRISແລະການນຳໃຊ້ໃບເກັບເງິນອາກອນມູນຄ່າເພີ່ມ ແລະ ໃບເກັບເງິນຈຸນລະວິສາຫະກິດ;ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ຈັດເກັບພັນທະອາກອນຂອງຜູ້ຮັບເໝົາ, ຜູ້ຮັບເໝົາພາຍໃນແລະຕ່າງປະເທດຂອງໂຄງການທີ່ຕັ້ງຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ;ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນແຫ່ງລັດ ແລະ ປລປ; ການຄຸ້ມຄອງກວດກາໄຟຟ້າ ແລະ ບໍ່ແຮ່ທີ່ຕິດພັນກັບການເກັບລາຍຮັບຊັບສິນ ແລະການເກັບກຳຖານຂໍ້ມູນໃນຂອບເຂດທົ່ວປະເທດ ແລະ ການປະສານສົມທົບລະຫວ່າງສູນກາງ ແລະທ້ອງຖິ່ນ,ການສ້າງ ແລະ ປັບປຸງອົງກອນສ່ວຍສາອາກອນໃຫ້ເຂັ້ມແຂງ,ວຽກງານການຄຸ້ມຄອງການເງິນ ແລະ ວຽກງານກວດກາພາຍໃນ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ພ້ອມເນັ້ນໜັກໃຫ້ຄະນະນຳແຕ່ລະຂັ້ນຈະຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ ແລະ ປົກກະຕິ, ກໍາແໜ້ນ ແລະ ນໍາພາແນວຄິດພະນັກງານໃຫ້ໂລ່ງລ່ຽນ, ມີຄວາມຫ້າວຫັນ, ມີຄວາມສັດຊື່-ບໍລິສຸດ,ມີຈັນຍາບັນໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ;ທົບທວນຄືນການຈັດຕັ້ງປະຕິບັດພາລະບົດບາດຂອງກົມສ່ວຍສາອາກອນໃຫ້ແທດເໝາະກັບບັນດາໜ້າວຽກທີ່ມີນັບແຕ່ສູນກາງລົງຮອດທ້ອງຖິ່ນຮັບປະກັນກົງຈັກການຈັດຕັ້ງບໍ່ໃຫ້ສັບສົນເກີນໄປ ແຕ່ມີປະສິດທິຜົນສູງສຸດ.ປັບປຸງແບບແຜນວິທີເຮັດວຽກຂອງຄະນະນໍາແຕ່ລະຂັ້ນໃນການນໍາພາ-ຊີ້ນໍາຕໍ່ສະມາຊິກພັກ-ພະນັກງານລັດຖະກອນທີ່ເຫັນວ່າຍັງບໍ່ທັນແທດເໝາະກັບສະພາບການເຄັ່ງຮ້ອນຂອງເສດຖະກິດໃນປັດຈຸບັນໃຫ້ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ທັນການກວ່າເກົ່າ;ຄະນະພັກ, ຄະນະນຳຂະແໜງສ່ວຍສາອາກອນແຕ່ລະຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນຕ້ອງຮີບຮ້ອນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໂດຍໃຫ້ມີການແບ່ງຄວາມຮັບຜິດຊອບຢ່າງຊັດເຈນມີການກຳນົດເປັນແຜນຄົນ, ແຜນງານລະອຽດໃນການຈັດເກັບລາຍຮັບສ່ວຍສາອາກອນ ໂດຍມີຕົວຊີ້ວັດໃນການຈັດຕັ້ງປະຕິບັດ, ມີການກໍານົດເປົ້າໝາຍ ແລະ ມີຈຸດສຸມຊັດເຈນ ເພື່ອໃຫ້ສາມາດສູ້ຊົນຈັດເກັບລາຍຮັບສ່ວຍສາອາກອນຕາມຕົວເລກແຜນປີ 2024 ໃຫ້ບັນລຸຕາມລະດັບຄາດໝາຍ;ເອົາໃຈໃສ່ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ຢ່າງຮອບດ້ານເພື່ອສ້າງຂີດຄວາມສາມາດຕາມແຜນພັດທະນາວຽກງານສ່ວຍສາອາກອນ;ປັບປຸງ, ຄົ້ນຄ້ວາສ້າງ ແລະ ໂຄສະນາເຜີຍແຜ່ບັນດານິຕິກໍາ ເພື່ອເປັນເຄື່ອງມືໃນການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບສ່ວຍສາອາກອນເປັນຕົ້ນ ການຂຸດຄົ້ນແຫຼ່ງລາຍຮັບບົ່ມຊ້ອນຢູ່ແຕ່ລະຂົງເຂດ, ແຕ່ລະຂະແໜງການ ໂດຍສະເພາະການຊື້ຂາຍອອນລາຍ, ພະລັງງານໄຟຟ້າ ແລະ ບໍ່ແຮ່, ນໍ້າມັນເຊື້ອໄຟ, ການຄ້າຂາອອກ-ຂາເຂົ້າ;ປັບປຸງ ແລະ ຂະຫຍາຍລະບົບການຄຸ້ມຄອງເກັບລາຍຮັບແບບທັນສະໄໝທີ່ພັດທະນາສຳເລັດແລ້ວ ແລະ ໄດ້ນຳໃຊ້ໃນປັດຈຸບັນໃນການຈັດເກັບລາຍຮັບອາກອນ ແລະ ຄ່າທຳນຽມຕ່າງໆ ເພື່ອສ້າງພື້ນຖານຫັນເປັນລະບົບຄຸ້ມຄອງແບບດີຈີຕອນຕາມຍຸດທະສາດການພັດທະນາຂະແໜງສ່ວຍສາອາກອນ,ຫັນເຕັກໂນໂລຊີສື່ສານແບບໃໝ່ເພື່ອຄຸ້ມຄອງເກັບລາຍຮັບ ແລະ ສ້າງກົນໄກ ແລະ ລະບົບຄຸ້ມຄອງການຊື້-ຂາຍສິນຄ້າຜ່ານລະບົບເອເລັກໂຕຣນິກ ແລະ ຊຳລະສະສາງຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດເກັບພັນທະອາກອນເຂົ້າງົບປະມານໃຫ້ໄດ້ຄົບຖ້ວນ;ເພີ່ມທະວີວຽກງານກວດກາໄລ່ລຽງອາກອນແບບຄົບຊຸດ.ໃນນັ້ນໃຫ້ເພີ່ມທະວີການກວດກາໄລ່ລຽງອາກອນແບບຄົບຊຸດປະຈຳປີຢ່າງມີຈຸດສຸມ ເພື່ອຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຫັນເຂົ້າສູ່ການປະຕິບັດລະບຽບກົດໝາຍຢ່າງຖືກຕ້ອງ, ມອບພັນທະອາກອນດ້ວຍຕົວເອງໃຫ້ຄົບຖ້ວນ, ສຸມໃສ່ວຽກງານໂຄສະນາເຜີຍແຜ່, ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງມອບດ້ວຍຕົນເອງໃຫ້ເພີ່ມຂຶ້ນຂອງຫົວໜ່ວຍທັງໝົດທີ່ຢູ່ໃນລະບົບTaxRIS ແລະ ອໍານວຍຄວາມສະດວກໃຫ້ພາກຜູ້ປະກອບການຕ່າງໆໃນການມອບພັນທະອາກອນ ເພື່ອສ້າງກອບການຮ່ວມມືລະຫວ່າງເຈົ້າໜ້າທີ່ສ່ວຍສາອາກອນກັບພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງ ເພື່ອເຮັດໃຫ້ວຽກງານສ່ວຍສາອາກອນສາມາດໄດ້ຮັບການຮ່ວມມື ແລະ ຈັດຕັ້ງປະຕິບັດຕາມລະບຽບກົດໝາຍກຳນົດໄວ້;ເພີ່ມທະວີການປະສານສົມທົບກັບບັນດາກົມກ່ຽວຂ້ອງພາຍໃນກະຊວງການເງິນໃນການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໂດຍສະເພາະບັນດາກົນໄກ ແລະ ຂໍ້ມູນທີ່ຈຳເປັນໃນການຈັດເກັບລາຍຮັບສ່ວຍສາອາກອນ, ສ່ວຍສາອາກອນບັນດາແຂວງຕ້ອງເປັນເຈົ້າການໃນການປະສານສົມທົບບັນດາພະແນກອ້ອມຂ້າງແຂວງຕົນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃຫ້ສຳເລັດຕາມລະດັບຄາດໝາຍ.
ຂ່າວ: ບຸນອູ້ມ, ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ